Homeປ່ອງຢ້ຽມດວງດາວNASA ເປີດເຜີຍມຸມມືດ "ອີກດ້ານຂອງດວງຈັນ" ທີ່ມະນຸດໂລກບໍ່ເຄີຍເຫັນ

NASA ເປີດເຜີຍມຸມມືດ “ອີກດ້ານຂອງດວງຈັນ” ທີ່ມະນຸດໂລກບໍ່ເຄີຍເຫັນ

Published on

ນາ​ຊ່າ​ເປີດ​ເຜີຍ​ພາບ​ຖ່າຍ​ຈາກ​ດ້ານ​ຫລັງ​ຂອງ​ດວງຈັນ​ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ໂລກ ເປັນ​ມຸມ​ມືດ​ຂອງ​ດວງຈັນ​ທີ່​ມະນຸດ​ເທິງ​ພື້ນ​ໂລກ​ບໍ່​ສາມາດ​ເບິ່ງເຫັນ​ໄດ້

ວັນທີ່ 6 ສິງ​ຫາ 2015 ສຳ​ນັກ​ຂ່າວ CNN ເປີດ​ເຜີຍ​ຄລິບ​ວິ​ດີ​ໂອ​ຈາກ​ຍູ​ທູບ​ NASA. gov Video ຊຶ່ງ​ເປັນ​ຄລິບ​ວິ​ດີ​ໂອ​ທີ່​ໄດ້​ຈາກ​ການ​ຖ່າຍ​ພາບ​ຂອງ​ດາວ​ທຽມ Deep Space Climate Observatory (DSCOVR) ທີ່​ຈັບ​ພາບ​ດວງຈັນ​ຂະນະ​ກຳ​ລັງ​ໂຄຈອນ​ຮອບ​ໂລກ​ໄວ້​ໄດ້ ໂດຍ​ພາບ​ທີ່​ປາກົດ​ເປັນ​ພາບ​ດ້ານ​ຫລັງ​ຂອງ​ດວງຈັນ ຊຶ່ງ​ເປັນ​ດ້ານ​ກົງກັນຂ້າມ​ກັບ​ມຸມ​ທີ່​ດວງຈັນ​ຫັນ​ດ້ານ​ສະຫວ່າງ​​ເຂົ້າ​ສູ່​ໂລກ ເຮັດໃຫ້​ພາບ​ຂອງ​ດວງຈັນ​ທີ່​ປາກົດ​ໃນ​ກ້ອງ​ບໍ່​ສະຫວ່າງ​ສົດ​ໃສ​ຄື​ປົກກະຕິ ເອີ້ນໄດ້​ວ່າ​ເປັນ​ດ້ານ​ມືດ​ຂອງ​ດວງຈັນ​ທີ່​ມະນຸດ​ເທິງ​ໂລກ​ບໍ່​ເຄີຍ​ມີ​ໂອ​ກາດ​ໄດ້​ເຫັນ​ມາ​ກ່ອນ

NASA เผยมุมมืด

ທັງ​ນີ້​ນັກ​ວິທະຍາ​ສາດ​ຂອງ​ໂຄງ​ການ DSCOVR ນາມ​ວ່າ ອະ​ດຳ ຊາ​ໂບ ກ່າວ​ວ່າ “ມັນ​ໜ້າ​ປະ​ຫລາດ​ໃຈ​ຫລາຍ​ທີ່ ໂລກ​ຂອງ​ເຮົາ​ເບິ່ງ​ສວຍງາມ​ຂຶ້ນ​ມາ​ທັນ​ທີ​ເລີຍ​ເມື່ອ​ທຽບ​ກັບ​ດ້ານ​ມືດ​ຂອງ​ດວງຈັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...