Homeມູມໄອທີລາວໃຜ Unfriend Facebook ເຮົາແດ່? ກວດສອບງ່າຍໆດ້ວຍແອັບ Who Deleted Me

ໃຜ Unfriend Facebook ເຮົາແດ່? ກວດສອບງ່າຍໆດ້ວຍແອັບ Who Deleted Me

Published on

6472_1507071038368v

ມີ​ໝູ່​ຄົນ​ໃດ​ໃນ Facebook ທີ່​ບໍ່​ມັກ​ໜ້າ​ເຮົາ​ຫລື Unfriend ເຮົາ​ໄປ​ນຳ? ຕອນ​ນີ້​ສາມາດກວດສອບ​ໄດ້​ແລ້ວ​ດ້ວຍ​ແອັບ​ພິ​ເຄ​ຊັນ​ໃໝ່​ທີ່​ມີ​ຊື່​ວ່າ Who Deleted Me for Facebook ປ່ອຍ​ໃຫ້​ດາວ​ໂຫລດ​ແລ້ວ​ເທິງ iOS, Android ແລະ Chrome Extension ຊຶ່ງ​ແອັບ​ພິ​ເຄ​ຊັນ​ນີ້​ຈະ​ເຮັດວຽກ​ໂດຍ​ການສ້າງ​ລິດ​ລາຍ​ຊື່​ໝູ່ ແລະ ໃນຂະນະ​ນັ້ນ​ໃຫ້​ເຮົາ​ກວດ​ເບີ່ງ​ວ່າ​ມີ​ຄົນ​ໃດ​ໃນ​ລິດ​ຫາຍ​ໄປ​ນຳ ແຕ່​ມີ​ຂໍ້​ຈຳ​ກັດ​ຢູ່​ວ່າ​ບໍ່​ສາມາດ​ກວດສອບ​ຍ້ອນ​ຫລັງ​ໄດ້ ນອກ​ຈາກ​ນີ້​ຍັງ​ສາມາດ​ຕັ້ງ​ຄ່າ​ໃຫ້​ແອັບ ​ແຈ້ງ​ເຕືອນ​ໄດ້ນຳອີກ ແຕ່​ຄືຊິ​ບໍ່​ຢາກ​ໜ້າ​ບູດ​ໝົດມື້ດອກແມ່ນບໍ່ ແອັບ​ພິ​ເຄ​ຊັ່ນ​ນີ້​ເຄີຍ​ປ່ອຍ​ອອກ​ມາ​ເມື່ອ​ປີ 2007 ແຕ່​ຖືກ​ປິດ​ຈາກ Facebook ເນື່ອງ​ຈາກ​ເຫດຜົນ​ການ​ລະ​ເມີດ​ສິດ​ທິ ແຕ່​ເທື່ອ​ນີ້​ແອັບ ​ຈະ​ດຶງ​ຂໍ້​ມູນ​ຈາກ​ໜ້າ​ເຟສ໌​ແທນ​ການ​ດຶງ API ຊຶ່ງ​ຖື​ວ່າ​ບໍ່​ຜິດ​ກົດ​ຂອງ Facebook ຖ້າ​ໃຜ​ສົນ​ໃຈ​ກໍ​ໄປ​ດາວ​ໂຫລດ​ມາ​ຕິດ​ຕັ້ງ​ໃນ​ເຄື່ອງ​ກັນ​ໄດ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...