spot_img
Homeມູມໄອທີລາວພີວິວ 7 ສິ່ງຄວນຮູ້ຂອງ Samsung Galaxy S6 edge+

ພີວິວ 7 ສິ່ງຄວນຮູ້ຂອງ Samsung Galaxy S6 edge+

Published on

ພີ​ວິວ​ນີ້​ຮຽບ​ຮຽງ​ໃໝ່​ແລະ​ໃຊ້​ຮູບ​ພາບ​ຈາກ http://www.androidcentral. com/8-things-know-about-galaxy-s6-edge-plus

Galaxy S6 edge+ ເປັນ​ອີກ​ໜຶ່ງ​ຮູບຊົງ​ຈາກ​ຊຳ​ຊຸງ ທີ່​ເປີດ​ຕົວ​ພ້ອມ​ກັບ Note 5 ແລ້ວ​ມັນ​ມີ​ຫຍັງ​ທີ່​ແຕກ​ຕ່າງ​ຈາກ S6 edge ແດ່ຖ້າຫາກ​ຢາກ​ຮູ້​ ມາ​ຕິດ​ຕາມ​ກັນ​ໄດ້​ຈາກ​ພີ​ວິວ​ນີ້​ເລີຍ

1: ຂະໜາດ​ຈໍ​ໃຫຍ່​ກວ່າ S6 Edge ເລັກນ້ອຍ

ແນ່ນອນ​ວ່າ​ການ​ທີ່ + ຕາມ​ຫລັງ​ຊື່​ແປ​ວ່າ​ມັນ​ມີ​ຂະໜາດ​ໃຫຍ່​ຂຶ້ນ S6 edge ມີ​ຂະໜາດ​ຈໍ​ຢູ່​ທີ່ 5.1 ນິ້ວ ແຕ່ S6 edge+ ຈະ​ມີ​ຂະໜາດ​ໜ້າ​ຈໍ 5.7 ນິ້ວ ພື້ນ​ທີ່​ທີ່​ຖືກ​ເພີ່ມ​ເຂົ້າ​ມາ ເຮັດໃຫ້​ເຮົາ​ໃຊ້​ງານ​ໃນ​ສ່ວນ Edge screen activation ໄດ້​ສະ​ດວກ​ຂຶ້ນ

galaxy-s6-edge-plus-s6-edge-fronts-2

2: ໂໝດ​ຖ່າຍ​ພາບ​ທີ່​ມີ​ລູກ​ຫລິ້ນ​ຫລາຍກວ່າເກົ່າ

ກ້ອງ​ຂອງ S6 edge ແລະ S6 edge+ ມີ​ຄຸນສົມບັດ​ແບບ​ດຽວ​ກັນ​ໃນ​ດ້ານ​ຮາດແວລ໌ ເຊນ​ເຊີ​ຂະໜາດ 16MP ແລະ OIS ແບບ​ດຽວ​ກັນ

ແຕ່​ວ່າ​ດ້ານ​ຊອບ​ແວລ໌ S6 edge+ ຈະ​ມີ​ລູກ​ຫລິ້ນ​ຫລາຍກວ່າ​ຄື ສາມາດ​ຖ່າຍ RAW ໄດ້​ໃນ​ໂໝດ Pro,  ກັນ​ສັ່ນ​ໃນ​ຂະນະ​ບັນ​ທຶ​ກວິ​ດີ​ໂອ​ດີກວ່າ ແລະ​ສາ​ມາດ​ປັບ Shutter speeds ໄດ້​ອີກ ຕັ້ງ​ແຕ່ 1/24000 ໄປ​ຈົນ​ເຖິງ 10 ວິ​ນາ​ທີ

ເນື່ອງ​ຈາກ​ເປັນ​ຊອບແວລ໌ ເຮົາ​ຈຶ່ງ​ຄາດ​ຫວັງ​ວ່າ S6 edge ແລະ S6 ໜ້າ​ຈະ​ໄດ້ຮັບ​ອັບ​ເດດ​ນີ້​ໃນ​ອະນາຄົດ​ດ້ວຍ​ເຊັ່ນ​ກັນ

galaxy-s6-edge-plus-camera-interface

3: ແລມ​ທີ່​ໃຫ້​ມາ​ເຖິງ 4GB

ໃນ​ຂະນະ​ນີ້​ແລ​ມສະ​ມາລ໌​ໂຟນ​ກໍ​ໄດ້​ມາ​ເຖິງ​ລະ​ດັບ 4GB ກັນ​ແລ້ວ ໃນ​ຂະນະ​ທີ່ S6 edge ໃຫ້​ແລມ​ມາ​ພຽງ 3GB ແຕ່ S6 edge+ ທາງ​ຊຳ​ຊຸງ​ຈັດ​ມາ​ໃຫ້​ເຖິງ 4GB ຊຶ່ງ​ຈະ​ຊ່ວຍ​ໃຫ້​ການ Multitasking ເຮັດ​ໄດ້​ວ່ອງໄວ​ຫລາຍ​ຍິ່ງ​ຂຶ້ນ ສະ​ເປກ​ນີ້​ໜ້າ​ຈະ​ເຮັດໃຫ້​ສະ​ມາລ໌​ໂຟນ​ເຄື່ອງ​ນີ້​ຮອງ​ຮັບ​ແອບ​ໃໝ່​ໆ ໃນ​ອະນາຄົດ​ໄປ​ໄດ້​ອີກ​ຢ່າງ​ນ້ອຍ 2 ປີ ສະບາຍ​ໆ

galaxy-s6-edge-plus-multitasking

4: ຮອງ​ຮັບ Quick charge ທັງ​ການ​ຊາລ໌​ແບດ​ແບບ​ມີ​ສາຍ​ແລະ​ໄຮ້​ສາຍ

S6 edge+ ມີ​ແບດ​ເຕີ​ລີ່​ພາຍ​ໃນ 3000 mAh ແລະ​ບໍ່​ສາ​ມາດ​ຖອດ​ປ່ຽນ​ໄດ້​ຄືກັບ​ຊຳ​ຊຸງ​ໃນ​ອະ​ດີດ ແຕ່​ວ່າ​ທາງ​ຊຳ​ຊຸງ​ໃຫ້​ຄວາມ​ສາມາດ Quick charge ມາ​ແທນ ຊຶ່ງ​ຈະ​ເຮັດໃຫ້​ໃຊ້​ເວລາ​ໃນ​ການ​ຊາລ໌​ແບດ​ເຕີ​ລີ່​ຫລຸດລົງ​ເປັນ​ຢ່າງ​ຫລາຍ ແລະ​ຮອງ​ຮັບ​ການ​ຊາລ໌​ແບບ​ໄຮ້​ສາຍ​ອີກ​ດ້ວຍ ຊຶ່ງ​ຈຸດ​ນີ້ S6 edge+ ລ້ຳ​ໜ້າກວ່າ S6 edge ຢູ່​ໜ້ອຍໜື່ງ ບ່ອນ​ທີ່​ການ​ຊາລ໌​ຈະ​ໄຮ້​ສາຍ​ແບບ Quick charge ອີກດ້ວຍ

galaxy-s6-edge-plus-quick-charging-notification

5: ຮອງ​ຮັບ​ການ​ໃຊ້​ງານ​ແບບ​ມື​ດຽວ

ໃນ​ສະ​ມາລ໌​ໂຟນ​ຕະກູນ Note ຈະ​ມີ​ຊອບ​ແວລ໌​ພິເສດ​ຫລຸດ​ຂະໜາດ​ການ​ສະແດງ​ຜົນ​ເທິງ​ໜ້າ​ຈໍ​ເພື່ອ​ໃຫ້​ສາມາດ​ໃຊ້​ງານ​ໄດ້​ມື​ດຽວ​ສະ​ດວກ​ຂຶ້ນ ແລະ​ຟັງຊັ່ນນີ້​ໄດ້​ຖືກ​ເອົາ​ມາ​ໃສ່​ເທິງ S6 edge+ ອີກດ້ວຍ

galaxy-s6-edge-plus-one-handed-mode

6: ຮອງ​ຮັບ​ການ​ໃຊ້​ງານ SAMSUNG PAY

ການ​ຈ່າຍ​ເງີນ​ແບບ​ໃໝ່​ຈາກ​ຊຳ​ຊຸງ Samsung Pay ຕອນ​ນີ້​ມີ​ລຸ້ນ​ທີ່​ຮອງ​ຮັບ ຄື Note 5 ແລະ S6 edge+ ເທົ່າ​ນັ້ນ ເປັນ​ການ​ປະສົມ​ຜະ​ສານ​ການເຮັດວຽກ​ລະຫວ່າງ NFC ແລະ MST (Magnetic Secure Transmission) ຢ່າງໃດ​ກໍ​ຕາມ​ຟັງຊັ່ນ​ນີ້​ເບິ່ງ​ຈະ​ບໍ່​ສຳຄັນ​ເທົ່າ​ໃດ​ໃນ​ບ້ານ​ເຮົາ ເພາະ​ກວ່າ​ຈະ​ມີ​ໃຊ້​ກັນ S6 edge+ ກໍ​ຄືຊິ​ຕົກ​ລຸ້ນ​ໄປ​ແລ້ວ​

samsung-pay-amex-screen

7: ລາຄາ​ແພງ​ຫລາຍ

ປົກກະຕິ​ທີ່​ຜ່ານມາ Galaxy Note ຈະ​ແພງ​ກວ່າ Galaxy S ຢູ່​ຊ່ວງ​ລາ​ຄາ​ໜຶ່ງ ຖ້າ​ທຽບ Note 5 ກັບ S6 ມັນ​ກໍ​ເປັນ​​ລາ​ຄາ​ທີ່​ເຂົ້າໃຈ​ໄດ້ ແຕ່​ເຮົາ​ແປກ​ໃຈ​ທີ່ S6 edge+ ນັ້ນ​ມີ​ລາ​ຄາ​ແພງ​ຍິ່ງ​ກວ່າ Note 5 ​ອີກ S6 edge+ ຄວາມ​ຈຸ 64GB ມີ​ລາ​ຄາ​ເກືອບແປດລ້ານເລີຍ​

galaxy-s6-edge-plus-and-box

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...