HomeມູມໄອທີລາວPooductive ແອັບ​ພິ​ເຄ​ຊັ່ນ​ແຊັດ​ສຸດ​ແນວນ້ອງໃໝ່

Pooductive ແອັບ​ພິ​ເຄ​ຊັ່ນ​ແຊັດ​ສຸດ​ແນວນ້ອງໃໝ່

Published on

Pooductive แอพฯ แชทสุดแนวสำหรับคนเข้าห้องน้ำ

ແອັບທີ່​ຈະ​ແນະ​ນຳ​ຕໍ່ໄປ​ນີ້ ໜ້າ​ຈະ​ຖືກ​ໃຈ​​ຫລາຍ​ຄົນ ໂດຍ​ສະເພາະ​ຜູ້​ທີ່​ມັກ​ເອົາ iPhone ເຂົ້າ​ຫ້ອງ​ນ້ຳ​ຂະນະ​ຖ່າຍ ເນື່ອງ​ຈາກ​ແອັບ ຫລື​ໂປ​ແກມ​ທີ່​ວ່າ​ນີ້ ສາມາດ​ໃຫ້​ເຈົ້າ​ແຊັດ ຫລື​ສົນທະນາ​ກັບ​ໝູ່ເພື່ອນ ທົ່ວ​ໂລກ​ໄປ​ພ້ອມໆ ກັນ​ໄດ້ ຊຶ່ງ​ຊ່ວຍ​ສ້າງ​ຄວາມ​ເພີດ​ເພີນ​ໃນ​ລະຫວ່າງ​ການ​ນັ່ງ​ສ້ວມ​ໄດ້​ເປັນ​ຢ່າງ​ດີ ນັ້ນ​ຄື Pooductive
Pooductive ແອັບ​ພິ​ເຄ​ຊັ່ນ​ແຊັດ​ສຸດ​ແນວ​ທີ່​ບໍ່​ຄືໃຜ ເນື່ອງ​ຈາກ​ຕົວ​ແອັບ ສາມາດ​ຊ່ວຍ​ໃຫ້​ເຈົ້າ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ ຫລື​ສົນທະນາ​ຕ່າງໆ ໃນ​ລະຫວ່າງ​ປ່ອຍຂອງເສຍ​ຢູ່ໃນ​ຫ້ອງ​ນ້ຳ​ກັບໝູ່​ເພື່ອນ ທົ່ວ​ໂລກ ຜ່ານ​ແອັບດັ່ງ​ກ່າວ ໄດ້​ຢ່າງ​ເພີດ​ເພີນ ສຳລັບ​ວິທີ​ການ​ໃຊ້​ງານ​ແອັບ  Pooductive ສາມາດ​ເຮັດ​ໄດ້​ງ່າຍໆ ພຽງ​ແຕ່ໃສ່​ຊື່ ແລະ​ ລະຫັດຜ່ານທີ່​ຕ້ອງ​ການ​ລົງ​ໄປ ເພື່ອ​ລົງ​ທະ​ບຽນ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໃສ່​ຮູບ​ໂປ​ໄຟລ໌ ຫລື​​ອີ​ເມລ​ໃຫ້​ຫຍຸ້ງຍາກ ຈາກ​ນັ້ນ​ກໍ່ທຳການ​ເລືອກ​ໂໝດ​ທີ່​ຕ້ອງ​ການ​ຄົ້ນ​ຫາ​ເພື່ອນ ຊຶ່ງ​ມີ 2 ໂໝດ​ນຳກັນ ຄື 1. ແບບ Local ສຳລັບ​ແຊັດ​ກັບ​ຜູ້​ໃຊ້​ງານ​ຄົນ​ອື່ນໆ ທີ່ຢູ່ອອ້ມຕົວປະມານ 5 – 250 ກິ​ໂລ​ແມັດ ແລະ 2. ແບບ Global ສຳລັບ​ເລືອກ​ແຊັດ​ກັບ​ໃຜ​ກໍ​ໄດ້​ທົ່ວ​ໂລກ​ແບບ​ຕົວ​ຕໍ່​ຕົວ​ໄປ​ຈົນ​ເຖິງ​ກຸ່ມ ຖື​ໄດ້​ວ່າ​ເປັນ​ແອັບແຊັດ​ນ້ອງ​ໃໝ່​ທີ່​ໜ້າ​ສົນ​ໃຈ ບໍ່ນ້ອຍໜ້າ​ໃຜ

Pooductive แอพฯ แชทสุดแนวสำหรับคนเข้าห้องน้ำ

Pooductive แอพฯ แชทสุดแนวสำหรับคนเข้าห้องน้ำ
Pooductive แอพฯ แชทสุดแนวสำหรับคนเข้าห้องน้ำ
ທັງ​ນີ້ ແອັບ  Pooductive ຜູ້​ໃຊ້​ງານ​ຈະ​ຕ້ອງ​ທຳການ​ຍອມ​ຮັບ​ກົດ​​ທັງ 3 ຂໍ້​ເສຍ​ກ່ອນ ຄື 1. ບໍ່​ເວົ້າ​ເລື່ອງ​ລາມົກອານາ​ຈານ 2. ບໍ່​ມີ​ຮູບ​ພາບ​ທີ່ເສື່ອມເສຍ ແລະ​ ສຸດ​ທ້າຍ 3. ແຊັດ ຫລື​ ສົນທະນາ​ດ້ວຍ​ຖ້ອຍ​ຄຳ​ສຸ​ພາບ​ເທົ່າ​ນັ້ນ ຫາກ​ຜູ້​ໃຊ້​ງານ​ເຮັດ​ຜິດ​ກົດ​ດັ່ງ​ກ່າວ​ຈະ​ຖືກ​ແບນ​ທັນ​ທີ ຖ້າ​ມີ​ຜູ້​ຮ້ອງ​ຮຽນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...