spot_img
Homeມູມໄອທີລາວສະຫາຣັດອາເມຣິກາກຽມແຜນການສ້າງຊຸບເປີຄອມພິວເຕີທີ່ໄວທີ່ສຸດໃນໂລກ

ສະຫາຣັດອາເມຣິກາກຽມແຜນການສ້າງຊຸບເປີຄອມພິວເຕີທີ່ໄວທີ່ສຸດໃນໂລກ

Published on

a13140ee547dc2bf14101b33db1d31b8

ບາ​ຣັກ ໂອ​ບາ​ມ່າ ປະ​ທາ​ນປະເທດຂອງສະ​ຫາຣັດ​ອະ​ເມ​ຣິກາ​ບໍ່​ຍອມ​ນ້ອຍ​ໜ້າ​ຈີນ ປະ​ກາດ​ສ້າງ​ຊູບ​ເປີ​ຄອມພິວເຕີ​ທີ່​ໄວ​ທີ່ສຸດ​ໃນ​ໂລກ​ໃຫ້​ແລ້ວ​ພາຍ​ໃນ​ປີ 2025

ປະຈຸບັນ ເຄື່ອງ​ຄອມພິວເຕີ​ທີ່​ໄວ​ທີ່ສຸດ​ໃນ​ໂລກ​ຄື​ເຄື່ອງ”ທຽນ​ເຫີ”ຂອງ​ຈີນ ທີ່​ກ້າວ​ຂຶ້ນ​ຄອງບັນລັງ​ນີ້​ຕັ້ງ​ແຕ່​ປີ 2013 ເອົາ​ຊະນະ​ເຄື່ອງ”ໄຕ​ຕັນ”ຂອງສະ​ຫາຣັດ​ອາເມ​ຣິ​ກາ​ໄປ​ໄດ້ ແລະ​ໂອ​ບາ​ມາ​ກໍ​ເຊື່ອ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ອະ​ເມຣິກາ​ຈະ​ທວງ​ບັນລັງ​ຄືນ​ຈາກ​ຈີນ

ວັນທີ່ 29 ກໍລະກົດ​ທີ່​ຜ່ານມາ ໂອ​ບາ​ມ່າ​ໄດ້​ເຊັນ​ຄຳ​ສັ່ງ​ໃນ​ແຜນ​ງານ​ຍຸດທະສາດ​ດ້ານ​ຄອມພິວເຕີ​ແຫ່ງ​ຊາດ ເພື່ອ​ສ້າງ​ຊູບ​ເປີ​ຄອມພິວເຕີ​ທີ່​ໄວ​ທີ່ສຸດ​ໃນ​ໂລກ​ແລ້ວ

ກະ​ຊວງ​ການຕ່າງປະເທດ ​ແລະ ​ພະລັງ​ງານ ສະ​ຫາຣັດ​ອະ​ເມ​ຣິກາ ຮ່ວມ​ກັບ​ສຳ​ນັກ​ງານ​ວິທະຍາ​ສາດ​ແຫ່ງ​ຊາດ ຈະ​ເປັນ​ກຳ​ລັງ​ຫລັກ​ໃນ​ການ​ພັດທະນາ​ຄອມພິວເຕີ​ຄວາມໄວ​ສູງ​ນີ້ ໂອ​ບາ​ມ່າ​ລະ​ບຸ​ໄວ້​ໃນ​ຄຳ​ປະ​ກາດ​ວ່າ​ຄອມພິວເຕີ​ເຄື່ອງ​ນີ້​ຈະ​ຊ່ວຍ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ແລະ​ນຳ​ໄປ​ໃຊ້​ໃນ​ງານ​ດ້ານ​ວິທະຍາ​ສາດ​ຕໍ່ໄປ

ຊູບ​ເປີ​ຄອມພິວເຕີ​ເປັນ​ເຄື່ອງ​ມື​ອະ​ເໜກ​ປະສົງ​ທີ່​ສາມາດ​ນຳ​ໄປ​ໃຊ້​ງານ​ໄດ້​ຫລາກ​ຫລາຍ ມີ​ຄວາມ​ສຳຄັນ​ຕໍ່​ຄວາມຫມັ້ນຄົງ​ຂອງ​ປະເທດ ຕະຫລອດ​ຈົນ​ການ​ພັດທະນາ​ເສດຖະກິດ​ຂອງ​ຊາດ​ດ້ວຍ ນັກ​ວິທະຍາ​ສາດ​ສະ​ຫາຣັດ​ອາເມ​ຣິ​ກາ​ຈະ​ສາມາດ​ເຂົ້າ​ເຖິງ​ຊູບເປີ​ຄອມພິວເຕີ​ເຄື່ອງ​ໃໝ່​ນີ້​ໃນ​ການ​ວິ​ໄຈ​ໃນ​ຫລາຍໆ​ສາ​ຂາ​ຕັ້ງ​ແຕ່​ດ້ານ​ພະລັງ​ງານ​ນິວ​ເຄຍ​ໄປ​ຈົນ​ເຖິງ​ການ​ຕິດ​ຕາມ​ການ​ປ່ຽນ​ແປງ​ສະພາບ​ອາ​ກາດ

ນັບ​ເປັນ​ເທື່ອ​ທຳອິດ​ທີ່​ຈະ​ມີ​ການ​ພັດທະນາ​ຄອມພິວເຕີ​ລະ​ດັບ “ເອກ​ຊາ​ກຽວ” ຂຶ້ນ ຊຶ່ງ​ຈະ​ໄວ​ກວ່າ​ຄອມພິວເຕີ​ທີ່​ໃຊ້​ກັນ​ຢູ່ໃນ​ປະຈຸບັນ​ເຖິງ 30 ເທົ່າ

ຄອມພິວເຕີ​ເຄື່ອງ​ໃໝ່​ຈະ​ສາມາດ​ປະ​ມວນ​ຜົນ​ໄດ້ 1 “ເອກ​ຊາ​​ລອບ” ຫລື​ເກືອບ 1 ລ້ານ​ລ້ານ​ລ້ານ ຄຳ​ສັ່ງ​ຕໍ່​ວິ​ນາ​ທີ ສ່ວນ​ເຄື່ອງ​ທຽນ​ເຫີ 2 ທີ່​ໄວ​ສຸດ​ໃນ​ປະຈຸບັນ​ນັ້ນ​ສາມາດ​ປະ​ມວນ​ຜົນ​ໄດ້​ລະ​ດັບ 38,860 ລ້ານ​ລ້ານ​ຄຳ​ສັ່ງ​ຕໍ່​ວິ​ນາ​ທີ

ສຳລັບ​ເຄື່ອງ​ໄຕຕັນ​ທີ່​ຕອນ​ນີ້​ຢູ່​ອັນ​ດັບ 2 ຂອງ​ໂລກ​ຢູ່​ນັ້ນ ຕັ້ງ​ຢູ່​ທີ່​ສູນ​ວິ​ໄຈ​ແຫ່ງ​ຊາດ​ໂອ​ກິດຈ໌ ທີ່​ເທນ​ເນດ​ຊີ ກິນ​ພະລັງ​ງານ​ໄຟ​ຟ້າ​ເກືອບ 10 ເມ​ກາ​ວັດ ​ຫລື ​ເກືອບ 2000 ເທົ່າ​ຂອງ​ຄອມພິວເຕີ​ສ່ວນ​ບຸກ​ຄົນ​ທີ່​ເຮົາ​ໃຊ້​ກັນ​ໃນ​ປະຈຸບັນ​ນີ້ ຄອມພິວເຕີ​ທີ່​ມີ​ຮາດ​ແວລ໌ ​ແລະ ​ຊອບ​ແວລ໌​ ຄວາມໄວ​ສູງ​ກວ່າ​ນີ້​ກໍ​ຈະ​ຍິ່ງ​ກິນ​ພະລັງ​ງານ​ໄຟ​ຟ້າ​ຫລາຍກວ່າ​ນີ້

ໃນ​ເບື້ອງ​ຕົ້ນ ເທກ​ໂນ​ໂລ​ຍີ​ນີ້​ຈະ​ມີ​ຜູ້​ໃຊ້​ 5 ລາຍ​ໄດ້​ແກ່ ນາ​ຊ່າ ເອັບ​ບີ​ໄອ ກົມ​ອຸ​ຕຸ​ນິຍົມ​ວິທະຍາ​  (ໂນ​ອາ) ສະ​ຖາ​ບັນ​ສຸຂະພາບ​ແຫ່ງ​ຊາດ ແລະ​ ສະ​ຖາ​ບັນ​ຄວາມຫມັ້ນຄົງ​ແຫ່ງ​ມາ​ຕຸ​ພູ​ມ ຊຶ່ງ​ຈະ​ຮ່ວມ​ອອກ​ແບບ​ແລະ​ທົດສອບ​ລະບົບ​ໃນ​ຂັ້ນ​ຕອນ​ທຳອິດ ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ຈຸດປະສົງ​ໃນ​ການ​ໃຊ້​ງານ

ໂຄງ​ການ​ນີ້​ມີ​ເວລາ 90 ມື້​ນັບ​ຕັ້ງ​ແຕ່​ອອກ​ປະ​ກາດ​ເພື່ອ​ການ​ຮ່າງ​ແຜນ​ການ​ດຳ​ເນີນ​ງານ ແມ່ນ​ຈະ​ຍັງ​ບໍ່​ຮູ້​ມື້​ກຳນົດ​ສຳເລັດ​ສິ້ນ​ທີ່​ຊັດເຈນ​ແຕ່​ນັກ​ວິ​ໄຈ​ຈະ​ຕ້ອງ​ລາຍ​ງານ​ຄວາມ​ຄືບ​ໜ້າ​ທຸກ​ປີ​ຕະຫລອດ 5 ປີ​ຂ້າງ​ໜ້າ

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...