Homeຂ່າວການພັດທະນາຜູ້ສັນຈອນຈົ່ມ! ອີກດົນປານໃດເສັ້ນທາງດົງໂດກ ຈະໄດ້ຮັບການສ້ອມແປງໃຫ້ດີ?

ຜູ້ສັນຈອນຈົ່ມ! ອີກດົນປານໃດເສັ້ນທາງດົງໂດກ ຈະໄດ້ຮັບການສ້ອມແປງໃຫ້ດີ?

Published on

dongdok-nongbuek

ນີ້ແມ່ນຄຳຖາມຂອງຜູ້ອາໃສ່ຢູ່ເຂດໃກ້ຄຽງ ແລະ ຜູ້ສັນຈອນຜ່ານໄປມາໃນເສັ້ນທາງດົງໂດກ ແລະ ຍັງບໍ່ມີຄຳຕອບຈາກພາກ ສ່ວນກ່ຽວຂ້ອງເທື່ອ, ຈຶ່ງເຮັດໃຫ້ ເສັ້ນທາງດັ່ງກ່າວຊຸດໂຊມເພ່ເປຫລາຍຄືເຫັນນຳກັນດັ່ງທຸກວັນນີ້.

ເສັ້ນທາງດົງໂດກມີຄວາມສຳຄັນຕໍ່ການສັນຈອນຂອງພາຫະນະເຂົ້າ-ອອກລະຫວ່າງຊານເມືອງ ແລະ ຕົວເມືອງ, ເປັນເສັ້ນທາງເຊື່ອມຕໍ່ການລຳລຽງຂົນສົ່ງສິນຄ້າລະຫວ່າງພາກໃຕ້ຫາພາກເໜືອ, ສະນັ້ນ ຈຶ່ງມີພາຫະນະຂະໜາດຕ່າງໆສັນຈອນຜ່ານໄປມາເປັນຈຳນວນຫລວງຫລາຍໃນແຕ່ລະວັນ ແລະ ເຮັດໃຫ້ເສັ້ນທາງສາຍນີ້ມີສະພາບເປ່ເພເລື້ອຍໆ, ຜ່ານມາເຖິງວ່າພາກສ່ວນກ່ຽວຂ້ອງໄດ້ປັບປຸງສ້ອມແປງຕາບຈູນບາງຈຸດທີ່ເປັນບວກເປັນຂຸມເພື່ອ ໃຫ້ການສັນຈອນມີຄວາມໂລ່ງລຽນ, ແຕ່ກໍຍັງບໍ່ຮັບປະກັນໄດ້ ດ້ານມາດຕະຖານ, ຈຶ່ງເຮັດໃຫ້ບາງຈຸດ, ບາງຍ່ານເປ່ເພຄືນໃໝ່ອີກ ແລະ ເຮັດໃຫ້ສີ້ນເປື້ອງງົບປະມານບໍ່ໜ້ອຍໃນການປົວແປງໃນຫລາຍຄັ້ງຜ່ານມາ ແລະ ມາຮອດປັດຈຸບັນ, ເສັ້ນທາງດັ່ງກ່າວ ຍິ່ງມີການຊຸດໂຊມເປ່ເພຫລາຍອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນບໍ່ໜ້ອຍ, ເນື່ອງ
ຈາກວ່າເມື່ອມີຝົນຕົກກໍເປັນບວກຂຸມເປີະເປືອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງລອຍໄປເປັນບໍລິເວນກວ້າງ, ສ້າງຄວາມລຳບາກໃຫ້ ແກ່ການດຳລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງລວມທັງຜູ້ສັນຈອນຜ່ານໄປມານຳດ້ວຍ ແລະ ຕໍ່ສະພາບທີ່ ຫຍຸ້ງຍາກດັ່ງກ່າວກໍຍັງບໍ່ມີຄຳຕອບແນ່ນອນຈາກພາກສ່ວນກ່ຽວຂ້ອງວ່າເສັ້ນທາງດັ່ງກ່າວຈະມີແຜນກໍ່ສ້າງສ້ອມແປງໃຫ້ດີອີກດົນປານ ໃດ ແລະ ໃນອີກບໍ່ດົນນີ້, ປະເທດພວກເຮົາກໍຈະມີຫລາຍກິດຈະກຳສະຫລອງວັນສຳຄັນຂອງຊາດ ເຊັ່ນ: ສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ, ສະນັ້ນ ຫວັງວ່າຫລາຍເສັ້ນທາງໃນຕົວເມືອງຄົງຈະໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານ ແລະ ສວຍງາມດີຂຶ້ນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...