Homeຂ່າວຕ່າງປະເທດເປັນກຳລັງໃຈແດ່ພີ່ນ້ອງຊາວໄທ! ຮ່ວມສົ່ງແຮງໃຈ ແດ່ເພື່ອນມິດຂອງພວກເຮົາ!

ເປັນກຳລັງໃຈແດ່ພີ່ນ້ອງຊາວໄທ! ຮ່ວມສົ່ງແຮງໃຈ ແດ່ເພື່ອນມິດຂອງພວກເຮົາ!

Published on

EyWwB5WU57MYnKOuXueayicyA5qe6NsuarH7y2eLZZ2HvwTaP5ZqRI

ຈາກເຫດລະເບີດຢູ່ບໍລິເວນ 4 ແຍກຣາຊະປະສົງ ໃຈກາງນະຄອນຫລວງບາງກອກ ປະເທດໄທ ໃນຕອນຄ່ຳຂອງວັນທີ 17 ສິງຫາ 2015 ທີ່ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລວງຫລາຍ ຊຶ່ງສ້າງຄວາມເສົ້າສະຫລົດໃຈແກ່ຊາວໄທທົ່ວປະເທດ ຕະຫລອດຮອດກາຍເປັນຂ່າວສະເທືອນໃຈໄປທົ່ວໂລກ.

ໃນນາມສື່ອອນລາຍຂອງລາວ ແລະ ໃນນາມປະຊາຊົນລາວ ເພື່ອນມິດໃກ້ຄຽງຂອງພີ່ນ້ອງຊາວໄທ ຂໍສະແດງຄວາມເສົ້າສະຫລົດໃຈມາຍັງຄອບຄົວຂອງຜູ້ເສຍຊີວິດ ຕະຫລອດຮອດຂໍເປັນກຳລັງໃຈໃຫ້ພີ່ນ້ອງຊາວໄທທຸກທົ່ວໜ້າ ຈົ່ງຜ່ານຜ່າສະພາບການຄວາມບໍ່ສະຫງົບດັ່ງກ່າວນີ້ ແລະ ຂໍຄວາມປົກກະຕິສຸກ ຈົ່ງເກີດມີແດ່ປະເທດໄທ ເພື່ອນມິດຂອງພວກເຮົາດ້ວຍ.

10448187_279190368931182_3207645514221221789_n

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...