Homeຂ່າວເຫດການກະຊວງການຕ່າງປະເທດ ປັບປຸງລະບົບການຈັດຕັ້ງ

ກະຊວງການຕ່າງປະເທດ ປັບປຸງລະບົບການຈັດຕັ້ງ

Published on

thongloun

ຂປລ. ໃນ​ວັນ​ທີ 28 ສິງຫາ 2015 ນີ້, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ພິທີ​ ມອບ-​ຮັບ​ ໜ້າ​ທີ່​ລະຫວ່າງ ທ່ານ ທອງ​ລຸນ ສີ​ສຸ​ລິດ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ ກະຊວງ​ການ​ຕ່າງປະ​ເທດ ​ຜູ້ເກົ່າ ​ແລະ ທ່ານ ສະ​ເຫລີມ​ໄຊ ກົມມະ​ສິດ, ຜູ້​ວ່າການ​ເລ​ຂາ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ການ​ຕ່າງປະ​ເທດ​ ຜູ້ໃໝ່, ​ປະກາດ​ແຕ່ງ​ຕັ້ງ​ ທ່ານ ​ແສງ​​ເພັດ ຮຸ່ງ​ບຸນ​ຍວງ ​ເປັນ​ຮອງ​ເລຂາ​ຄະນະ​ ບໍລິຫານ​ງານ​ພັກ​ກະຊວງ. ພ້ອມ​ດຽວ​ກັນ​ນັ້ນ ກໍ​ໄດ້​ປະກາດ​ແຕ່ງ​ຕັ້ງ​ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ​ ຄົນ​ໃໝ່​ ອີກ 3 ທ່ານ ຄື: ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ອະດີ​ດ ຫົວໜ້າ​ກົມ​ຈັດ​ຕັ້ງ-​ພະນັກງານ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ທອງ​ສະຫວັນ ພົມວິຫານ ອະດີດ​ຮອງ​ຫົວໜ້າ​ຄະນະ​ພົວພັນ ຕ່າງປະ​ເທດ​ສູນ​ກາງ​ພັກ ​ແລະ ທ່ານນາງ ຄຳ​ເພົາ ​ເອິນ​ທະ​ວັນ ອະດີດ​ຫົວໜ້າ​ຫ້ອງການ​ ກະຊວງ​ການ​ຕ່າງປະ​ເທດ.

​​ໃນໂອກາດດັ່ງກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ  ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າ​ງປະ​ເທດ, ໄດ້​​ໃຫ້​ກຽດ​ໂອ້​ລົມ ​ແລະ ຍ້ອງຍໍ​ຊົມ​ເຊີຍ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຜູ້ວ່າການ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ ກະຊວງ​ການ​ຕ່າງປະ​ເທດ ຈາກ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ບັນດາ​ສະຫາຍ​ ທີ່​ໄດ້​ຮັບ​ການ​​ແຕ່ງ​ຕັ້ງ​ ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ ລັດຖະມົນຕີ​ຊ່ວຍ​ວ່າການ​ ​ໃນ​ຄັ້ງ​ນີ້. ພ້ອມ​ທັງຊີ້​ນຳ​ໃຫ້​ຜູ້​ວ່າການ​ ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຮອງ​ເລຂາຄະນະ​ພັກ, ບັນດາ​ສະ​ຫາຍ​ ລັດຖະມົນຕີ​ຊ່ວຍ​ວ່າການ​ຄົນ​​ໃໝ່ ​ໃຫ້​ສືບ​ຕໍ່​ເອົາ​ໃຈ​​ໃສ່ ຊີ້ນຳ-​ນຳພາ ດ້ານການ​ເມືອງ​ແນວ​ຄິດ​ ​ໃຫ້ແກ່​ພະນັກງານ, ວຽກ​ງານ​ວິຊາສະ​ເພາະ ​ແລະ ​ວຽກງານ​ຄົ້ນ​ຄວ້າ ​ໃນ​ການ​ເປັນ​ເສນາ​ທິການ​ໃຫ້​ຂັ້ນ​​ເທິງ ​ເພື່ອ​ສືບ​ຕໍ່​ນຳ​ເອົາ​ນະ​ໂຍບາຍ​ ການ​ຕ່າງປະ​ເທດ ​ຂອງ​ພັກ​-ລັດ ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ, ​ໂດຍ​ສະ​ເພາະ​ແມ່ນ​ ການປະຕິບັດບັນດາ​ ມະຕິ​ຂອງ​ກອງ​ປະຊຸມ​ວຽກ​ງານ​ ການ​ຕ່າງປະ​ເທດ​ ຄັ້ງ​ທີ 12 ​ແລະ ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ 3 ຂອງ​ອົງຄະ​ນະ​ພັກ​ ກະຊວງ​ການ​ຕ່າງປະ​ເທດ ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ ​ແລະ ການ​ເຊື່ອມ​​ໂຍງ​ເຂົ້າ​ໃນ​ພາກ​ພື້ນ ​ແລະ ສາກົນ ຂອງ​ປະ​ເທດ​ເຮົາ​ໃນ​ໄລຍະ​ໃໝ່ ​ໃຫ້​​ເຕັມ​ໄປ​ດ້ວຍ​ຜົນສຳ​ເລັດ ​ອັນ​ສູ​ງ​ເດັ່ນ​ກວ່າ​ເກົ່າ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...