Homeຂ່າວເຫດການເປີດງານວາງສະແດງວຽກງານປ້ອງກັນຄວາມສະຫງົບລາວ-ຫວຽດນາມ

ເປີດງານວາງສະແດງວຽກງານປ້ອງກັນຄວາມສະຫງົບລາວ-ຫວຽດນາມ

Published on

viet-laos

ເນື່ອງໃນໂອກາດວັນສ້າງຕັ້ງມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບຫວຽດ ນາມ ຄົບຮອບ 70 ປີ, ກະຊວງປ້ອງກັນຄວາມສະຫງົບລາວໄດ້ຮ່ວມກັບສຳນັກງານ ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຫວຽດນາມປະຈຳລາວ, ໄດ້ຈັດຕັ້ງງານວາງ ສະແດງຮູບພາບກ່ຽວກັບມູນເຊື້ອຄວາມສຳພັນສູ້ຮົບລະຫວ່າງກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ ຂຶ້ນໃນວັນທີ 14-21 ສິງຫານີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ພົນຈັດຕະວາ ສິນທະວົງ ສົງຢາຄອນ, ທ່ານ ຫງວຽນແມັງ ຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳລາວ, ທ່ານ ພົນໂທຈັດຕະວາ ຫງວຽນ ວັນ ຫ້ຽນ ຫົວ ໜ້າຫ້ອງການຜູ້ຕາງໜ້າປ້ອງກັນຄວາມສະຫງົບ ຫວຽດນາມປະຈຳລາວ, ພ້ອມດ້ວຍ ຜູ້ຕາງໜ້າກະຊວງອົງການກ່ຽວຂ້ອງຕ່າງໆຂອງລາວເຂົ້າຮ່ວມນຳດ້ວຍ.

ງານວາງສະແດງດັ່ງກ່າວ ມີ 8 ຫົວຂໍ້ໃຫຍ່ທີ່ສະແດງໃຫ້ເຫັນມູນເຊື້ອການພົວພັນ ຮ່ວມມືລະຫວ່າງກອງກຳ ລັງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມຄື: ຮູບພາບ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ, ຮູບພາບກ່ຽວກັບການຢ້ຽມ ຢາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ການເຄື່ອນໄຫວວຽກງານຂອງບັນດາ ຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ, ການພົວພັນ ຮ່ວມມືໃນຂົງເຂດການບໍາລຸງກໍ່ສ້າງພະນັກງານ, ການພົວພັນຮ່ວມມືໃນຂົງເຂດວຽກງານ ປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງ ຄົມ, ການຮ່ວມມືໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ພະລາທິການ ແລະ ເຕັກນິກ ແລະ ຮູບພາບການມອບຫລຽນໄຊໃບຍ້ອງຍໍທີ່ມີກຽດອັນສູງສົ່ງລະຫວ່າງສອງຝ່າຍ.

ໃນພິທີ ທ່ານ ພັນເອກ ວັນເຮືອງ ນາມທະຈັນ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຂອງກະຊວງປ້ອງກັນຄວາມຫງົບລາວໄດ້ ມີຄຳເຫັນວ່າ: ການຈັດ ຕັ້ງງານວາງສະແດງດັ່ງກ່າວ ນອກຈາກໄດ້ສ່ອງແສງໃຫ້ເຫັນໝາກຜົນຂອງການພົວພັນ ຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ລະຫວ່າງສອງຝ່າຍແລ້ວຍັງສ່ອງແສງໃຫ້ເຫັນ ການພົວພັນທີ່ແໜ້ນແຟ້ນ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງກອງກຳລັງປ້ອງ ກັນຄວາມສະຫງົບສອງປະ ເທດໃນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນໃນເມື່ອ ກ່ອນ ແລະ ໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດໃນປັດຈຸບັນ, ພ້ອມ ສ່ອງແສງໃຫ້ເຫັນການພົວພັນທີ່ມີມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງ ພັກ, ລັດຖະ ບານ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ນັບມື້ກ້າວສູ່ລວງເລິກ.

ທ່ານ ພັນເອກ ວັນເຮືອງ ນາມທະຈັນ ໄດ້ຢືນຢັນຕື່ມວ່າ: ໃນສະພາບການໃໝ່ ຄືດັ່ງປັດຈຸບັນ, ກຳລັງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມຈະຕ້ອງໄດ້ເພີ່ມທະວີສືບຕໍ່ປະຕິວັດແຜນການຍຸດທະສາດການຮ່ວມມື, ຄວາມສຳພັນສູ້ຮົບແນໃສ່ຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...