Homeຂ່າວຕ່າງປະເທດຫວຽດນາມ ຈັດພິທີສະເຫລີມສະຫລອງວັນສຳຄັນຂອງຊາດ

ຫວຽດນາມ ຈັດພິທີສະເຫລີມສະຫລອງວັນສຳຄັນຂອງຊາດ

Published on

400vbbvb

ຂປລ.ຕາມ ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 16 ສິງຫາ 2015,ຫວຽດນາມ ສະ​ເຫລີມ ​ສະ​ຫລອງ ວັນຄົບຮອບ 70 ປີ​ແຫ່ງ​ ການ​ປະ​ຕິ​ວັດ ​ເດືອນ​ສິງ​ຫາ, ວັນ​ຊາດ​ທີ 2 ກັນຍາ ແລະ ງານ​ໂຮມ​ຊຸມ​ນຸມ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ແຫ່ງ​ຊາດ ​ເຕີນ​ຈ່າວ ໄດ້ຈັດຂຶ້ນຢູ່ ຕາ​ແສງ ເຕີນ​ຈ່າວ ເມືອງ ເຊີນ​ເຢືອງ ແຂວງ ຕວຽນ​ກວາງ ໂດຍມີ ​ທ່ານ ​ ຫງວຽນ​ຊິງ​ຮຸ່ງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ພ້ອມ​ດ້ວຍ ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ແລະ ນັກ​ຮົບ​ປະ​ຊາ​ຊົນ​ແຂວງ ຕວຽນ​ກວາງ​ ເຂົ້າຮ່ວມຢ່າງຄຶກຄື້ນ.

ໃນໂອກາດນີ້ ທ່ານ​ ຫງວຽນ​ຊິງ​ຮຸ່ງ ໄດ້​ຍົກໃຫ້ເຫັນ ຄວາມສຳຄັນ ຂອງກອງ​ປະ​ຊຸມ​ໃຫຍ່ ​ສະ​ພາ​ແຫ່ງ​ຊາດ ເຕີນ ​ຈ່າວ ເຊິ່ງມີຄວາມສຳຄັນທາງ ປະຫວັດສາດ ໂດຍ​ ປະ​ທ​ານ ​ໂຮ່​ຈິ​ມີນ ໄດ້ເຕົ້າ​ໂຮມຜູ້​ແທນ 60 ຄົນ​ ທີ່​ຕາງໜ້າ ​ໃຫ້​ 3 ພາກຄື: ພາກ​ເໜືອ, ພາກ​ກາງ ແລະ ພາກ​ໃຕ້. ເຫດ​ການ​ສຳ​ຄັນ​ນີ້ ​ໄດ້​​ຈັດ​ຕັ້ງ​ຂຶ້ນ​ໃນ ​ລະຫວ່າງ ​ວັນ​ທີ  16-17 ສິງຫາ​ປີ 1945 ມາຮອດ ປັດຈຸບັນ ​ເພື່ອເສີມ​ຂະ​ຫຍາຍ​ເນື້ອ​ໃນ​ ຂອງກອງ​ປະ​ຊຸມ​ໃຫຍ່​ ສະ​ພາ​ແຫ່ງ​ຊາດ, ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປ​ວງ​ຊົນ, ສາ​ມັກ​ຄີ ເປັນ​ຈິດໜຶ່ງ​ໃຈ​ດຽວ ​ແລະ ປົກ​ປັກ​ຮັກ​ສາ ​ປະ​ເທດ​ຊາດ ​ໃຫ້​ໝັ້ນ​ຄົງ ສາມາດນຳພາ​ປະ​ເທດ​ພັດ​ທະ​ນາຂຶ້ນ ຢ່າງວ່ອງໄວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...