Homeປ່ອງຢ້ຽມດວງດາວພາບ​ປາກົດ​ການ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ (Perseid) ປະກາຍ​ທົ່ວ​ທ້ອງ​ຟ້າ​ຍຸູໂຣບ

ພາບ​ປາກົດ​ການ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ (Perseid) ປະກາຍ​ທົ່ວ​ທ້ອງ​ຟ້າ​ຍຸູໂຣບ

Published on

The Annual Perseid Meteor Shower

ประมวลภาพ

ມາ​ເບິ່ງ​ພາບ​ປາກົດ​ການ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ (Perseid) ປະກາຍ​ທົ່ວ​ທ້ອງ​ຟ້າ​ຍຸູໂຣບ ໃນ​ຄືນ​ວັນທີ່ 12-13 ສິງ​ຫາ ທີ່​ຜ່ານມາ

ຜ່ານ​ພົ້ນ​ໄປ​ແລ້ວ​ສຳລັບ​ຄ່ຳ​ຄືນ​ແຫ່ງ​​ປາກົດ​ການ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ (Perseid) ທີ່​ເຝົ້າ​ເບີ່ງ​ກັນ​ 12 ສິງ​ຫາເຊີ່ງ​ໜ້າ​ເສຍ​ດາຍ​ວ່າ​ສະພາບ​ອາ​ກາດ​ບ້ານ​ເຮົາ​ບໍ່​ເປັນ​ໃຈ​ ແຕ່​ສຳລັບ​ຫລາຍໆ ປະເທດ​ໃນ​ຍຸູໂຣບ​ແລ້ວ ສາມາດ​ເບີ່ງ​ປາກົດ​ການ​ຝົນ​ດາວ​ຕົກ​ໄດ້​ຢ່າງຈຸ​ໃຈ ໃນ​ຄືນ​ວັນທີ່ 12 ສິງ​ຫາ ແລະ​ມີ​ໃຫ້​ເຫັນ​ອີກ​ແຕ່​ມີຫນ້ອຍ​ກວ່າ​ເກົ່າ​ໃນ​ຄືນ 13 ສິງ​ຫາ Laopost.com ​ເລີຍ​ບໍ່​ພາດ​ຫາລວບລວມ​ພາບ​ສວຍງາມ ຂອງ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ​ມາ​ໃຫ້​ເບີ່ງ​ກັນ

ประมวลภาพ

ຕາມ​ຂໍ້​ມູນ​ຈາກ​ເວັບ​ໄຊຕ໌ space.com  ການ​ເກີດ​ຝົນ​ດາວ​ຕົກ​ເພີ​ເຊ​ອິດ​ເປັນ​ປາກົດ​ການ​ປະຈຳ​ປີ ເກີດ​ຈາກ​ໂລກ​ໂຄຈອນ​ຜ່ານ​ເສດ​ຝຸ່ນ​ຂອງ​ດາວ​ຫາ​ງສະ​ວິ​ບທັດ​ເທີນ ທີ່​ມີ​ຂະໜາດ​ 10 ກິ​ໂລ​ແມັດ ແລະ​ໂຄຈອນ​ຮອບ​ດວງ​ອາທິດ​ທຸກ​ໆ 133 ປີ ສະ​ເກັດ​ດາວ​ຫາງ​ເຄື່ອນ​ທີ່​ຜ່ານ​ຊັ້ນ​ບັນ​ຢາ​ກາດ​ໂລກ​ດ້ວຍ​ຄວາມ​ໄວ​ສູງ ຈົນ​ເກີດ​ການ​ລຸກ​ໄໝ້ ອຸນຫະພູມ​ຢູ່​ທີ່​ 1,650 ອົງ​ສາ​ ເບິ່ງເຫັນ​ເປັນ​ດວງ​ໄຟ​​ຜ່ານ​ທ້ອງ​ຟ້າ ໂດຍ​ໃນ​ປີ​ນີ້​ໄລຍະເວລາ​ໂລກ​ໂຄຈອນ​ຜ່ານ​ເສດ​ຝຸ່ນ​ດາວ​ຫາ​ງສະ​ວິບທັດ​ເທີນ​ນັ້ນ ກົງ​ກັບ​ເດືອນ​ສິງ​ຫາ ອີກ​ຍັງ​ເປັນ​ໄລຍະເວລາແຮມ ທ້ອງ​ຟ້າ​ຈຶ່ງ​ມືດ​ຂາດ​ເງົາ​ແສງ​ຈັນ ເຮັດໃຫ້​ເບິ່ງເຫັນ​ກຸ່ມ​ຝົນ​ດາວ​ຕົກ​ໄດ້ຢ່າງ​ຊັດເຈນ ໂດຍ​ໄລຍະ​ທີ່​ຝົນ​ດາວ​ຕົກ​ຜ່ານ​ຫລາຍ​ທີ່ສຸດ ຢູ່​ທີ່ 60 ລູກ​ຕໍ່​ຊົ່ວ​ໂມງ ຊາວ​ຍູໂຣບ​ໃນ​ຫລາຍໆ ພື້ນ​ທີ່​ເບິ່ງເຫັນ​ໄດ້​ຊັດເຈນ

ประมวลภาพ

ประมวลภาพ

ประมวลภาพ

ประมวลภาพ

ประมวลภาพ

ประมวลภาพ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...