spot_img
Homeຂ່າວເຫດການລັດຖະບານພິຈາລະນາຫລາຍບັນຫາ ໃນກອງປະຊຸມປະຈຳເດືອນສິງຫານີ້!

ລັດຖະບານພິຈາລະນາຫລາຍບັນຫາ ໃນກອງປະຊຸມປະຈຳເດືອນສິງຫານີ້!

Published on

thongsing

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ສິງຫາ 2015 ໄດ້ມີຂຶ້ນ ໃນວັນທີ 25 ສິງຫານີ້​ ໂດຍ​ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ​ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ​ໂດຍ​ໄດ້ ຮັບຮອງ ບົດລາຍງານກ່ຽວກັບ ຜົນຂອງການຈັດຕັ້ງກອງປະຊຸມແລກປ່ຽນບົ ດຮຽນ ດ້ານການພັດທະນາສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ ອາຊຽນ+ຈີນ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ນະວະຕະກໍາ ດ້ານການເງິນເພື່ອແກ້ໄຂຄວາມທຸກຍາກ” ຕໍ່ຜົນສໍາເລັດດັ່ງກ່າວ. ກອງ​ປະຊຸມຄັ້ງນີ້​ ໄດ້ມີທິດ​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ແລະ ຂະແໜງການຕ່າງໆ ເອົາ​ໃຈ​ໃສ່​ຄົ້ນຄວ້າ ໃຫ້ເລິກເຊິ່ງ, ລະອຽດເພື່ອ​ເຮັດໃຫ້​ປະຊາຊົນທີ່ທຸກຍາກ ​ໄດ້​ເຂົ້າ​ເຖິງ​ແຫຼ່ງທຶນ​ຕົວ​ຈິງ​ໃຫ້ຫຼາຍຂຶ້ນ ພ້ອມທັງ ກໍານົດລະບຽບການລວມ ທີ່ຊັດເຈນ, ຈະແຈ້ງ ເພື່ອຄວາມເປັນເອກະພາບ ໃນການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຕ່າງໆ ໃຫ້ມີປະສິດທິຜົນ ໂດຍຕິດພັນກັບທະນາຄານ ທີ່ປ່ອຍສິນເຊື່ອ. ພ້ອມດຽວນັ້ນ, ໃຫ້ສືບຕໍ່ຍາດ​ແຍ່ງ​ການ​ຊ່ວຍເຫຼືອ​ຈາກອົງການ ຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ​ໃຫ້ຫຼາຍຂຶ້ນ; ຕໍ່ການກະກຽມຄວາມພ້ອມ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ຄັ້ງທີ 9 ກອງ

ປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆ ເອົາໃຈໃສ່ກະກຽມ, ປະສານ​ສົມທົບ ​ແລະ ​ແບ່ງ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ ​​ເພື່ອ​ໃຫ້​ມີ​ຜົນ​ສໍາ​ເລັດ​ ​ແລະ ດໍາ​ເນີນ​ໄປ​ດ້ວຍບັນຍາກາດ​ດີ ທັງຮັບປະກັນໃຫ້ໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ນອກນັ້ນ, ກອງປະຊຸມ ຍັງເຫັນດີໂຄງການເລືອກຕົວແບບຮ່ວມມືລາວ-ຈີນ ຈໍານວນ 2 ບ້ານ ຄື: ບ້ານ ຊໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານ ຊຽງລ້ອມ, ເມືອງ ແລະ ແຂວງຫຼວງພະບາງ. ສໍາລັບການຄັດເລືອກຕົວແທນປະຊາຊົນ ສປປ  ລາວ ໄປຮັບລາງວັນອາຊຽນ ທີ່ມາເລເຊຍ ໃນເດືອນພະຈິກ 2015 ກອງປະຊຸມໄດ້ເນັ້ນໜັກ ຄັດເລືອກໄດ້ຕົວແບບ ທີ່ມີຄວາມຍືນຍົງ ແລະ ສາມາດຖອດຖອນບົດຮຽນ ໃຫ້ບັນດາຕົວແບບອື່ນໃນວົງກວ້າງ.

  1. ຕໍ່ຮ່າງກົດໝາຍ ວ່າ​ດ້ວຍ​ການຕ້ານການຄ້າມະນຸດ. ກອງປະຊຸມເຫັນດີຮັບຮອງທາງດ້ານຫຼັກການ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະ ບານ ​ເປັນ​ຕົ້ນ: ການ​ກໍານົດ​ບັນດາຄໍາ​ສັບ, ບາງມາດຕາ ຕ້ອງ​ມີ​ຄວາມ​ຈະ​ແຈ້ງ, ຖືກຕ້ອງ, ຊັດເຈນ ​ແລະ ຮັດກຸມ ​ເພື່ອ​ບໍ່​ໃຫ້​ເກີດ​ຊ່ອງ​ຫວ່າງ​ໃນ​ເວລາ​ນໍາ​ໃຊ້​. ສໍາ​ຄັນ​ແມ່ນຕ້ອງ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ ຫຼື ສົນທິສັນຍາ​ຂອງ​ສາກົນ ທີ່ ສປປ ລາວ ເປັນພາຄີ.
  2. ກອງປະຊຸມ ໄດ້ປະກອບ​ຄໍາ​ຄິດ​ຄໍາ​ເຫັນດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ຮັບຮອງຕໍ່ຮ່າງດໍາລັດ ວ່າດ້ວຍການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ຕໍ່ບັນຫາດັ່ງກ່າວ ກອງ​ປະຊຸມ​ ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ນໍາໄປປັບປຸງ​ຕື່ມ​ ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິກ​ລັດຖະບານ ເປັນຕົ້ນ: ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດ ເພື່ອໃຫ້ມີປະສິດທິຜົນ, ຄຸ້ມຄອງ, ກວດກາລາຍຮັບ-ລາຍຈ່າຍ ໃຫ້ເຂັ້ມງວດ ທັງເອົາໃຈໃສ່ແກ້ໄຂໜີ້ສິນໃຫ້ຫຼຸດລົງ ແລະ ບໍ່ໃຫ້ສ້າງໜີ້ ໃໝ່ ຫຼື ໂຄງການນອກແຜນ, ພ້ອມນັ້ນ ໃຫ້ເອົາໃຈໃສ່ ເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບທັນສະໄໝ ໃຫ້ນັບມື້ນັບເພີ່ມຂຶ້ນ ອັນນີ້ເພື່ອຫຼີກລ້ຽງບັນຫາຫຍໍ້ທໍ້ ໃນຖັນແຖວພະນັກງານ ແລະ ໃຫ້ງົບປະມານບໍ່ໃຫ້ຮົ່ວໄຫຼ.

​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ ໃນ​ກອງປະຊຸມ​ຄັ້ງ​ນີ້ ລວມທັງ​ ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນກັນຍາ2015 ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:​

1).ໃນທ້າຍປີ 2015 ນີ້ ຈະມີຫຼາຍກິດຈະກຳທີ່ສຳຄັນ ເປັນຕົ້ນແມ່ນ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ສະນັ້ນຈະມີການກະກຽມສວນສະໜາມ, ການວາງສະແດງສິນຄ້າ, , ການປະດັບປະດາຕົວເມືອງ ​ແລະ ການ​ສ້າງ​ຂະ​ບວນການ ​ໃນ​ວຽກ​ງານ​ດ້ານ​ຕ່າງໆ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ດັ່ງກ່າວ. ຊຶ່ງນອກຈາກນັ້ນ, ກໍຍັງມີກອງປະຊຸມໃຫຍ່ຂອງບັນດາກະຊວງ, ແຂວງພາກສ່ວນກ່ຽວຂ້ອງ ຕ້ອງກະກຽມໃຫ້ດີ ຊຶ່ງບັນຫາດັ່ງກ່າວນີ້ພວກຄົນບໍ່ດີກໍມີແຜນມ້າງເພທຳລາຍ, ຈະເຮັດດ້ວຍທາງກົງ ຫຼື ທາງອ້ອມກໍຕາມ ຖ້າຫາກມັນເກີດແນ່ນອນກໍ່ມີອັນເສັຽຫາຍ. ສະນັ້ນ, ຈຶ່ງສະເໜີໃຫ້ເອົາ​ໃຈ​ໃສ່​​ລົງເລິກຊີ້ນຳຕື່ມກ່ຽວກັບ ວຽກງານປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ຕ້ອງເຮັດໃຫ້ດີກວ່າເກົ່າ ເພື່ອຮັບປະກັນບໍ່ໃຫ້ເຫດການບໍ່ດີເກີດຂຶ້ນ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ມີຄວາມຮັບຜິດຊອບ, ການປະຕິບັດລະບຽບວິໃນ, ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນເຮົາຕໍ່ວຽກງານດັ່ງກ່າວ, ພ້ອມນັ້ນ ຕ້ອງມີມາດຕະການຕອບໂຕ້ຢ່າງທັນການ ຕໍ່ກຸ່ມຄົນບໍ່ດີທີ່ໂຄສະນາໃສ່ຮ້າຍປ້າຍສີ ການນຳພັກ-ລັດເຮົາ ແລະ ບັນຫາອື່ນໆ ໂດຍມີການຊີ້ແຈງໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.

– ສໍາລັບການມອບ-ຮັບໜ້າທີ່ການນໍາ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວນັ້ນ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດໂດຍໄວ ເພື່ອບໍ່ໃຫ້ເກີດຊ່ອງວ່າງ.

2). ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານ ໂດຍມີມາດຕະການ ແລະ ຈຸດສຸມໃນການຈັດເກັບລາຍຮັບ ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍ.

2).ໃຫ້ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ, ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ອື່ນໆສືບຕໍ່ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນໃນທ້າຍປີນີ້, ເພາະວ່າເວລາກໍຍັງບໍ່ພໍເທົ່າໃດເດືອນຂ້າງໜ້ານີ້. ພ້ອມ​ນັ້ນ ​ແມ່ນ​ສືບຕໍ່​ກະກຽມ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຂອງ​ການ​ນຳ​ພັກ-ລັດ​ເຮົາ ຕາມ​ແຜນການ ກໍ່​ຄື ​ການ​ຕ້ອນຮັບ​ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ແຂກ​ຕ່າງປະ​ເທດຢູ່ ສປປ ລາວ.

3).ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ແກ້ໄຂບັນຫາຕັກແຕນ ແລະ ໜູຂີ ທີ່ລະບາດຢູ່ບາງແຂວງ, ຊຶ່ງຜ່ານມາກໍເຮັດໄດ້ດີແລ້ວ ແຕ່ສະເໜີໃຫ້ເອົາໃຈໃສ່ຕື່ມ.

– ສະ​ເໜີ​ກະຊວງ​ສາທາລະນະ​ສຸກສືບຕໍ່​ຕິດຕາມ​ເຝົ້າລະວັງ ​ແລະ ​ແກ້​ໄຂ​ພະຍາດ​ຕິດຕໍ່​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ລະດູ​ການ​ເພື່ອ​ບໍ່​ໃຫ້​ພະຍາດ​ດັ່ງກ່າວ​ແຜ່​ລະບາດ ​ແລະ ສ້າງ​ຜົນ​ກະທົບ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ, ພົນລະ​ເມືອງ ​ເປັນຕົ້ນພະຍາດ​ໄຂ້ຍຸງ​ລາຍ, ຄໍ​ຕີບ, ​ໄຂ້ທໍລະພິດ ​ແລະ ອື່ນໆ ໃຫ້ເອົາໃຈໃສ່ແກ້ໄຂຢ່າງມີແຜນການຄັກແນ່.

– ສະເໜີໃຫ້ບັນດາກະຊວງໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງກວດກາ ແລະ ແກ້ໄຂບັນຫາເສັ້ນ ທາງທີ່ຈໍາເປັນທີ່ເປ່ເພເສັຽຫາຍໃນຊ່ວງລະດູຝົນຕ້ອງໄດ້ສ້ອມແປງກ່ອນ ເພື່ອໃຫ້ສາມາດນຳໃຊ້ໄດ້ເປັນປົກກະຕິ. ພ້ອມກັນນັ້ນກໍໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕິດຕາມເບິ່ງກ່ຽວກັບສະພາບດິນຟ້າອາກາດເຫັນວ່າຊ່ວງນີ້ບໍ່ມີຝົນແຕ່ໃນເດືອນກັນຍາອາດຈະມີຝົນທ້າຍລະດູ. ສະນັ້ນ, ຕ້ອງເອົາໃຈໃສ່ແຈ້ງເຕືອນໃຫ້ປະຊາຊົນຮັບຮູ້ເປັນປົກກະຕິ ແລະ ມີແຜນກະກຽມຕ້ານແລ້ງຕ້ານຖ້ວມຕື່ມ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...