Homeປ່ອງຢ້ຽມດວງດາວເບື້ອງຫລັງຄວາມສຳເລັດຂອງງານສຳຫລວດດາວພູໂຕ ຄືຊີພີຍູ PlayStation 1

ເບື້ອງຫລັງຄວາມສຳເລັດຂອງງານສຳຫລວດດາວພູໂຕ ຄືຊີພີຍູ PlayStation 1

Published on

http://upic.me/i/n4/

ທ່າມ​ກາງ​ກະ​ແສ​ຮື​ຮາ​ກັບ​ຂ່າວ​ການ​ສຳຫ​ລວດ​ດາວ​ພູ​ໂຕຂອງ​ຍານ New Horizons ທີ່​ຫາກໍ່​ມີ​ລາຍ​ການ​ຖ່າຍ​ທອດ​ສົດ​ໄລຍະເວລາ​ທີ່​ຍານ​ເດິນທາງ​ເຂົ້າ​ໃກ້​ດາວ​ພູ​ໂຕ​ຫລາຍ​ທີ່ສຸດ​ພ້ອມ​ສົ່ງ​ຮູບ​ຖ່າຍ​ດາວ​ພູ​ໂຕ​ກັບ​ມາ​ໃຫ້​ຊາວ​ໂລກ​ໄດ້​ຊົມ ມີ​ຄວາມ​ຈິງ​ທີ່​ໜ້າ​ສົນ​ໃຈທີ່​ວ່າ​ການເຮັດວຽກ​ຂອງ New Horizons ນີ້​ອາໄສ​ການ​ຄວບ​ຄຸມ​ໂດຍ​ຊີ​ພີ​ຍູ MIPS R3000 ລຸ້ນ​ດຽວ​ກັນ​ກັບ​ທີ່​ໃຊ້​ໃນ​ເຄື່ອງ​ຫລິ້ນ​ເກມ PS1 ຂອງ Sony

           ຊີ​ພີ​ຍູ MIPS R3000 ນີ້​ຖືກ​ພັດທະນາ​ຂຶ້ນ​ມາ​ເພື່ອ​ໃຊ້​ງານ​ກັບ​ເຄື່ອງ​ຫລິ້ນ​ເກມ​ຄອນ​ໂຊນ​ລຸ້ນ​ທຳອິດຂອງ Sony ໃນ​ປີ 1994 ຕໍ່​ມາ NASA ໄດ້​ຕັດ​ສິນ​ໃຈ​ຊື້​ລິຂະສິດ​ໃນ​ການ​ໃຊ້​ງານ​ຊີ​ພີ​ຍູ​ລຸ້ນ​ທີ່​ວ່າ​ນີ້​ໃນ​ປີ 2006 (ເຮັດວຽກ​ສົ່ງ​ຍານ New Horizons ອອກເດິນທາງ) ຊຶ່ງ​ເຫດຜົນ​ທີ່ NASA ຕັດ​ສິນໃຈ​ເລືອກ​ໃຊ້​ຊີ​ພີ​ຍູ​ລຸ້ນ​ນີ້ ເຖິງວ່າ​ເທກ​ໂນ​ໂລ​ຍີ​ຂອງ​ມັນ​ຈະ​ມີ​ອາ​ຍຸ​ມາ​ດົນ​ກວ່າ 10 ປີ ເປັນ​ເພາະ NASA ເນັ້ນ​ເລືອກ​ໃຊ້​ງານ​ອຸປະກອນ​ຕ່າງໆ ທີ່​ໄດ້ຮັບ​ການ​ພິສູດ​ຈາກ​ການ​ໃຊ້​ງານ​ຈິງ​ຢ່າງ​ແພ່​ຫລາຍ​ມາ​ເປັນ​ໄລ​ຍະ​ເວລາ​ດົນ​ວ່າ​ມັນ​ສາມາດ​ເຮັດວຽກ​ໄດ້​ດີ​ແລະ​ມີ​ຄວາມສະຖຽນ ແລະ​ມີ​ອາ​ຍຸ​ການ​ໃຊ້​ງານ​ທີ່​​ທົນ​ພຽງ​ພໍ ຊຶ່ງ​ເຄື່ອງ PS1 ກໍ​ເປັນ​ຫລັກ​ຖານ​ຢ່າງ​ດີ​ທີ່​ພິສູດ​ເຖິງ​ປະ​ສິດ​ທິ​ພາບ​ໃນ​ການ​ໃຊ້​ງານ​ແລະ​ຄວາມ​ເຊື່ອ​ຖື​ໄດ້​ຂອງ​ຊີ​ພີ​ຍູ MIP R3000 ນີ້

           ຫລັງ​ຈາກການເດິນທາງ​ອັນ​ຍາວນານ​ເຖິງ 9 ປີ ດ້ວຍ​ຄວາມ​ໄວ​ສູງ​ກວ່າ 58,500 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຍານ New Horizons ກໍ​ເດິນທາງ​ເຂົ້າ​ໃກ້​ດາວ​ພູ​ໂຕ​ເພື່ອ​ເຮັດວຽກ​ສຳ​ຫລວດ​ໄດ້​ຕາມ​ແຜນ ແລະ​ຊີ​ພີ​ຍູ MIP R3000 ກໍ​ໄດ້​ພິສູດ​ຕົວ​ເອງ​ໃຫ້​ເຫັນ​ແລ້ວ​ວ່າ NASA ຕັດ​ສິນ​ໃຈ​ບໍ່​ຜິດ​ທີ່​ເລືອກ​ໃຊ້​ງານ​ມັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...