Homeມູມໄອທີລາວຊີພີຍູ Skylake ຂອງ Intel ຈະຮອງຮັບຄວາມລະອຽດ 4K ໄດ້ເຖິງ 3 ໜ້າຈໍ

ຊີພີຍູ Skylake ຂອງ Intel ຈະຮອງຮັບຄວາມລະອຽດ 4K ໄດ້ເຖິງ 3 ໜ້າຈໍ

Published on

ซีพียู Skylake
ຊີ​ພີ​ຍູ Skylake ຕົວ​ໃໝ່​ຂອງ​ Intel ​ຈະ​ຮອງ​ຮັບ​ການ​ປະ​ມວນ​ຜົນ​ຄວາມ​ລະອຽດ 4K ທີ່ 60Hz ໄດ້​ພ້ອມ​ກັນ​ເຖິງ 3 ໜ້າ​ຈໍ
ເມື່ອ​ວັນທີ່ 19 ສິງ​ຫາ 2015 ເວັບ​ໄຊຕ໌  9to5mac ໄດ້​ເປີດ​ເຜີຍ​ວ່າ ຊິບ​ປະ​ມວນ​ຜົນ​ລຸ້ນ​ໃໝ່​ຂອງ Intel ທີ່​ມີ​ຊື່​ວ່າ  Skylake ນັ້ນ ຈະ​ມີ​ຄວາມ​ສາມາດ​ໃນ​ການ​ປະ​ມວນ​ຜົນ​ຄວາມ​ລະອຽດ 4K ທີ່ 60Hz ໄດ້​ພ້ອມ​ກັນ​ເຖິງ 3 ໜ້າ​ຈໍ​ເລີຍ​ ຊຶ່ງ​ຖື​ວ່າ​ມີ​ການ​ພັດທະນາ​ຫລາຍ​ຂຶ້ນ​ກວ່າ​ຊິບ Broadwell ຂອງ​ປີ​ທີ່​ແລ້ວ​ທີ່​ສາມາດ​ປະ​ມວນ​ຜົນ​ຄວາມ​ລະອຽດ 4K ທີ່ 60Hz ໄດ້​ພຽງ​ໜ້າ​ຈໍ​ດຽວ​ເທົ່າ​ນັ້ນ ແລະ​ຈະ​ມາ​ພ້ອມ​ຟັງຊັ່ນ EDRAM+ ທີ່​ພັດທະນາ​ມາ​ຈາກ EDRAM ທີ່ Intel ໃຊ້​ມາ​ຕັ້ງ​ແຕ່ 2013 ໂດຍ EDRAM+ ຈະ​ສາມາດ​ແຄດ​ຂໍ້​ມູນ​ສຳລັບ CPU ໄດ້ ຕ່າງ​ຈາກ DRAM ຕົວ​ກ່ອນ ທີ່​ແຄດ​ຂໍ້​ມູນ​ສຳລັບ GPU ໄດ້​ເທົ່າ​ນັ້ນ

ซีพียู Skylake

 

ນອກ​ຈາກ​ນີ້  Skylake ຍັງ​ຮອງ​ຮັບ​ຟັງຊັ່ນໃໝ່​ທີ່​ເອີ້ນວ່າ Speed Shift ທີ່​ຈະ​ຊ່ວຍ​ໃຫ້​ແບດ​ເຕີ​ລີ່​ທົນ​ຫລາຍ​ຂຶ້ນ ໃຊ້​ໄດ້​ດົນ​ຂຶ້ນ​ອີກ​ດ້ວຍ ຊຶ່ງ​ກ່ອນ​ໜ້າ​ນີ້​ເຄີຍ​ມີ​ຂໍ້​ມູນ​ຫລຸດ​ອອກມາ​ວ່າ​ຈະ​ເຮັດໃຫ້​ສາມາດ​ໃຊ້​ງານ​ໄດ້​ດົນ​ຂຶ້ນ​ປະ​ມານ 1.4 ຊົ່ວ​ໂມງ​ຫລື​ປະ​ມານ 30% ເລີຍ
ທັງ​ນີ້​ທາງ  Intel ຈະ​ເປີດ​ເຜີຍ​ລາຍ​ລະອຽດ​ອື່ນໆ ທີ່​ເຫລືອ​ທັງ​ໝົດ​ຂອງ​ຊິບ​ປະ​ມວນ​ຜົນ  Skylake ໃນ​ຫລັງ​ຈາກ​ນີ້​ອີກ 2 ອາທິດ ຊຶ່ງ​ຄາດ​ວ່າ​ອຸປະກອນ​ຕ່າງໆ ທີ່​ໃຊ້​ຊິບ Skylake ໜ້າ​ຈະ​ອອກ​ວາງ​ຈຳ​ໜ່າຍ​ໄດ້​ພາຍ​ໃນ​​ປາຍ​ປີ​ນີ້​

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...