Homeມຸມຂ່າວ AECອາຊຽນ - ບັນດາຄູ່ເຈລະຈາ ເພີ່ມທະວີການເຊື່ອງໂຍງດ້ານເສດຖະກິດ

ອາຊຽນ – ບັນດາຄູ່ເຈລະຈາ ເພີ່ມທະວີການເຊື່ອງໂຍງດ້ານເສດຖະກິດ

Published on

400.RTX133AP-2-628x330.jpg

ຂປລ.ຕາມຂ່າວຕ່າງປະເທດ,ໃນວັນທີ 24 ສິງຫາ 2015, ອາຊຽນ ແລະ ບັນດາຄູ່ເຈລະຈາ ເພີ່ມທະວີ ການເຊິ່ອງໂຍງ ດ້ານເສດຖະກິດ ເປັນຕົ້ນ: ອາຊຽນ-ຈີນ ໄດ້ເນັ້ນໃສ່ ລະບຽບ ການພາສີ ແລະ ໜູນຊ່ວຍ ດ້ານການຄ້າ ໃນສັນຍາ ການຄ້າເສລີ ອາຊຽນ-ຈີນ ເພື່ອຫັນບັນດາ ລະບຽບການພາສີ ໃຫ້ສະດວກ ງ່າຍຂຶ້ນ ແລະ ກົມກ່ຽວກັນ ພ້ອມທັງ ສ້າງຄວາມໝັ້ນຄົງ ໃນການຂໍລະບຽບການ ດ້ານພາ ສີ ລະຫວ່າງ ອາຊຽນ-ຈີນ.

ຂະນະທີ່ ອາຊຽນ-ສ.ເກົາຫລີ ໄດ້ລົງນາມ ໃນອານຸສັນຍາ ສະບັບປັບປຸງ ຄັ້ງທີ 3 ກ່ຽວກັບ ສັນຍາ ການຄ້າເສລີ ລະຫວ່າງ ອາຊຽນ ແລະ ສ.ເກົາຫລີ. ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ຈະໄດ້ປະຕິ ບັດສັນຍາ ເສດຖະກິດ ຮອບດ້ານ ອາຊຽນ-ຍີ່ປຸ່ນ ໃນທ້າຍປີນີ້. ນອກນີ້ ຍັງມີອາຊຽນ+3 ປະກອບມີ ຈີນ, ສ.ເກົາຫລີ, ຍີ່ປຸ່ນ  ຈະເພີ່ມທະວີ ການແລກປ່ຽນ ແລະ ສົມທົບກັນ ລະຫວ່າງ ສາມ ໃຈກາງ ໃນ ການສ້າງຄວາມສະດວກ ແລະ ເພີ່ມທະວີ ການເຊື່ອງໂຍງ ດ້ານການຄ້າ ແລະ ການລົງທຶນ ກໍຄືກັບບັນດ າຄູ່ຮ່ວມມື ເຈລະຈາອື່ນ ຂອງອາຊຽນ. ຂະນະນີ້ ຍັງຈະສ້າງ ເຂດການຄ້າ ເສລີ ອາຊຽນ- ອົດ ສະຕຣາລີ-ນູແວນເຊລັງ ທີ່ໄດ້ຈັດຕັ້ງ ປະຕິບັດ ແຕ່ທ້າຍປີ 2010 ເປັນຕົ້ນມາ. ສຳລັບ ສະພາເສດຖະກິດ ອາຊຽນ-ອິນເດຍ ຈະປະຕິບັດ ຕາມສັນຍາ ການຄ້າ ການບໍລິການ ແລະ ການລົງທຶນ ອາຊຽນ- ອິນເດຍ ເປັນຕົ້ນ: ບຣູໄນ, ມາເລເຊຍ, ສິງກະໂປ, ຫວຽດນາມ ແລະ ອິນເດຍ, ພ້ອມທັງ ຮຽກຮ້ອງ ເຊັນອະນຸສັນຍາ ສອງສະບັບ ກັບບັນດາ ປະເທດສະມາຊິກ ທີ່ຍັງເຫລືອ ໃນອາຊຽນ ໂດຍໄວ.    

ການຕົກລົງ ຮ່ວມມືດັ່ງກ່າວ ໄດ້ມີຂຶ້ນ ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 47 ແລະ ດຳເນີນ ບັນດາກອງປະຊຸມ ທາບທາມຄວາມເຫັນ ຂອງບັນດາ ລັດຖະມົນຕີ ເສດ ຖະກິດ ອາຊຽນ ກັບບັນດາ ຄູ່ຮ່ວມເຈລະຈາ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...