Homeຂ່າວເຫດການຄະນະນຳນະຄອນຫລວງວຽງຈັນ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ຄະນະນຳນະຄອນຫລວງວຽງຈັນ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

Published on

Redstar

ຂປລ. ​ໃນວັນທີ 18 ສິງຫາ 2015 ນີ້, ຄະນະ​ການນຳ ນະຄອນ​ຫລວງວຽງ​ຈັນ ນຳໂດຍ ສະຫາຍ ດຣ. ສິນ​ລະ​ວົງ ຄຸດ​ໄພ​ທູດ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ພ້ອມ​ດ້ວຍບັນດາ​ຜູ້​ແທນ​ສົມບູນ, ຄະນະ​ພັກ, ​ເຈົ້າ​ເມືອງ, ຫົວໜ້າ​ກົມ, ຮອງ​ກົມ ​ໄດ້ເຂົ້າຮ່ວມ ພິທີວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວ​ແດງ) ພ້ອມ​ນີ້ກໍໄດ້ວາງກະຕ່າດອກໄມ້ ຢູ່ຫໍພິພິຕະພັນ ປະທານໄກສອນພົມວິຫານ ​ເພື່ອ​​ຄຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ອົງຄະ​ນະ​ພັກ ​ນະຄອນຫລວງ​ວຽງ​ຈັນ ຄັ້ງ​ທີ VI ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ສິງຫາ​ນີ້.

ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ ​ເປັນ​ການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ ​ແລະ ​ໄດ້ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຈົນ​ເຖິງ​ທຸກ​ວັນ​ນີ້ ​ຄຸນງາມຄວາມດີ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງ​ດັ່ງກ່າວ ໄດ້​ຖືກ​ຈາລຶກ​ໄວ້​ ໃນ​ຊີວິດ​ຈິດ​ໃຈ ຂອງ​ທົ່ວປວງ​ຊົນ​ລາວ​ທັງ​ຊາດ​ ຕະຫລອດ​ໄປ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...