spot_img
Homeຂ່າວການພັດທະນາທະນາຄານໂລກ ສະໜອງທຶນ 68 ລ້ານໂດລາ ໃຫ້ແກ່ລາວ

ທະນາຄານໂລກ ສະໜອງທຶນ 68 ລ້ານໂດລາ ໃຫ້ແກ່ລາວ

Published on

world bank

ຂປລ. ລັດຖະບານແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫລືອ ດ້ານການເງິນ ຈາກທະນາຄານໂລກ ຈຳນວນ 68 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນ 3 ໂຄງການຄື: ໂຄງການປັບປຸງຕາຂ່າຍໄຟຟ້າ ໃນນະຄອນຫລວງວຽງຈັນ, ໂຄງການພັດທະນາການຄຸ້ມຄອງບໍລິຫານ ຂະແໜງ ສາທາລະນະສຸກ-ໂພສະນາການ ແລະ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ ໄລຍະ 2 .

ທ່ານ ນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ກ່າວວ່າ: ໃນ​ເງິນຈຳນວນ 32,4 ລ້ານໂດລາສະຫະລັດ ຈະນຳໃຊ້ເຂົ້າໃນໂຄງການປັບປຸງຕາຂ່າຍໄຟຟ້າ ​ເພື່ອຊ່ວຍເຫລືອວິສາຫະກິດໄຟຟ້າລາວ ໃນການປັບປຸງຕາໜ່າງການແຈກໄຟຟ້າ ໃຫ້ມີ ປະສິດທິພາບ ແລະ ຮັບປະກັນຄວາມແນ່ນອນ ໃນການສະໜອງໄຟຟ້າ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ, ຈຳນວນ 26,4 ລ້ານໂດລາສະຫະລັດ ຈະນຳໃຊ້ໃນໂຄງການ ພັດທະນາການຄຸ້ມຄອງວຽກງານສຸຂະພາບ ແລະ ໂພຊະນາການ ແນ່ໃສ່ປັບປຸງສຸຂະພາບ ສຳລັບແມ່ຍິງ-ເດັກນ້ອຍ​ ຜ່ານການສະໜັບສະໜູນ ການປະຕິບັດ ນະໂຍບາຍ ຂອງລັດຖະບານກ່ຽວກັບ ການບໍລິການດ້ານສຸຂະພາບຂອງແມ່-ເດັກໂດຍບໍ່ເສຍຄ່າ ອັນຈະຊ່ວຍເຮັດໃຫ້ພາວະເດັກນ້ອຍເຕ້ຍ, ຈ່ອຍກວ່າ ມາດຕະຖານຫລຸດລົງ ພ້ອມເພີ່ມອັດຕາສ່ວນຂອງເດັກນ້ອຍ ທີ່ໄດ້ຮັບການລ້ຽງລູກດ້ວຍນ້ຳນົມແມ່, ດ້ານອັດຕາການຕາຍຂອງແມ່ ຈະໄດ້ຮັບການແກ້ໄຂ ດ້ວຍຫລາຍວິທີ ເປັນຕົ້ນການສ້າງເງື່ອນໄຂ ໃຫ້ແມ່ຍິງສາມາດເຂົ້າເຖິງການວາງແຜນຄອບຄົວຫລາຍກວ່າເກົ່າ, ເຂົ້າເຖິງການບໍລິການກວດທ້ອງກ່ອນເກີດ ແລະ ເພີ່ມຈຳນວນແມ່ຍິງຖືພາ ທີ່ເກີດລູກ ໂດຍມີແພດຊ່ວຍ ແລະ ອີກຈຳນວນ 11,6 ລ້ານໂດລາສະຫະລັດຈະນໍາໃຊ້ເຂົ້າ ໃນໂຄງການກອງທຶນ ຫລຸດຜ່ອນຄວາມທຸກຍາກໄລຍະ II ເຊິ່ງຈະຊ່ວຍປັບປຸງຄວາມສາມາດ ໃນການເຂົ້າເຖິງພື້ນຖານໂຄງລ່າງ, ນຳໃຊ້ການບໍລິການຕ່າງໆ ສຳລັບຊຸມຊົນ ທີ່ທຸກຍາກ ໃນ ທົ່ວປະເທດ ໂດຍສ້າງໂຮງຮຽນ, ຫ້ອງກວດພະຍາດ, ຫົນທາງເພື່ອເຂົ້າເຖິງ ແລະ ລະບົບການສະໜອງນ້ຳດື່ມ ໃຫ້ແກ່ຊຸມຊົນທີ່ ທຸກຍາກແຕ່ໂຄງການນີ້ ແມ່ນໄດ້ຮັບການຊ່ວຍເຫລືອຈາກ ລັດຖະບານ ອົດສະຕຣາລີ ຕື່ມອີກ 2,4 ລ້ານໂດລາສະຫະລັດ.

ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2015 ຢູ່ນະຄອນຫລວງວຽງຈັນ, ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ແລະ ທ່ານ ອູຣິກ ຊັກຄາວ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳອາຊີຕາເວັນ ອອກສ່ຽງໃຕ້, ມີບັນດາພະນັກງານ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...