spot_img
Homeຄົມຄິດຄົມຄົນກ່ອນຈະຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ ທ່ານຈົ່ງອ່ານບົດນີ້ໃຫ້ຈົບກ່ອນ

ກ່ອນຈະຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ ທ່ານຈົ່ງອ່ານບົດນີ້ໃຫ້ຈົບກ່ອນ

Published on

11937026_830850873689544_972548684_n

ພະພຸດທະເຈົ້າ ເພິ່ນສອນໄວ້ວ່າ: ກ່ອນທີ່ຈະຮ້ອງຂໍໃຫ້ຄົນອື່ນຊ່ວຍ ເຮົາຄວນລອງຊ່ວຍຕົນເອງເສຍກ່ອນ ຫາກຊ່ວຍຕົນເອງບໍ່ໄດ້ ຄ່ອຍຂໍໃຫ້ຄົນອື່ນມາຊ່ວຍເຮົາ

ມີພໍ່ຄ້າຄົນໜຶ່ງ ເດີນທາງຄ້າຂາຍ ໄປຕາມແຕ່ລະເມືອງ ດ້ວຍການຂີ່ກວຽນ ຢູ່ມາມື້ໜຶ່ງພໍ່ຄ້າໄດ້ຂີ່ກວຽນໄປຕາມທາງ ຜ່ານປ່າທີ່ກວ້າງໃຫຍ່ ເພື່ອໄປອີກເມືອງໜຶ່ງ  ທັນໃດນັ້ນກວຽນຢຸດຢູ່ນິ້ງ ພໍ່ຄ້າໃຊ້ແສ້ຕີງົວທີ່ແກ່ກວຽນ ທັງທີ່ງົວພະຍາຍາມບືນລາກ ແຕ່ກວຽນກໍບໍ່ໄປ ດັ່ງນັ້ນພໍ່ຄ້າຈຶ່ງລົງຈາກກວຽນ ແລ້ວຢ່າງເລາະໄປຕາມທາງ ເພື່ອຊອກຫາຄົນມາຊ່ວຍຍູ້ ແຕ່ຍິ່ງຍ່າງໄປໄກເທົ່າໃດ ກໍບໍ່ພົບເຮືອນຄົນ ເນື່ອງຈາກເປັນເຂດປ່າ. ຕໍ່ມາພໍ່ຄ້າກໍໄດ້ກັບມາກາກວຽນ ແລະ ນັ່ງຖ້າໃຫ້ຜູ້ຄົນກາຍທາງມາ ເພື່ອຈະຂໍຄວາມຊ່ວຍເຫຼືອ ແຕ່ຖ້າຈົນຕາເວັນໃກ້ຈະຕົກດິນ ກໍບໍ່ມີຄົນຜ່ານມາ. ທັນໃດນັ້ນ ທ້ອງຟ້າກໍມືດຄື້ມ ຄ້າຍກັບວ່າຝົນຈະຕົກ ພໍ່ຄ້າໝົດຫົນທາງຈະໄປຕໍ່ ແລະ ບໍ່ຮູ້ຈະເຮັດແນວໃດ ໄດ້ແຕ່ຂາບລົງດິນ ອ້ອນວອນໃຫ້ເທວະດາ ຟ້າແຖນມາຊ່ວຍ ແລະຕໍ່ມາຝົນກໍ່ຕົກ ພໍ່ຄ້າກໍ່ໄດ້ແຕ່ຮ້ອງໄຫ້ ແລະຍັງອ້ອນວອນໃຫ້ເທວະດາມາຊ່ວຍຄືເກົ່າ.

ເມື່ອເທວະດາເຫັນແນວນັ້ນຈຶ່ງໄດ້ສະເດັດລົງມາ ປະກົດກາຍຕໍ່ໜ້າພໍ່ຄ້າ ແລ້ວກ່າວຖາມວ່າ:
ເທວະດາ: ເຈົ້າມີເຫດອັນໃດ ໃຫ້ຊ່ວຍຈົ່ງບອກມາ
ພໍ່ຄ້າ: ກວຽນຂອງຂ້ານ້ອຍໄປບໍ່ໄດ້.. ຊ່ວຍຂ້ານ້ອຍແນ່
ເທວະດາ: ແລ້ວກວຽນຂອງເຈົ້າມັນເປັນຫຍັງຈຶ່ງໄປບໍ່ໄດ້ລະ!
ພໍ່ຄ້າ: ຂ້ານ້ອຍບໍ່ຮູ້ສາເຫດ ຂ້ານ້ອຍບໍ່ໄດ້ເບິ່ງ
ເທວະດາ: ແລ້ວເປັນຫຍັງເຈົ້າບໍ່ເບິ່ງ!
ພໍ່ຄ້າ: ໂດຍ ຂ້ານ້ອຍຊິເບິ່ງ….. ຂ້ານ້ອຍຮູ້ແລ້ວ! ກວຽນຂອງຂ້ານ້ອຍ ມີຂອນໄມ້ຂວາງໄວ້ ເລີຍໄປບໍ່ໄດ້
ເທວະດາ: ແລ້ວເຈົ້າຈະເຮັດແນວໃດຕໍ່
ພໍ່ຄ້າ: ຂ້ານ້ອຍຄົງເຮັດຫຍັງບໍ່ໄດ້ ເພາະບໍ່ມີໃຜມາຊ່ວຍ…. ເທວະດາຊ່ວຍຂ້ານ້ອຍແນ່ທ້ອນ ຂ້ານ້ອຍໝົດປັນຍາແລ້ວ
ເທວະດາ: ຈະໃຫ້ຊ່ວຍແນວໃດ
ພໍ່ຄ້າ: ຊ່ວຍເສກຄາຖາ ໃຫ້ໄມ້ອອກຈາກກົງກວຽນ
ເທວະດາ: ຍິ້ມ ແລ້ວເວົ້າວ່າ ..ໄດ້! ແຕ່ຕ້ອງໃຫ້ເຈົ້າເປັນຜູ້ຊ່ວຍ
ພໍ່ຄ້າ: ໂດຍຂ້ານ້ອຍ! ຂ້ານ້ອຍຍິນດີເຮັດທຸກຢ່າງ ຂໍແຕ່ໃຫ້ກວຽນໄປຕໍ່ໄດ້.
ເທວະດາ: ເອົາລະ! ໃຫ້ເຈົ້າເຂົ້າໄປຍົກສົ້ນຂອນຂຶ້ນໃຫ້ແນ່ ແລ້ວເທວະດາຈະສວດຄາຖາໃຫ້ໄມ້ອອກ
ພໍ່ຄ້າ: ເຂົ້າໄປຍົກໄມ້ຂຶ້ນ.
ເທວະດາ: ທຳທ່າຈົ່ມຄາຖາ ແລ້ວເວົ້າວ່າ ພໍ່ອອກແກ່ອອກມາທາງນອກພີ້ ເທວະດາຈັ່ງຊິເຮັດໃຫ້ຂອນລອຍຂຶ້ນໄດ້
ພໍ່ຄ້າ: ໃຊ້ແຮງແກ່ເອົາຂອນອອກມາຈາກກ້ອງກວຽນ ແລ້ວເວົ້າວ່າ ຂ້ານ້ອຍແກ່ອອກມາແລ້ວ ເທວະດາ ເສກຄາຖາໂລດບາດນີ້
ເທວະດາ: ຈົ່ມນະໂມ 3ຈົບ…ໂອ່ມ..ພຽງ!.. ເອົາລະ! ແລ້ວໆ ຂອນອອກມາແລ້ວ ໃຊ້ຄາຖາເອົາອອກມາແລ້ວ
ພໍ່ຄ້າ: ຢືນງົງ ແລ້ວຖາມວ່າ ຂອນຍັງຢູ່ບ່ອນເກົ່າ ຢູ່ບ່ອນທີ່ຂ້ານ້ອຍແກ່ອອກມາ ບໍ່ໄດ້ເຄື່ອນເໜັງເລີຍ
ເທວະດາ: ແມ່ນແລ້ວ ຄົນທີ່ຊ່ວຍເອົາຂອນອອກ ແມ່ນຕົວຂອງເຈົ້າເອງ ບໍ່ແມ່ນຄົນອື່ນ ແລະ ບໍ່ແມ່ນເທວະດາ ຖ້າເຈົ້າຫາກຮູ້ທີ່ຈະຊ່ວຍຕົວເອງ ເຈົ້າກໍສາມາດຊ່ວຍຕົນເອງໄດ້ ໂດຍບໍ່ຕ້ອງລໍຖ້າໃຫ້ຄົນອື່ນມາຊ່ວຍ.
ຢ່າຄິດວ່າເຮົາເຮັດບໍ່ໄດ້ ຫາກຍັງບໍ່ເຄີຍລົງມືເຮັດ!!

ບົດຈາກ: ຄົນບ້ານນອກ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...