Homeຂ່າວຕ່າງປະເທດໄທເລີ່ມປະຕິສັງຂອນ ສານທ້າວມະຫາພົມ ຫລັງຖືກເສຍຫາຍຈາກເຫດລະເບີດ

ໄທເລີ່ມປະຕິສັງຂອນ ສານທ້າວມະຫາພົມ ຫລັງຖືກເສຍຫາຍຈາກເຫດລະເບີດ

Published on

558000010026101

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນເວລາ 10:00 ໂມງຂອງມື້ນີ້ (26 ສິງຫາ) ເຈົ້າໜ້າທີ່ກົມສີລະປາກອນ ກະຊວງວັດທະນະທຳຂອງໄທ ໄດ້ນຳທີມລົງປະຕິສັງຂອນ ບູລະນະສານທ້າວມະຫາພົມ ຢູ່ສີ່ແຍກຣາຊະປະສົງ ບາງກອກ ປະເທດໄທ ຫລັງຈາກທີ່ຖືກເສຍຫາຍຈາກເຫດລະເບີດຮຸນແຮງ ໃນມື້ວັນທີ 17 ສິງຫາຜ່ານມານີ້ ໂດຍໃຊ້ງົບປະມານບູລະນະທັງໝົດ 70,000 ບາດ ແລະ ມີກຳນົດໃຫ້ສຳເລັດພາຍໃນວັນທີ 3 ກັນຍານີ້ ໂດຍໃນວັນທີ 4 ກັນຍາ ແມ່ນຈະມີການທຳພິທີບວງສວງຕາມຮີດຄອງປະເພນີຂອງໄທ.

ທັງນີ້ ໃນລະຫວ່າງການປະຕິສັງຂອນ ແມ່ນເຈົ້າໜ້າທີ່ຍັງອະນຸຍາດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ເຂົ້າໄປສັກກາລະບູຊາຢູ່ສານທ້າວມະຫາພົມໄດ້ເປັນປົກກະຕິ ເນື່ອງຈາກສານແຫ່ງດັ່ງກ່າວ ແມ່ນເປັນສະຖານທີ່ສັກສິດ ຊຶ່ງຊາວໄທ ໂດຍສະເພາະແມ່ນຊາວກຸງເທບ ໃຫ້ຄວາມສັກກາລະບູຊາເຊື່ອຖືມາດົນນານ.
558000010026102

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...