HomeມູມໄອທີລາວMajor Laos ແອັບຈອງຮູບເງົາຂອງລາວ

Major Laos ແອັບຈອງຮູບເງົາຂອງລາວ

Published on

Major Laos ແອັບຈອງຮູບເງົາຂອງລາວ

Major Laos ແອັບຈອງຮູບເງົາຂອງລາວ

ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ໃນ​ໄວໆ​ນີ້​ໄດ້​ມີ​ການ​ເປີດ ໂຮງ​ຫນັງ ລະ​ດັບ​ແຖວ​ຫນ້າ​ຂອງ​ໂລກ​ໄດ້​ມີ​ການ​ມາ​ເປີດ​ຕົວ​ໂຕ​ຢູ່​ລາວ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່​ສູນ​ການ​ຄ້າ  “Vientian Center” ນັ້ນ​ກໍ​ຄື “MAJOR CINEPLEX” ນັ້ນ​ເອງ​ແລະ ເພິ່ນ​ກໍ​ມາ​ພ້ອມ​ກັບ​ແອັບ​ທີ່​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຄວາມ​ສະ​ດວກ​ສະ​ບາຍ​ໃນ​ການ​ເບິ່ງ​ຫນັງ​ສຳ​ຫລັບ​ໃຜ​ທີ່​ມັກ​ເບິ່ງ​ຫນັງ​ຕ້ອງ​ມີ​ແອບ​ນີ້​ຕິດ​ໄວ້ ເພື່ອ​ທີ່​ຈະ​ບໍ​ພາດ​ຫນັງ​ທີ່​ທ່ານ​ມັກ​. ເຮົາ​ສາ​ມາດ​ຈອງ​ຫນັງ​ທີ່​ເຮົາ​ມັກ​ໄວ້​ກໍ​ໄດ້​ໂຕ​ຂອງ​ແອັບ​ມີ​ທັງ ພາ​ສາ​ອັງ​ກິດ ແລະ ລາວ ໃຫ້​ເລືອກ​ໄດ້​ຍ່າງ​ສະ​ດວກ​ສະ​ບາຍ​ກັນ​ເລີຍ​. ເວົ້າ​ມາ​ຫລາຍ​ລະ​ເຮົາ​ມາ​ເຂົ້າ​ໂຕ​ແອັບ​ກັນ​ເລີຍ​ດີກ​ວ່າ ດາວ​ໂຫຼດ “​ຟຣີ​” Google Play ແລະ Apple Store

 

ວິທີຂັ້ນຕອນ
ການເລີ່ມນໍາໃຊ້ແອັດ

  1. ໄອຄອນກໍຈະຫນ້າຕາປະມານນີ້
    major-laos (1)
  2. ເມື່ອເຮົາເຂົ້າມາໃນແອັບຫນ້າຕາພາຍໃນງາມຫລາຍ
    major-laos (2)
    major-laos (6)
  3. ເມື່ອ​ເຮົາ​ກົດ​ໄປ​ທີ່​ຫນັງ​ທີ່​ເຮົາ​ສນ​ໃຈ​ກໍ​ຈະ​ມີ​ລາຍ​ລະ​ອຽດ​ບອກ​ວ່າ ສາຍ​ໃນ​ລະ​ບົບ​ໃດ​ແດ່​(3D,DIGITAL), ຢູ່​ໃນ​ໂຮງ​ໃດ​, ເວລາ​ຈັກ ແລະ ຫນັງ​ໃຊ້​ເວລາ​ສາຍ​ຈັກ​ຊົ່ວ​ໂມງ​ອີກ​ດ້ວຍ​.
    major-laos (4)
  4. ວິ​ທີ​ການ​ຈອງ​ແມ່ນ​ໃຫ້​ເຮົາ​ກົດ​ໄປ​ທີ່​ໂມງ​ຫລື​ຊ່ວງ​ເວລາ​ທີ່​ເຮົາ​ຕ້ອງ​ການ​ຈະ​ຈອງ​ໄດ້​ເລີຍ​. ຈະ​ມີ​ການ​ໃຫ້​ເຮົາ​ເລືອກ​ແບບ​ບ່ອນ​ນັ່ງ​(​ຄູ່​,​ດ່ຽວ​) ແລະ ໃສ່​ຈໍາ​ນວນ​ທີ່​ນັ່ງ​. ຕົວ​ຢ່າງ​ເລື່ອງ Mission: Impossible ຢາກ​ເບິ່ງ​ຕອນ 16:20 ເຮົາ​ກໍ​ກົດ​ເຂົ້າ​ໄປ​ໄດ້​ເລີຍ​. ເລືອກ​ຈຳ​ນວນ​ແລະ​ກົດ​ຈອງ ຫລັງ​ຈາກ​ນັ້ນ​ກໍ​ມີ​ການ​ໃຫ້​ເຮົາ​ໃສ່​ຂໍ້​ມູນ​ເຮົາ ຊື່​,​ເບີ​ໂທ ແລະ ອີ​ເມວ​. ແລ້ວ​ກົດ​ຢືນ​ຢັນ​ດ້ານ​ເທິງ​. ປ.​ລ ທີ່​ນັ່ງ​ເຮົາ​ບໍ່​ສາ​ມາດ​ເລືອກ​ໄດ້ ລະ​ບົບ​ຈະ​ຈັດ​ການ​ໃຫ້​ເຮົາ​ເອງ
    major-laos (1)
    major-laos (2)
  5. ເມື່ອ​ເຮົາ​ໄປ​ຮອດ​ໂຮງ​ຫນັງ​ເຮົາ​ພຽງ​ແຕ່​ໂຊ​ເລກ​ລະ​ຫັດ​ໃຫ້ ພະ​ນັກ​ງານ​ຂາຍ​ປີ້​ເບິ່ງ​.
    major-laos (3)
    major-laos (5)

ໝາຍເຫດ:  ສຳ​ລັບ​ໃຜ​ທີ່​ຢາກ​ຮູ້​ຫນັງ​ຍັງ​ທີ່​ຈຳ​ເຂົ້າ​ຕໍ່​ໄປ​ແມ່ນ​ໃຫ້​ກົດ “​ເຂົ້າ​ສາຍ​ໄວໆ​ນີ້​” ທາງ​ດ້ານ​ລຸ່ມ ກໍ​ຈະ​ຮູ້​ຫນັງ​ໃຫ່​ມ​ແລ້ວ​. ໃຜ​ທີ່​ຢາກ​ຢູ​ລາຍ​ລະ​ອຽດ​ຂອງ​ໂຮງ​ຫນັງ​ວ່າ​ໂຮງ​ຫນັງ​ຕັ້ງ​ຢູ່​ໃສ ກໍ​ກົດ​ທີ່ “​ໂຮງ​ຮູບ​ເງົາ​” ໄດ້​ເລີຍ​. ​ກົດ​ທີ່ “​ປີ້​ຂອງ​ຂ້ອຍ​” ກົດ​ເບິ່ງ​ວ່າ​ເຮົາ​ຈອງ​ຫນັງ​ຍັງ​ໄປ​ແນ່​ແລ້ວ​. ເປັນ​ແນວ​ໃດ​ສຳ​ຫລັບ​ການ ລີ​ວິວ​ແອັບ MAJOR CINEPLEX LAOS ກະ​ໄປ​ລອງ​ໃຊ້​ກັນ​ເບິ່ງ​. ສາ​ມາດ​ຕຳ​ນິ​ຕິ​ຊົມ​ໄດ້​. ຂໍ້​ຈົບ​ແຕ່​ພຽງ​ເທົ່າ​ນີ້​ກ່ອນ​ດ່ຽວ​ບໍ​ທັນ​ເບິ່ງ​ຫນັງ ແລ້ວ​ເຈີ​ກັນ​ເດີ​.

ຂໍ້ມູນຈາກ Mobile Talk TV

MobileTalk.TV | ລົມທຸກເລື່ອງບັນຫາໂທລະສັບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...