Homeຂ່າວຕ່າງປະເທດສອງເກົາຫລີເປີດສືກຍິງຕອບໂຕ້ກັນຂ້າມແດນ

ສອງເກົາຫລີເປີດສືກຍິງຕອບໂຕ້ກັນຂ້າມແດນ

Published on

สองเกาหลีเปิดศึกยิงถล่มที่ชายแดน

ເກົາ​ຫລີ​ໃຕ້​ຍິງ​ຕອບ​ໂຕ້ ຫລັງ​ຈາກທີ່ເກົາ​ຫລີ​ເໜືອ​ຍິ​ງຈະຫ​ລວດ​ຂ້າມ​​ແດນ​ເຂົ້າ​ມາ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ຈາກ​ກຸງ​ໂຊນ ປະເທດ​ເກົາ​ຫລີ​ໃຕ້​ລາຍ​ງານ​ວ່າ ຂະນະ​ນີ້​ຝ່າຍ​ເກົາ​ຫລີ​ໃຕ້​ໄດ້​ລະ​ດົມ​ຍິງ​ປືນ​ໃຫຍ່​ຂະໜາດ 155 ມມ. ກວ່າ​ສິບ​ນັດ​ເຂົ້າໄປ​ໃນ​ເກົາ​ຫລີ​ເໜືອ ຫລັງ​ຈາກ​ອີກ​ຝ່າຍ​ຍິ​ງຈະຫ​ລວດ​ຂ້າມ​​ແດນ​ເຂົ້າ​ມາ​ກ່ອນ

ລາຍ​ງານ​ຍັງ​ລະ​ບຸ​ວ່າ ທາງ​ການ​ເກົາ​ຫລີ​ໃຕ້​ຍັງ​ໄດ້​ສັ່ງ​ການ​ທະຫານ​ຕິ​ດຕາມ​ຄວາມ​ເຄື່ອນ​ໄຫວ​ຢ່າງ​ໃກ້​ຊິດ​ເພື່ອ​ເປັນ​ການ​ຕອບ​ໂຕ້ ແລະ​ອົບ​ພະຍົບ​ຊາວບ້ານ​ທີ່​ຢູ່​ແຖວ​ໃກ້ຄຽງເຂົ້າໄປ​ຢູ່ໃນ​ທີ່​ຫລົບ​ໄພ

ທັງ​ນີ້​ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ​ຈາກ​ການ​ຍິ​ງຈະຫ​ລວດ​ມາ​ຕົກ​ໃນ​ພື້ນ​ທີ່​ເກົາ​ຫລີ​ໃຕ້ ໂດຍ​ການ​ຍິງ​ຕອບ​ໂຕ້​ເທື່ອ​ນີ້​ເກີດ​ຂຶ້ນ​ທ່າມ​ກາງ​ຄວາມ​ຕຶງ​ຄຽດ​ຫລັງ​ຈາກ​ທີ່​ເຈົ້າ​ຫນ້າທີ່​ຫນ່ວຍ​ລາດ​ຕະ​ເວນ​ພົມ​ແດນ​ຂອງ​ເກົາ​ຫລີ​ໃຕ້ 2 ຄົນ​ເກີດ​ຫຍຽບ​ກັບ​ລະ​ເບີດ​ໄປ​ເມື່ອ​ຕົ້ນ​ເດືອນ​ທີ່​ຜ່ານມາ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...