Homeຂ່າວພາຍ​ໃນສິນຄ້າພືດຜັກ ຢູ່ທ້ອງຕະຫລາດນະຄອນຫລວງວຽງຈັນ ຍັງມີລາຄາສູງ!

ສິນຄ້າພືດຜັກ ຢູ່ທ້ອງຕະຫລາດນະຄອນຫລວງວຽງຈັນ ຍັງມີລາຄາສູງ!

Published on

1402117651-WP20140606-o

ຕາມການລົງສຳພາດຊາວຄ້າຂາຍ ແລະ ຜູ້ບໍລິໂພກ ຢູ່ຕາມທ້ອງຕະຫລາດຕ່າງໆໃນ ນະຄອນຫລວງວຽງຈັນຄື: ໂພນຕ້ອງ ແລະ ຕະຫລາດຂົວດິນ ຂອງນັກຂ່າວໜັງສືພິມລາວ ພັດທະນາພວກເຮົາໃນວັນທີ 18 ສິງຫານີ້ຮູ້ວ່າ: ລາຄາສິນຄ້າບາງປະເພດ ຍັງສືບຕໍ່ສູງຂຶ້ນ ເຊັ່ນ: ຊີ້ນງົວ, ຄວາຍ 80​-85 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ປານິນ 20-22 ພັນກີບ/ກິໂລ, ປາດຸກ, ປາຄໍ່ 70 ພັນກີບ/ກິໂລ, ປາດຸກພັນ 20 ພັນກີບ/ກິໂລ, ໄກ່ພັນປອກ 35 ພັນກີບ/ກິໂລ,  ເປັດປອກ 38 ພັນກີບ/ກິໂລ, ເຂົ້າສານໜຽວ 10 ພັນກີບ/ກິໂລ, ເຂົ້າສານຈ້າວ 11 ພັນກີບ/ກິໂລ. ສ່ວນລາຄາໝາກເພັດ 25-30 ພັນກີບ/ກິໂລ, ໝາກຖົ່ວ 8-10 ພັນກີບ/ກິໂລ, ໝາກແຕງ 6-8 ພັນກີບ/ກິໂລ, ຜັກຫອມ ແລະ ຜັກຊະນິດຕ່າງໆກໍມີລາຄາສູງຂຶ້ນເຊັ່ນກັນຄື: ຜັກກະລ່ຳ 7 ພັນກີບ/ກິໂລ, ຜັກບົ້ງ 5-7 ພັນກີບ/ກິໂລ, ໝາກນາວ 6-8 ພັນກີບ/ກິໂລ, ຜັກກາດ 10-12 ພັນກີບ/ກິ ໂລ, ຜັກສະລັດ 15-18 ພັນກີບ/ກິໂລ, ໝາກເຂືອ 6-8 ພັນກີບ/ກິໂລ,  ຫອມປ້ອມ 15-18 ພັນກີບ/ກິໂລ, ຫອມບົ່ວ 14-16 ພັນກີບ/ກິໂລ, ຜັກຫອມ ປະເພດຕ່າງໆມີ ລາຄາ 30 ພັນກີບ/ກິໂລ.

ຊາວຄ້າຂາຍຫລາຍຄົນໃຫ້ເຫດຜົນວ່າ: ສິນຄ້າມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ນັ້ນ ອາດເນື່ອງມາຈາກ ການຕອບສະໜອງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ຍ້ອນໄລຍະນີ້ ເປັນໄລຍະລະດູຝົນ, ສົ່ງຜົນໃຫ້ການປູກພືດຜັກບາງຊະນິດພົບຄວາມຫຍຸ້ງຍາກ ແລະ ການຂົນສົ່ງກໍພົບບັນຫາຍ້ອນສະພາບເສັ້ນທາງ.

ຕາມການຕີລາຄາຂອງນັກວິຊາການທີ່ກ່ຽວຂ້ອງໃຫ້ເຫດຜົນວ່າ: ສາເຫດຕົ້ນຕໍທີ່ພາ ໃຫ້ລາຄາພືດຜັກບາງປະເພດແພງຂຶ້ນກໍຍ້ອນວ່າ: ຢູ່ຕະຫລາດບ້ານເຮົາສ່ວນໃຫຍ່ແມ່ນ ຍັງເພິງພາການນຳເຂົ້າສິນຄ້າຈາກປະເທດເພື່ອນບ້ານນັບແຕ່ໝາກໄມ້, ອາຫານທະເລ ແລະ ພືດຜັກຕ່າງໆ ຖ້າຂາດການນຳເຂົ້າກໍເຮັດໃຫ້ລາຄາມີການເໜັງຕີງ ແລະ ອີກດ້ານໜຶ່ງກໍຍ້ອນຊາວຄ້າຂາຍຈຳນວນໜຶ່ງໄດ້ກັກ ຕູນສິນຄ້າໄວ້ຂາຍໃນໄລຍະເທດສະການຕ່າງໆ.

ເຖິງຢ່າງໃດກໍດີ ສຳລັບທາງອອກໃນການແກ້ໄຂບັນຫາດັ່ງກ່າວ ກ່ອນອື່ນ ໝົດອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕ້ອງໄດ້ປຸກລະດົມຊາວສວນໃຫ້ ເອົາໃຈໃສ່ຕໍ່ການປູກພືດ ໃຫ້ຖືເປັນອາຊີບຕົ້ນຕໍ ພ້ອມເບື້ອງລັດ ກໍຕ້ອງເອົາໃຈໃສ່ຕອບສະໜອງປັດ​ໄຈການຜະລິດໃຫ້ພຽງພໍເຊັ່ນ: ເຄື່ອງມືຢາປາບສັດຕູພືດ ແລະ ສິ່ງສຳຄັນອື່ນໆ ເພື່ອສ້າງແຮງຈູງໃຈໃຫ້ຜູ້ຜະລິດຫລາຍຂຶ້ນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...