Homeມູມໄອທີລາວຢືນຢັນແລ້ວ!! Apple ສົ່ງບັດເຊີນສື່ຕ່າງໆ ມາຮ່ວມງານເປີດໂຕ iPhone 6s ວັນທີ່ 9 ກັນຍານີ້

ຢືນຢັນແລ້ວ!! Apple ສົ່ງບັດເຊີນສື່ຕ່າງໆ ມາຮ່ວມງານເປີດໂຕ iPhone 6s ວັນທີ່ 9 ກັນຍານີ້

Published on

ຫລັງ​ຈາກ​ປ່ອຍ​ຂ່າວ​ຮືຮາກັນ​ຢູ່​ດົນ ຫລ້າ​ສຸດ Apple ກໍ​ໄດ້​ປ່ອຍ​ບັດ​​ເຊີນ​ສື່​ຕ່າງໆ ກຽມ​ເປີດ​ໂຕ iPhone 6s ວັນທີ່ 9 ກັນຍາ​ນີ້​ເປັນ​ທີ່​ຮຽບຮ້ອຍ

ເຊີ່ງໃນ​ບັດ​​ເຊີນ​ນັ້ນ​ມີ​ລັກສະນະ​ເປັນ​ລູກ​ແອບ​ເປີນ​ທີ່​ມີ​ສີ​ສັນ​ສົດ​ໃສ​ເຊັ່ນ​ເຄີຍ ແລະ​ມີ​ຄຳ​ກ່າວດ້ານ​ລຸ່ມ​ວ່າ Hey Siri, give us a hint. ແລະ​ງານ​ນີ້​ຈະ​ຈັດ​ຂຶ້ນ​ໃນ​ວັນທີ່ 9 ກັນຍາ​ນີ້ ເວລາ 10 ໂມງ​ຕາມ​ເວລາ​ແປ​ຊິ​ຟິກ (ທ່ຽງ​ຄືນ​ລະຫວ່າງ​ວັນທີ່ 9 ກັບ​ວັນທີ່ 10 ຕາມເວລາຂອງ​ປະເທດ​ລາວເຮົາ) ທີ່​ຫໍ​ປະ​ຊຸມ Bill Graham ໃນ​ຊານ​ຟຣານ​ຊິດ​ໂກ

ງານ​ເທື່ອ​ນີ້​ຄາດ​ວ່າ​ຈະ​ຈັດ​ຖ່າຍ​ທອດ​ສົດ​ຄືທີ່ຜ່ານມາ ແລະ​ ສິນ​ຄ້າ​ທີ່​ຄາດ​ວ່າ Apple ຈະ​ເປີດ​ໂຕ​ໃນ​ງານ​ນີ້​ມີ​ຕັ້ງ​ແຕ່ iPhone 6s ຊຶ່ງ​ເປັນ​ເວີ​ຊັນ​ອັບ​ເກດ​ຂອງ iPhone 6 ແລະ Apple TV ທີ່​ຈະ​ອັບ​ເກດ​ເທື່ອ​ໃຫຍ່

apple-9-sep-event-confirmed

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...