spot_img
HomeມູມໄອທີລາວLG ເຜີຍໂສມ LG Rolly ຄີບອດມ້ວນໄດ້ ພົກພາໄດ້ທຸກທີ່ ໃຊ້ໄດ້ສາລະພັດປະໂຫຍດ

LG ເຜີຍໂສມ LG Rolly ຄີບອດມ້ວນໄດ້ ພົກພາໄດ້ທຸກທີ່ ໃຊ້ໄດ້ສາລະພັດປະໂຫຍດ

Published on

lg-rolly

ໃນ​ບາງເທື່ອ​ການ​ພິມ​ຂໍ້ຄວາມ​ຍາວໆ​ລົງ​ໂທລະສັບ​ມື​ຖື ກັບ​ແທັບ​ເລັດ ຈຳ​ເປັນ​ຕ້ອງ​ໃຊ້​ຄີບອດ ໃນ​ການ​ພິມ​ເພື່ອ​ຄວາມສະດວກ ວ່ອງໄວ ແລະ​ ຄ່ອງ​ຕົວ​ກວ່າ​ການ​ພິມ​ແບບ​ໃຊ້​ນິ້ວ​​ສຳ​ຜັດ​ທີ່​ຈໍ ຊຶ່ງ​ບາງ​ທ່ານ​ກໍ​ຊື້​ຄີ​ບອດ Bluetooth ທີ່​ເຊື່ອມ​ຕໍ່​ກັບ​ຄອມພິວເຕີ ມາ​ໃຊ້​ເຊື່ອມ​ຕໍ່​ກັບ​ມື​ຖື​ຫລື​ແທັບ​ເລັດ ແຕ່​ກໍ​ມີ​ຂະໜາດ​ ໃຫຍ່ ​ແລະ​ ແບນ​ ກິນ​ພື້ນ​ທີ່​ຈັດ​ວາງ ຕອນ​ນີ້ LG ເປີດ​ຕົວ ​ຄີ​ບອ​ດ LG Rolly ທີ່​ເຮັດ​ມາ​ໃນ​ລັກສະນະ​ເປັນ​ແທ່ງ​ໄມ້ ມ້ວນ​ໄດ້ ແລ້ວ​ ແພ່ອອກ​ມາ​ເປັນ​ຄີ​ບອດ​ພ້ອມ​ໃຊ້​ງານ​ໄດ້​ທັນ​ທີ ແລະ​ສາມາດ​ໃຊ້​ປະໂຫຍດ​ໄດ້​ຫລາຍກວ່າ​ຄີບອ​ດ   Bluetooth ທົ່ວ​ໄປ​ນຳອີກ

lg-rolly-02

ໂດຍ​ລັກສະນະ​ຄີ​ບອ​ດ LG Rolly ນັ້ນ​ເປັນ​ແທ່ງ​ໄມ້ ແຕ່​ແພ່​ອອກ​ມາ​ຈະ​ກາຍ​ເປັນ​ຄີ​ບອ​ດໄຮ້​ສາຍ ສາມາດ​ເຊື່ອມ​ຕໍ່​ກັບ ສະ​​ມາດ​ໂຟນ ​ແລະ​ ແທັບ​ເລັດ​ໄດ້​ທັນ​ທີ ໂດຍ​ເມື່ອ​ທຳການ​ແພ່ອອກມາ​ເປັນ​ແຜ່ນ​ຄີ​ບອດ​ແລ້ວ​ຈະ​ເຊື່ອມ​ຕໍ່​ກັບ ສະ​ມາດ​ໂຟນ ຫລື​ ແທັບ​ເລັດ ຜ່ານ​ທາງ Bluetooth ໂດຍ​ອັດຕະ​ໂນ​ມັດ

https://youtu.be/-BOmdKWrBrs

LG Rolly ສາມາດ​ເປັນ​ຂາ​ຕັ້ງ​ສະ​ມາດໂຟນ ​ແລະ ​ແທັບ​ເລັດ​ໄດ້​ອີກດ້ວຍ ແລະ ​ຍັງ​ສາມາດ​ເຊື່ອມ​ຕໍ່​ກັບ ສະ​ມາດໂຟນ ຫລື​ ແທັບ​ເລັດ​ອີກ​ເຄື່ອງ ດ້ວຍ​ຟັງຊັ່ນ Dual Pairing ເພື່ອ​ສາມາດ​ພິມ​ງານ 2 ເຄື່ອງ​ພ້ອມໆ​ກັນ​ໄດ້

lg-rolly-03

ດ້ວຍ​ການ​ອອກ​ແບບ​ໃນ​ລັກສະນະ​ມ້ວນ​ເປັນ​ແທ່ງ​ໄມ້ ​ສະ​ດວກ​ໃນ​ການ​ໃສ່​ກະ​ເປົ໋າ ແລະ​ ພົກ​ພາ​ງ່າຍ​ຫລາຍ​ໆ ສ່ວນ​ແບດ​ເຕີ​ລີ່​ນັ້ນ​ໃຊ້​ຖ່ານ​ແບບ AAA ຊຶ່ງ​ເມື່ອ​ໃສ່​ແລ້ວ​ສາມາດ​ໃຊ້​ໄດ້​ດົນ​ສູງ​ສຸດ 3 ເດືອນ
ຄີ​ບອ​ດ LG Rolly ຈະ​ເລີ່ມ​ຈຳ​ໜ່າຍ​ໃນ​ເດືອນ​ກັນຍາ​ນີ້ ທີ່ ອະ​ເມ​ຣິກາ ຍຸ​ໂຣບ ແລະ​ ຈຳ​ໜ່າຍ​ໃນ​ຝັ່ງ​ເອ​ເຊຍ​ພາຍ​ໃນ​ປີ​ນີ້ ໂດຍ​ໄລຍະ​ນີ້ LG ຈະ​ກຽມ​ຈັດ​ສະແດງ​ຄີ​ບອ​ດ​ມ້ວນ​ໄດ້​ນີ້ ໃນ​ງານ IFA 2015 ທີ່​ກຸງ​ເບີ​ລິນ ປະເທດເຍີຣະມັນ​ 4-9 ກັນຍາ​ນີ້

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...