Homeຊີວິດແລະຄວາມຮັກຄົນຈົມນ້ຳຕາຍ ຈະຮູ້ສຶກຈັ່ງໃດ? (ປະສົບການຈິງບໍ່ໄດ້ສົມມຸດ)

ຄົນຈົມນ້ຳຕາຍ ຈະຮູ້ສຶກຈັ່ງໃດ? (ປະສົບການຈິງບໍ່ໄດ້ສົມມຸດ)

Published on

ดาวน์โหลด

ມື້ນີ້…!! ຈະມາເລົ່າຄວາມຮູ້ສຶກຂອງເດັກນ້ອຍ ທີ່ຈົມນ້ຳ(ເກືອບ)ຕາຍໃຫ້ອ່ານ ເພາະຄົງຈະມີເດັກນ້ອຍອີກຫຼາຍຄົນ ທີ່ຄົງຈະບໍ່ມີໂອກາດໄດ້ຟື້ນຂຶ້ນມາ ບອກຄວາມຮູ້ສຶກນະເວລານັ້ນ ໃຫ້ຜູ້ໃຫຍ່ອີກຫຼາຍຄົນໄດ້ຟັງ…
ມັນເປັນປະສົບການທີ່ຂ້ອຍ ເຄີຍຕົກລົງນ້ຳສ້າງຫຼັງບ້ານຂອງຂ້ອຍນີ້ເອງ ຍ້ອນຄວາມຂີ້ດື້ ແຕ່ຈື່ບໍ່ໄດ້ວ່າຕອນນັ້ນຈັກປີ !! ຮູ້ແຕ່ວ່າຂ້ອຍໂຊກດີຫຼາຍ ທີ່ບໍ່ໄດ້ນອນຫຼັບໜາວຕາຍໄປເລີຍໃນມື້ນັ້ນ.

**ຫຼັງຈາກຕົກລົງນ້ຳ ຄວາມຮູ້ສຶກແມ່ນ ອ້າປາກຢາກຮ້ອງໃຫ້ແຕ່ແມ່ມາຊ່ວຍ (ຄິດເຫັນແຕ່ໜ້າແມ່ລູກດຽວເລີຍ) ແຕ່ພໍອ້າປາກຮ້ອງນ້ຳກະເຂົ້າປາກກຶກບັກໃຫຍ່ ແຕ່ແຮງພະຍາຍາມຮ້ອງເທົ່າໃດ ນ້ຳແຮ່ງກຶກເຂົ້າປາກ ເຂົ້າດັງທັ້ງຫາຍໃຈບໍ່ອອກອີກ ເດັກນ້ອຍຈະມີໂອກາດໄດ້ດີ້ນ ແລະ ອ້າປາກຮ້ອງໄດ້ບໍ່ເກີນ 3 ເທື່ອເທົ່ານັ້ນ ເພາະນ້ຳແຮ່ງເຂົ້າປາກໄປແຮ່ງເຈັບ ແລະ ແໜ້ນໜ້າເອິກສຸດໆ… ແລ້ວພໍຢຸດຮ້ອງຄວາມຮູ້ສຶກຕອນນັ້ນ  ບອກກັບໂຕເອງແຕ່ວ່າ “ບາດເຊົາຮ້ອງລະໂຕເຮົາຄືມາເບົາແທ້”.

ໃນຂະນະທີ່ໂຕກຳລັງຈົມລົງໄປພື້ນນ້ຳ ຕາກະຍັງແນມຂຶ້ນມາເບີ່ງໜ້ານ້ຳຢູ່ ແລະພາວະນາຂໍໃຫ້ແມ່ມາເຫັນເຮົາ ແລ້ວມາຊ່ວຍດຶງເຮົາຂຶ້ນ… ແລ້ວຢູ່ດີໆມັນກະມືດໄປໝົດ.

ແລ້ວຕອນທີ່ຮ່າງກາຍມັນຕົກລົງໄປ ຈົນສຸດພື້ນນ້ຳ ຢູ່ດີໆກະຢາກນອນ ພໍແຕ່ນອນຫຼັບຕາໄປທໍ່ນັ້ນລະ ຈະຮູ້ສຶກໄດ້ທັນທີວ່າ “ອ້າວ…ບາດເຮົານອນຫຼັບລະ ຄືມາຫາຍໃຈໄດ້ຫວາ ຮູ້ຈັ່ງຊີ້ນອນຫຼັບແຕ່ດົນໆກະດີ ??”

ຄວາມຮູ້ສຶກຕອນນອນຫຼັບ ຮູ້ແຕ່ວ່າມັນງຽບໄປໝົດ ຄວາມໜາວແຮງບໍ່ໃຫ້ວ່າໜາວສຸດໆ ຂົນລຸກໄປໝົດໂຕ… ຕອນນັ້ນຄິດຢາກໄດ້ແຕ່ຜ້າຫົ່ມ ຢາກໃຫ້ແມ່ມາເຫັນຂ້ອຍນອນຢູ່ນີ້ ແລ້ວຫົ່ມຜ້າໃຫ້ສຸດໆເລີຍ ຕີນກະເຢັນ ມືກະເຢັນ ໜັງຫົວເຢັນຈົນສັ່ນ ຈົນສະບັ້ນ. (ຄົງຈະໄດ້ເຫັນກັນໃນລະຄອນໂທລະທັດ ລະເນາະ ວ່າເປັນຫຍັງຜີທີ່ຈົມນ້ຳຕາຍ ຈຶ່ງມັກບອກວ່າໂຕເອງໜາວ ນີ້ລະຄືຄວາມຮູ້ສຶກແທ້ໆເລີຍ)

….ແຕ່ສຳຫຼັບຂ້ອຍບໍ່ຮູ້ດອກວ່າໂຕເອງ ນອນຫຼັບສະຫນິດໄປໄດ້ດົນປານໃດ ຄາວນຶ່ງກະຮູ້ສຶກຮ້ອນແທ້ຮ້ອນວ່າ ຮ້ອນສັນຫຼັງ ຮ້ອນຕີນ ຮ້ອນມື ຄິດແຕ່ວ່າ ສົງໄສແຈ້ງລະຕີ້ ແດດສ່ອງແຮງປານນີ້ ກະເລີຍຄິດຈະລຸກເພື່ອ ໜີແດດຮ້ອນຊື່ໆ.

ພໍມືນຕາຂຶ້ນມາທໍ່ນັ້ນລະ ຂ້ອຍກະນອນຢູ່ຕັກແມ່ຂ້ອຍລະ ເຫັນແຕ່ແມ່ຂ້ອຍໃຫ້ ແລະ ຮ້ອງໃຫ້ຕື່່ນຢູ່ບໍ່ເຊົາ ໄດ້ຍິນສຽງເປັນບົນໆຢູ່… ແລ້ວຂ້ອຍກະບໍ່ຮູ້ຫຍັງຕໍ່ວ່າເກີດຫຍັງຂຶ້ນ.

ຕື່ນມາຈຶ່ງຮູ້ວ່າ ນ້າສາວຂ້ອຍເປັນຄົນ ໂຕນລົງນ້ຳສ້າງໄປຊ່ວຍຂ້ອຍຂຶ້ນມາ… ຖ້າບໍ່ແມ່ນຄວາມໃຈກ້າຂອງ ນ້າສາວຂ້ອຍໃນມື້ນັ້ນ ທີ່ໂຕນລົງໄປ ແບບບໍ່ຫ່ວງຊີວິດໂຕເອງ ຄົງຈະບໍ່ມີຂ້ອຍໃນມື້ນີ້.. ມື້ທີ່ຂ້ອຍໄດ້ກັບມາເລົ່າໃຫ້ຜູ້ອ່ານຟັງ…

ເລື່ອງເລົ່າຈາກ: Leemou C Singhalath

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...