Homeຂ່າວຕ່າງປະເທດພົບຜູ້ອົບພະຍົບເສຍຊີວິດ 50 ຄົນ ຫລັງທີມກູ້ໄພເຂົ້າຊ່ວຍເຫລືອ ກາງທະເລເມດິແຕຣານຽນ

ພົບຜູ້ອົບພະຍົບເສຍຊີວິດ 50 ຄົນ ຫລັງທີມກູ້ໄພເຂົ້າຊ່ວຍເຫລືອ ກາງທະເລເມດິແຕຣານຽນ

Published on

EyWwB5WU57MYnKOuXq5GdBnW1m24FdajGllVbtty47oLEzHfzrwy9S

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫາຜ່ານມານີ້ວ່າ ໜ່ວຍກູ້ໄພທາງທະເລຂອງເອີຣົບ ໄດ້ເຂົ້າຊ່ວຍເຫລືອເຮືອຜູ້ອົບພະຍົບລີ້ໄພ ທີ່ລອຍລຳຢູ່ນ່ານນ້ຳທະເລເມດິແຕຣານຽນ ໃກ້ກັບຊາຍຝັ່ງຂອງປະເທດລີບີ ໂດຍສາມາດຊ່ວຍເຫລືອຜູ້ອົບພະຍົບໄດ້ 439 ຄົນ ໃນຂະນະທີ່ພົບສົບຜູ້ເສຍຊີວິດຢູ່ເທິງເຮືອເຖິງ 50 ສົບ ໂດຍຍັງບໍ່ທັນຮູ້ສາເຫດຂອງການຕາຍເທື່ອ.

ທັງນີ້ ຈຳນວນຜູ້ອົບພະຍົບທີ່ລັກລອບອອກຈາກປະເທດລີບີ ເພື່ອຈຸດປະສົງເຂົ້າໄປສູ່ທະວີບເອີຣົບ ໄດ້ສູງຂຶ້ນເລື້ອຍໆໃນໄລຍະຫລາຍເດືອນຜ່ານມາ ເຮັດໃຫ້ເຈົ້າໜ້າທີ່ຂອງສະຫະພາບເອີຣົບລະບຸວ່າ ຕັ້ງແຕ່ເລີ່ມເຂົ້າປີ 2015 ເຖິງດຽວນີ້ ມີຜູ້ອົບພະຍົບປະມານ 250,000 ຄົນ ໄດ້ລັກລອບເຂົ້າມາໃນເອີຣົບ ແລະ ມີຜູ້ອົບພະຍົບຫລາຍກ່ວາ 2,000 ຄົນ ຕ້ອງເສຍຊີວິດ ໃນຂະນະທີ່ຍັງລອຍແພຢູ່ກາງທະເລເມດິແຕຣານຽນ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...