Homeຂ່າວຕ່າງປະເທດເກົາຫລີຮ້ອນອີກ ເມື່ອເໜື່ອ - ໃຕ້ ຍິງຕອບໂຕ້ກັນ

ເກົາຫລີຮ້ອນອີກ ເມື່ອເໜື່ອ – ໃຕ້ ຍິງຕອບໂຕ້ກັນ

Published on

เกาหลีเหนือ เกาหลีใต้

ຄາບສະໝຸດເກົາຫຼີຮ້ອນອີກເທື່ອໜຶ່ງ ເມື່ອເກີດມີການຍິງປືນໃຫຍ່ໃສ່ກັນ ຝ່າຍເກົາຫຼີໃຕ້ໄດ້ອົບພະຍົບປະຊາຊົນອອກແລ້ວ
ເມື່ອ​ວັນທີ່ 20 ສິງ​ຫາ ເວັບ​ໄຊຕ໌​ເດ​ລີ່​ເມລຂອງ​ອັງ​ກິດ ລາຍ​ງານ​ວ່າ ເກົາ​ຫລີ​ເໜືອ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ ເຄື່ອງສຽງຂອງເກົາຫຼີໃຕ້ໃນເຂດຊາຍແດນ​ ລະຫວ່າງສອງປະເທດ ພາຍຫຼັງທີ່ເກົາຫຼີເໜືອໄດ້ກ່າວເຕືອນເກົາຫຼີໃຕ້ ແລ້ວເມື່ອວັນເສົາທີ່ຜ່ານມາ ຍ້ອນເກົາຫຼີໃຕ້ໃຊ້ເຄື່ອງສຽງດັ່ງກ່າວ ກ່າວໂຈມຕີເກົາຫຼີເໜືອ ແລະເກົາ​ຫລີ​ໃຕ້ ກໍໄດ້ຕ້ອງ​ຍິ​ງສວນ​ກັບ​ໄປ​ຫລາຍ​ສິບ​ນັດ ເບື້ອງ​ຕົ້ນ​ທາງ​ການ​ສັ່ງ​ອົບ​ພະຍົບປະຊາຊົນ ​ໃນ​ເມືອງ​ຊາຍແດນ​ກວ່າ 80 ຄົນ ໄປ​ຫລົບ​ໄພ​ໄປ​ໃຕ້​ດິນ​ແລ້ວ ພ້ອມ​ເອີ້ນ​ປະ​ຊຸມ​ກະຊວງປ້ອງກັນປະເທດ​ດ່ວນ.
ລາຍ​ງານ​ລະ​ບຸ​ວ່າ ເກົາ​ຫລີ​ເໜືອ​ໄດ້​ຍິງ​ປືນ​ໃຫຍ່​ ມາໄປ​ເມືອງ​ຍອນ​ຊອນ ຊາຍແດນ​ເກົາ​ຫລີ​ໃຕ້ ພຽງ​ເທື່ອ​ດຽວ ເຮັດໃຫ້​ເກົາ​ຫລີ​ໃຕ້​ຕ້ອງ​ຍິ​ງ​ກັບ​ໄປ​ຫລາຍ​ສິບ​ນັດ  ໂດຍ​ເປົ້າ​ໝາຍ​ກໍ​ຢູ່​ທີ່​ຈຸດ​ເລີ່ມ​ຕົ້ນ​ຂອງ ​ລູກປືນໃຫ່ຍຈາກ​ເກົາ​ຫລີ​ເໜືອ​ນັ້ນ​ເອງ ຢ່າງໃດ​ກໍ​ດີ ຫລັງ​ຈາກ​ເກົາ​ຫລີ​ໃຕ້​ຍິ​ງເກົາ​ຫລີ​ເໜືອ​ໄປ ທາງ​ເກົາ​ຫລີ​ເໜືອ​ກໍ​ຍັງ​ບໍ່​ໄດ້​ຕອບ​ໂຕ້​ ກັບ​ມາ​ແຕ່​ຢ່າງ​ໃດ ຂະນະ​ທີ່​ລູກ​ປືນ​ໃຫຍ່​ຈາກ​ເກົາ​ຫລີ​ເໜືອ​ນັ້ນ ບໍ່​ໄດ້​ເຮັດໃຫ້​ມີ​ຜູ້​ເສຍຊີວິດ ຜູ້​ບາດ​ເຈັບ ຫລື​ ​ຄວາມ​ເສຍ​ຫາຍ​ໃດໆ.

เกาหลีเหนือ เกาหลีใต้

ແຕ່​ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວ​ເຮັດໃຫ້​ທາງ​ການ​ເກົາ​ຫລີ​ໃຕ້​ສັ່ງ​ອົບພະ​ຍົບ​ປະຊາຊົນ​ກວ່າ 80 ຄົນ ທີ່​ອາໄສ​ຢູ່​ບໍລິເວນ​ຊາຍແດນ​ເມືອງ​ຍອນ​ຊອນ ໄປ​ຫລົບ​ໄພ​ຢູ່ຊັ້ນໃຕ້​ດິນ ພ້ອມ​ກັບ​ຂໍ​ໃຫ້​ປະຊາຊົນ​ອີກ​ສ່ວນຫນຶ່ງ​ຂອງ​ເມືອງ​ໄດ້​ອົບພະ​ຍົບ​ຈາກ​ພື້ນ​ທີ່ອີກ​ດ້ວຍ ສ່ວນ​ປະຊາຊົນ​ໃນ​ເມືອງ​ພາ​ຈູ​ຊຶ່ງ​ຢູ່​ໃກ້​ຄຽງ ທາງ​ການ​ໄດ້​ຂໍ​ໃຫ້​ຢູ່​ແຕ່​ພາຍ​ໃນ​ເຮືອນ​ຂອງ​ຕົນເອງ​ເພື່ອ​ຄວາມ​ປອດ​ໄພ
ໃນ​ເວລາ​ຕໍ່​ມາ​ເກົາ​ຫລີ​ໃຕ້​ໄດ້​ ​ປະ​ຊຸມ​ກະຊວງປ້ອງກັນປະເທດ​ຢ່າງ​ເລັ່ງ​ດ່ວນ ເພື່ອ​ຫາ​ລື​ກ່ຽວກັບ​ການ​ໂຈມ​ຕີ​ຈາກ​ຝັ່ງ​ເກົາ​ຫລີ​ເໜືອ​ໃນ​ເທື່ອ​ນີ້ ຂະນະ​ດຽວ​ກັນ​ກໍ​ກຳ​ລັງ​ຕິດຕາມ​ຄວາມ​ເຄື່ອນ​ໄຫວ​ຂອງ​ເກົາ​ຫລີ​ເໜືອ​ຢ່າງ​ຕໍ່​ເນື່ອງ
ທັງ​ນີ້ ສຳລັບ​ສາ​ເຫດ​ທີ່​ເຮັດໃຫ້​ເກົາ​ຫລີ​ເໜືອ​ຍິງ​ປືນ​ໃຫຍ່​ໃສ່​ເກົາ​ຫລີ​ໃຕ້​ເທື່ອ​ນີ້ ຄາດ​ວ່າ​ອາດ​ມີ​ເປົ້າ​ໝາຍ​ທີ່​ຫໍ​ກະ​ຈາຍ​ສຽງ​ຊຶ່ງ​ປະ​ຊາ​ສຳພັນ​ໂຄສະ​ນາ​ຊວນ​ເຊື່ອ​ຕໍ່​ຕ້ານ​ລັດຖະບານ​ປຽງ​ຢາງ ໃນ​ບໍລິເວນ​ເຂດ​ປອດ​ທະຫານ​ເມື່ອ​ອາທິດ​ທີ່​ຜ່ານມາ

ຄິບ​ທະຫານ​ເກົາ​ຫລີ​ໃຕ້​ຫຍຽບ​ກັບ​ລະ​ເບີດ​ລະຫວ່າງ​ຮັກສາຄວາມປອດໄພ​ຊາຍແດນ​ເກົາ​ຫລີ​ເໜືອ

ຄິບ​ເກົາ​ຫລີ​ເໜືອ​ເປີດ​ສາກ ຍິງ​ປືນໃຫ່ຍ​ໃສ່​ເກົາ​ຫລີ​ໃຕ້ ທາງ​ເກົາ​ຫລີ​ໃຕ້​ພ້ອມ​ຍິງ​ໂຕ້​ຕອບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...