Homeຂ່າວພາຍ​ໃນຕຳຫຼວດໄທ ຊ່ວຍເຫຼືອແຮງງານລາວ ທີ່ຖືກຂັງບັງຄັບໃຊ້ແຮງງານ

ຕຳຫຼວດໄທ ຊ່ວຍເຫຼືອແຮງງານລາວ ທີ່ຖືກຂັງບັງຄັບໃຊ້ແຮງງານ

Published on

 Lao labour in thailand
ເຈົ້າໜ້າ​ທີ່​ໄທ​ຊ່ວຍ​ເຫລືອ​ແຮງ​ງານ​ລາວ ​ສິບ​ກວ່າ​ຄົນຖືກກົດ​ຂີ່​ແຮງ​ງານ​ຢ່າງທາລຸນ ໃນ​ຟາ​ມລ້ຽງ​ໄກ່ ​ແລະ ໝູ ຢູ່​​ນະຄອນ​ປະຖົມ

​ຕາມ​​​ເວັບ​ໄຊ​ໜັງສືພິມມະຕິ​ຊົນ​ຂອງ​ໄທ ໃຫ້​ຮູ້​ວ່າ:​ໃນວັນ​ທີ 22 ສິງຫານີ້, ​ເຈົ້າໜ້າ​ທີ່​ຕຳຫລວດ​ຈັງຫວັດ​ນະຄອນ​ປະຖົມ, ​ໄດ້​ນຳ​ກຳລັງ​ເຂົ້າກວດຄົ້ນ​ຟາ​ມລ້ຽງ​ໄກ່ ​ແລະ ໝູຊື່ວ່າ:“​ຍຸພາ​ຟາ​ມ” ຢູ່ໃນເທດສະບານ​ເມືອງ, ຈັງຫວັດ​ນະຄອນ​ປະຖົມ, ພາຍຫລັງ​ໄດ້​ຮັບ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ ຈາກ​ທ້າວ ຊາ​ນົນ ​ແສງ​ແກ້ວ ອາຍຸ 25 ປີ ​ເຊິ່ງ​ເປັນ​ແຮງ​ງານ​ລາວ​ທີ່​ຫລົບໜີອອກ​ມາ​ ຈາກ​ຟາ​ມດັ່ງກ່າວ ພ້ອມ​ໝູ່​ອີກ 1 ຄົນ​ວ່າ​ມີ​ການ​ກັກ​ຂັງ​ຂູດ​ຮີດ ​ບັງຄັບ​ໃຊ້​ແຮງ​ງານ​ຢ່າງ​ຜິດ​ກົດໝາຍ ​ໂດຍ​ມີ​ການ​ກັກ​ຂັງ​ແຮງ​ງານ​ຄົນ​ລາວ​ອີກ ​ຫລາຍ​ກວ່າ 10 ຄົນ​ຢູ່​ໃນ​ຟາ​ມດັ່ງກ່າວ.

​ເມື່ອ​ເຈົ້າໜ້າ​ທີ່​ນຳ​ກຳລັງ​ເຂົ້າ​ໄປ​​ຟາ​ມລ້ຽງ​ໄກ່ ​ແລະ ໝູ​ຂະໜາດ​ໃຫຍ່ ພົບ​ແຮງ​ງານ​ລາວ 14 ຄົນ ອາຍຸ​ລະຫວ່າງ 14-25 ປີ​ ຖືກ​ກັກ​ຂັງ​ບັງຄັບ​​ໃຊ້​ແຮງ​ງານ​ ຈຶ່ງ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ. ​ແຮງ​ງານ​ລາວ​ທັງ​ໝົດ​ໄດ້​ພາ​ເຈົ້າໜ້າ​ທີ່​ໄປ​ເບິ່ງ ​ບໍລິ​ເວນ​ກັກ​ຂັງ ​ເຊິ່ງ​ເປັນ​ຄອກ​ເຫລັກ ​ມີ​ລັກສະນະ​ຄື​ຄຸກ ​ແບ່ງ​ອອກ​ເປັນ​ຫ້ອງ​ນ້ອຍໆ 10 ຫ້ອງ. ຟາ​ມດັ່ງກ່າວ​ເປັນ​ຂອງ​ຜູ້​ຈັດການ​ ທະນາຄານ​ແຫ່ງ​ໜຶ່ງ​ໃນ​ຈັງຫວັດ​ນະຄອນ​ປະຖົມ ​ເຈົ້າໜ້າ​ທີ່​ຕຳຫລວດ​ຈຶ່ງ​ໄດ້​ຄວບ​ຄຸມ​ຕົວ ພ້ອມ​ແຈ້ງ​ຂໍ້​ຫາ​ວ່າ: ​ໃຊ້​ແຮງ​ງານ​ທາດ, ກັກ​ຂັງ​ຂູດ​ຮີດ, ທຳຮ້າຍ​ຮ່າງກາຍ, ທາລຸນ​ເດັກ ​ແລະ ຄ້າມ​ະນຸດ ກ່ອນ​ສືບສວນ​-ສອບ​ສວນ​ໄປ​ຍັງ​ເຄືອ​ຂ່າຍ​ຄ້າ​ມະນຸດ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ຕໍ່​ໄປ.

ທ້າວ ຊາ​ນົນ ​ແສງ​ແກ້ວ ​ແຮງ​ງານ​ຄົນ​ລາວ ກ່າວ​ວ່າ: ຕົນ​ເອງ​ກັບ​ໝູ່​ຖືກ​ຕົວະ​ມາ​ຈາກ​ປະ​ເທດ​ລາວ ​ໂດຍ​ນາຍ​ໜ້າ​ໄດ້​ບອກ​ວ່າ​ຈະ​ພາ​ມາ​ເຮັດ​ວຽກ​ລາຍ​ໄດ້​ດີ ກ່ອນ​ຈະ​ຖືກ​ສົ່ງ​ມາ​ເຮັດ​ວຽກ​ຢູ່​ຟາ​ມແຫ່ງນີ້ ​ແລະ ຖືກ​ນາຍ​ຈ້າງ​ບັງຄັບ​ໃຊ້​ແຮງ​ງານ​ລ້ຽງ​ໄກ່-ລ້ຽງ​ໝູ​ແຕ່​ເຊົ້າຮອດ​ຄ່ຳ​ແບບ​ທາລຸນ, ບາງ​​ເທື່ອ​ກໍ​ຖືກ​ທຳຮ້າຍ​ຮ່າງກາຍ​ຈົນ​ໄດ້​ຮັບ​ບາດ​ເຈັບ ​ແລະ ບໍ່​ຍອມ​ພາ​ໄປ​ຫາ​ໝໍ. ພໍຄ່ຳ​ມາ​ເລີກ​ວຽກ​ນາຍ​ຈ້າງ​ຈະບັງຄັບ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ຄອກ​ເຫລັກ ​ໂດຍ​ປິດ​ປະຕູ​ລ໋ອກກຸນ​ແຈ​ຢ່າງ​ແໜ້ນໜາ ​ແລະ ຖ້າ​ບໍ່​ເຮັດ​ວຽກ​ຕາມ​ຄຳ​ສັ່ງ​ຈະ​ຖືກ​ນາຍ​ຈ້າງ​ໃຊ້​ດ້າມ​ປືນ​ທຸບ​ຫົວ ຫລືຕີ​ດ້ວຍ​ທ່ອນ​ເຫລັກ ​ແລະ ບໍ່​ມີ​ການຈ່າຍ​ເງິນ​ຄ່າ​ແຮງ​ງານແຕ່ຢ່າງໃດ.

​ເຈົ້າໜ້າ​ທີ່​ຕຳຫລວດ​ຈັງຫວັດ​ນະຄອນ​ປະຖົມ ກ່າວ​ວ່າ: ພາຍຫລັງ​ຊ່ວຍ​ເຫລືອ​ແຮງ​ງານ​ຕ່າງ​ດ້າວ​ທັງ​ໝົດ ​ອອກ​ມາ​ຈາກ​ຟາ​ມ​ແລ້ວ ​ໄດ້​ນຳ​ໄປ​ສອບສວນ​ ປະຫວັດ​ການ​ເຂົ້າມາ​ປະ​ເທດໄທ​ໃນ​ລັກສະນະ​ໃດ?, ວິທີ​ການ​ໃດ? ​ແລະ ສອບ​ສວນ​ແຕ່ລະຄົນ​ວ່າ​ໃຜ​​ ໄດ້​ຮັບ​ການ​ທາລຸນ​​ແບບ​ໃດ?, ກ່ອນ​ຈະ​ສົ່ງ​ຜູ້​ເຄາະ​ຮ້າຍ​ທັງ​ໝົດ​ ພ້ອມ​ກັບ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ ຕາມ​ກົດໝາຍ.

ນອກຈາກ​ນີ້ ຈະ​ໄດ້​ວາງ​ມາດ​ຕະການ​ໃຫ້​ເຈົ້າໜ້າ​ທີ່​ ອອກ​ກວດກາ​ສຳ​ຫລວດ​ຟາ​ມຕ່າງໆ​ວ່າ​ຍັງ​ມີ​ຟາ​ມ​ໃດ ​ທີ່​ໃຊ້​ແຮງ​ງານ​ຜິດ​ກົດໝາຍ​ແບບ​ນີ້ອີກ ​ເຊິ່ງຈະ​ຕ້ອງ​ຂໍ​ຄວາມ​ຮ່ວມ​ມື​ ຈາກ​ໜ່ວຍ​ງານ​ທະຫານ ​ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ​ເພື່ອ​ບໍ່​ໃຫ້​ເກີດ​ເຫດການ​ລັກສະນະ​ນີ້ອີກ​ຕໍ່​ໄປ.

ຂ່າວຈາກ:
789

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...