Homeມູມໄອທີລາວໄມ​ໂຄ​ຊອບ​ເປີດ​ຊ່ອງ​ທາງ​ແຈກ Windows 10 ຟຣີ

ໄມ​ໂຄ​ຊອບ​ເປີດ​ຊ່ອງ​ທາງ​ແຈກ Windows 10 ຟຣີ

Published on

ຢ່າງ​ທີ່​ເຮົາ​ຮູ້​ກັນ​ມາ​ກ່ອນ​ແລ້ວ​ວ່າ​ໄມ​ໂຄ​ຊອບນັ້ນ​ຈະໃຫ້​ສິດ​ຄົົນທີ່​ໃຊ້ Windows 7  ແລະ Windows 8  ແທ້​ສາມາດ​ອັບ​ເກດ​ເປັນ Windows 10 ໄດ້​ຟຣີໂດຍ​ບໍ່​ຕ້ອງ​ຊື້ Windows 10 ໃໝ່ ແຕ່​ຫລ້າ​ສຸດ​ໄດ້​ມີ​ຂ່າວ​ອອກ​ມາ​ວ່າ ໄມ​ໂຄ​ຊອບໄດ້​ເປີດ​ຊ່ອງ​ໃຫ້​ຄົົນທີ່​ບໍ່​ເຄີຍ​ໄດ້​ໃຊ້ Windows ແທ້​ມາ​ກ່ອນ​ສາມາດ​ໃຊ້ Windows 10 ແທ້​ໄດ້ ພຽງ​ຄົນ​ນັ້ນ​ເຂົ້າ​ຮ່ວມ​ໂຄງ​ການ Windows Insider


ຊຶ່ງ Windows Insider ເປັນ​ໂຄງ​ການ​ທີ່​ໃຫ້​ຄົນ​ທົ່ວ​ໄປ​ທີ່​ສົນ​ໃຈ​ໃນ Windows 10 ຊ່ວຍ​ທົດສອບ​ການ​ໃຊ້​ງານ Windows 10 ລຸ້ນ​ທີ່​ຍັງ​ບໍ່​ສຳເລັດ​ສົມບູນ ເພື່ອ​ເກັບ​ຂໍ້​ມູນ​ແລະ​ຂໍ້​ຜິດ​ພາດ​ແລະ​ບັກ​ຕ່າງໆ ເອົາ​ໄປ​ແກ້​ໄຂ​ໃຫ້​ລຸ້ນ​ຈິງ​ມີ​ຄວາມ​ສົມບູນ​ຍິ່ງ​ຂຶ້ນ ຊຶ່ງ​ເມື່ອ Windows 10 ຕົວ​ຈິງ​ອອກ​ມາ​ແລ້ວ ຄົົນທີ່​ຢູ່ໃນ​ໂຄງ​ການ Windows Insider ນີ້​ຈະ​ໄດ້ຮັບ​ສິດ​ອັບ​ເກດ​ເປັນ Windows 10 ແທ້​ໂດຍບໍ່​ຕ້ອງ​ເສຍ​ເງີນ​ຊື້​ຈັກກີບ ແຕ່​ເປັນ​ສິດ​ທີ່​ໃຊ້ໄດ້​ກັບ​ເຄື່ອງ​ນັ້ນໆ ເທົ່າ​ນັ້ນ ບໍ່​ສາມາດ​ນຳ​ໄປ​ໃຊ້​ເຄື່ອງ​ອື່ນ​ໄດ້


ສຳລັບ​ໃຜ​ທີ່​ສົນ​ໃຈ​ເຂົ້າ​ຮ່ວມ​ໂຄງ​ການ Windows Insider ກໍ​ສາມາດ​ລົງ​ທະ​ບຽນ​ແລະ​ດາວໂຫລດ Windows 10 ມາ​ຕິດ​ຕັ້ງ​ໄດ້​ຈາກ​ເວັບ​ໄຊຕ໌​ລິ້ງນີ້​ເລີຍ

https://insider.windows.com

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...