Homeມຸມຂ່າວ AECອາຊຽນ ຈະນຳໃຊ້ພະລັງງານເພີ່ມຂຶ້ນ 80% ພາຍໃນປີ 2035!

ອາຊຽນ ຈະນຳໃຊ້ພະລັງງານເພີ່ມຂຶ້ນ 80% ພາຍໃນປີ 2035!

Published on

400._automation2

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ສຳນັກງານ ພະລັງງານ ລະຫວ່າງ ປະເທດ ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ​ແຕ່ປີ 2011-2035 ຄວາມຕ້ອງການ ທາງດ້ານພະລັງງານ ໃນເຂດອາຊຽນ ຈະເພີ່ມ ຂຶ້ນເຖິງ 80%, ດັ່ງນັ້ນ ເພື່ອຫລຸດ ການນຳໃຊ້ ເພີ່ມຂຶ້ນຂອງພະລັງງານ(ຟໍສຊີລ)ຈຳເປັນຕ້ອງ ຫັນມາ ສ້າງກົນໄກ ສະໜອງ ພະລັງງານ ທີ່ເປັນມິດ ກັບສິ່ງແວດລ້ອມ ແບບຍືນຍົນ ໃຫ້ຫລາຍຂຶ້ນ.

ຂະນະນີ້ ບັນດາປະເທດ ສະມາຊິກ ອາຊຽນ ພວມຢູ່ໃນຂັ້ນຕອນ ພັດທະນາ ພະລັງງານ ໝູນວຽນ (Recycle Energy) ຫລື​ ພະລັງງານອື່ນ ທີ່ທົດແທນໄດ້ແຕກຕ່າງກັນ ໃນນີ້ ໄທ ເປັນປະເທດພັດ ທະນາ ດ້ານພະລັງງານ ຢູ່ແຖວໜ້າຂອງອາຊຽນ, ຮອງລົງມາ ແມ່ນມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ຕາມລຳດັບ. ແຕ່ກໍຍັງ ມີຂໍ້ຈຳກັດ ທາງດ້ານ ເຕັກໂນໂລຊີ, ການຂາດທຶນ ສະໜັບສະໜູນ ແລະ ດ້ານອື່ນໆອີກ ຖືວ່າເປັນສິ່ງທ້າທາຍ ໃນປັດຈຸບັນ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...