Homeມູມໄອທີລາວບໍລິສັດ​ແຫ່ງໜື່​ງ​ໃນ​ສະ​ວີ​ເດນ​ເລີ່ມ​ໃຊ້​ການ​ຝັງ​ຊິບ RFID ຝັງ​ເຂົ້າໄປ​ໃນ​ໂຕຂອງ​ພະ​ນັກ​ງານ

ບໍລິສັດ​ແຫ່ງໜື່​ງ​ໃນ​ສະ​ວີ​ເດນ​ເລີ່ມ​ໃຊ້​ການ​ຝັງ​ຊິບ RFID ຝັງ​ເຂົ້າໄປ​ໃນ​ໂຕຂອງ​ພະ​ນັກ​ງານ

Published on

ທຸກ​ມື້​ນີ້​ບັດ​​ປະຈຳ​ຕົວ​ພະ​ນັກ​ງານມັກ​ຈະ​ມີ​ຊິບ RFID ຢູ່​ພາຍ​ໃນ ຊຶ່ງ​ຊ່ວຍ​ເພີ່ມ​ຄວາມສະດວກ​ໃນ​ການ​ຢືນຢັນ​ສິດ ​ຫລື​ ຢືນຢັນ​ຕົວ​ຕົນ​ຂອງພະ​ນັກ​ງານ​ດ້ວຍ​ການ​ໃຊ້​ບັດ​ດັ່ງ​ກ່າວ​ກັບ​ເຄື່ອງ​ກວດ​ຈັບ​ເພື່ອ​ຜ່ານ​ເຂົ້າ​ອອກ​ສະຖານ​ທີ່​ບາງ​ແຫ່ງ ຫລື​ ປົດ​ລັອກ​ອຸປະກອນ​ບາງຢ່າງ​ເພື່ອ​ໃຊ້​ງານ ຊຶ່ງ​ມັນ​ກໍ​ເຮັດໃຫ້​ຊີວິດ​ປະຈຳວັນ​ຂອງ​ເຮົາ​ສະ​ດວກ​ຫລາຍ​ຂຶ້ນ​ ແຕ່​ຖ້າ​ຫາ​ກລືມ​ບັດ​ເດ ຈະ​ເຮັດ​ຈັ່ງໃດ?
ບັນຫາ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພະ​ນັກ​ງານ​ຂອງ​ບໍລິສັດ Epicenter ຊຶ່ງ​ເປັນ​ບໍລິສັດ​ແຫ່ງ​ໜຶ່ງ​ໃນ​ປະເທດ​ສະ​ວີ​ເດນ ຊຶ່ງ​ພວກ​ເຂົາ​ໃຫ້​ພະ​ນັກ​ງານ​ຝັງ​ຊິບ RFID ໄວ້​ໃຕ້​ຜິວ​ໜັງ​ເພື່ອ​ໃຊ້​ສະ​ແກນ​ສຳລັບ​ການ​ຜ່ານ​ເຂົ້າ​ອອກ​ປະ​ຕູ ແລະ​ປົດ​ລັອກ​ເຄື່ອງ​ຖ່າຍ​ເອກະສານ​ເມື່ອ​ຕ້ອງ​ການ​ຈະ​ໃຊ້​ງານ ໂດຍ​ໃນ​ອະນາຄົດ​ຈະ​ມີ​ການ​ເພີ່ມ​ບໍລິການ​ໃຫ້​ໃຊ້​ງານ​ຊິບ​ດັ່ງ​ກ່າວ​ເພື່ອ​ຈ່າຍ​ເງິນ​ຊື້​ອາຫານ​ໃນ​ຮ້ານ​ຄ້າ​ພາຍ​ໃນ​ເຂດ​ຂອງ​ບໍລິສັດ​ໄດ້​ນຳອີກ

ຊິບ RFID ນີ້​ມີ​ຂະໜາດ​ໃຫຍ່​ກວ່າ​ເມັດ​ເຂົ້າ ມັນ​ຈະ​ຖືກ​ຝັງ​ໄວ້​ໃຕ້​ຜິວ​ໜັງ​​ບໍລິເວນ​ງ່າມ​ນິ້ວ​ລະຫວ່າງ​ນິ້ວໂປ້ມື ​ແລະ​ ນິ້ວ​ຊີ້​ຂອງ​ນັກ​ງານ ເມື່ອ​ຕ້ອງ​ການ​ຜ່ານ​ເຂົ້າ​ອອກ​ພື້ນ​ທີ່​ຊຶ່ງ​ມີ​ການ​ກວດ​ຊິບ ຫລື​ ຈະ​ໃຊ້​ເຄື່ອງ​ຖ່າຍ​ເອກະສານ ພວກ​ເຂົາ​ກໍ​ພຽງ​ແຕ່​ເອົາ​ມື​ວາງໄວ້​ບໍລິເວນ​ເຊັນ​ເຊີ​ກວດ​ຊິບ​ກໍ​ເປັນ​ອັນ​ຮຽບຮ້ອຍ (ແຕ່​ບາງ​ທີ​ກໍ​ອາດ​ຕ້ອງ​ບິດ​ມື​ທ່າ​ທາງ​ແປກໆ​ກ່ອນ​ເພື່ອ​ໃຫ້​ຊິບ​ຢູ່​​ຕຳແໜ່ງ​ເພື່ອ​ໃຫ້​ຊິບ​ເຮັດວຽກ) ນອກ​ເໜືອ​ຈາກ​ໃຊ້​ເພື່ອ​ຢືນຢັນ​ຕົວ​ຕົນ​ແລ້ວ ພະ​ນັກ​ງານ​ອາດ​ເລືອກ​ໃສ່​ຂໍ້​ມູນ​ເພິ່ມເຕີມ​ລົງ​ໃນ​ຊິບ​ໄດ້ ບາງ​ລາຍ​ອາດ​ໃສ່​ຂໍ້​ມູນ​ນາມ​ບັດ​ຂອງ​ຕົນເອງ​ໄວ້​ໃນ​ຊິບ​ຕົວ​ດຽວ​ກັນ​ອີກ
ໂຄງ​ການ​ຝັງ​ຊິບ​ຂອງ​ບໍລິສັດ Epicenter ນີ້​ເປັນ​ໂຄງ​ການ​ຕາມ​ຄວາມ​ສະໝັກ​ໃຈ​ ບໍ່​ໄດ້​ບັງຄັບ ພະ​ນັກ​ງານ​ບາງ​ສ່ວນ​ກໍ​ບໍ່​ຢາກ​ຈະໃຫ້​ມີ​ຫຍັງ​ແປກປອມ​ຢູ່ໃນ​ຮ່າງກາຍ ໃນ​ຂະນະ​ທີ່​ອີກ​ສ່ວນ​ກັບ​ກະ​ຕື​ລື​ລົ້ນ​ແລະ​ເຝົ້າ​ລໍ​ຄອຍຖ້າ​ໂອ​ກາດ​ທີ່​ຈະ​ໄດ້​ຝັງ​ຊິບ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...