spot_img
Homeມູມໄອທີລາວສ້າງ Ringtone ໃຫ້ກັບiPhone ແບບງ່າຍໆ

ສ້າງ Ringtone ໃຫ້ກັບiPhone ແບບງ່າຍໆ

Published on

ສ້າງ Ringtone ໃຫ້ກັບiPhone ແບບງ່າຍໆ

ມື້​ນີ້​ຈະ​ມາ​ແນະ​ນຳ​ການ​ເຮັດ​ສຽງ Ringtone ສຳ​ລັບ iPhone ດ້ວຍ​ວິ​ທີ​ງ່າຍໆ ເພາະ​ຫຼາຍ​ຄົນ​ອາດ​ຈະ​ບໍ່​ຮູ້​ວ່າ iPhone ເຮັດ​ສຽງ​ເອີ້ນ​ເຂົ້າ​ແນວ​ໃດ ສຳ​ລັບ​ວີ​ດີ​ທີ່​ຈະ​ມາ​ບອກ​ໃນ​ຕອນ​ນີ້ ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ໂປ​ຮ​ແກ​ຮມ​ໃດ​ເພີ່ມ​ເຕີມ ເພາະ​ຄົນ​ໃຊ້ iPhone ກໍ​ຕ້ອງ​ມີ iTunes ຕິດ​ຕັ້ງ​ລົງ​ເຄື່ອງ​ໄວ້​ຢູ່​ແລ້ວ ບາດ​ນີ້​ມາ​ເຂົ້າ​ສູ່​ການ​ລົງ​ມື​ເລີຍ​ດີກ​ວ່າ​.

xset-iphone-ringtone.jpg.pagespeed.ic.nEX2csXcCZ

4 ຂັ້ນ​ຕອນ​ງ່າຍໆ ເຮັດ​ສຽງ​ໂທ​ເຂົ້າ​ລົງ iPhone ດ້ວຍ iTunes (ເວີ​ຊັນ 12)

  1. ເປີດ iTunes ຂື້ນ​ມາ​ແລ້ວ​ເບິ່ງ​ວ່າ​ດ້ານ​ຊ້າຍ​ເທິງ Tones ແລ້ວ​ຫຼື​ຍັງ (iTunes ເວິ​ຊັນ​ເກົ່າ​ຈະ​ເປັນ Ringtone) ຖ້າ​ຍັງ​ບໍ່​ມີ​ໃຫ້​ເຂົ້າ​ໄປ​ເປີດ​ກ່ອນ​ເລີຍ​.
    Screen Shot 2015-07-13 at 3.19.56 PM
  2. ຈາກ​ນັ້ນ​ໃຫ້​ເລືອກ​ເພງ​ທີ່​ເຮົາ​ຕ້ອງ​ການ​ມາ​ໃຊ້​ສ້າງ Ringtone ແລ້ວ​ຄິກ​ຂວາ​ໃສ່​ເພງ​ແລ້ວ​ເລືອກ Get info
    Screen Shot 2015-07-13 at 3.22.49 PM
  3. ໄປ​ທີ່​ແທັບ Options ຈະ​ເຫັນ​ມີ​ຕົວ​ເລືອກ​ດ້ານ​ລຸ່ມ ບ່ອນ Start Time ແລະ Stop Time ໃຫ້​ເຮົາ​ກຳ​ນົດ​ເວລາ​ເລີ່ມ​ແລະ​ເວລາ​ຈົບ​ຂອງ​ສຽງ​ເອີ້ນ​ເຂົ້າ ໂດຍ​ໃສ່​ເລກ​ເວລາ​ລົງ​ໄປ ໂດຍ​ຕ້ອງ​ມີ​ໄລ​ຍະ​ເວລາ​ບໍ່​ເກີນ 40 ວິ​ນາ​ທີ ຫຼັງ​ຈາກ​ຕັ້ງ​ຮຽບ​ຮ້ອຍ​ແລ້ວ​ໃຫ້​ຄິກ OK.
    Screen Shot 2015-07-13 at 3.27.39 PM
  4. ຈາກ​ນັ້ນ​ໃຫ້​ກົດ​ຄິກ​ຂວາ​ທີ່​ເພງ​ເກົ່າ ເລືອກ Create AAC Version ແລ້ວ​ກົດ​ຕົງ​ລົງ ໂປ​ຮ​ແກ​ຮມ​ຈະ​ສ້າງ​ຟາຍ​ເພງ​ຂື້ນ​ມາ​ອີກ 1 ເພງ​ທີ່​ມີ​ຄວາມ​ຍາວ 40 ວິ​ນາ​ທີ​. ຈາກ​ຕົວ​ເດີມ​ແມ່ນ 3:56

Screen Shot 2015-07-13 at 3.30.07 PM

ຫຼັງ​ຈາກ​ນັ້ນ​ເອົາ​ຕົວ​ທີ່​ເປັນ 40 ວິ​ນາ​ທີ​ນັ້ນ​ໄປ​ໄວ້​ບ່ອນ Ringtone ຫຼັງ​ຈາກ​ນັ້ນ​ກໍ Sync ເຂົ້າ iPhone ເຮົາ​ເລີຍ​. ​ເທົ່າ​ນີ້​ກໍ​ເປັນ​ອັນ​ຈົບ​ແລ້ວ​.

ຂໍຂອບໃຈຂໍ້ມູນດີໆຈາກ  mobiletalk.tv

MobileTalk.TV | ລົມທຸກເລື່ອງບັນຫາໂທລະສັບ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...