Homeຂ່າວຕ່າງປະເທດໄທກວດສອບພົບ ລະເບີດແຕກຢູ່ກຸງເທບ ໜັກ 3 ກິໂລ! ຍອດຜູ້ເສຍຊີວິດເພີ່ມເປັນ 22 ຄົນ!

ໄທກວດສອບພົບ ລະເບີດແຕກຢູ່ກຸງເທບ ໜັກ 3 ກິໂລ! ຍອດຜູ້ເສຍຊີວິດເພີ່ມເປັນ 22 ຄົນ!

Published on

558000009653826

ສຳນັກຂ່າວຜູ້ຈັດການອອນລາຍນ໌ຂອງໄທ ລາຍງານໃນວັນທີ 18 ສິງຫານີ້ວ່າ ເຈົ້າໜ້າທີ່ໜ່ວຍທຳລາຍວັດຖຸລະເບີດ ໄດ້ເຂົ້າກວດສອບຈຸດເກີດເຫດລະເບີດຢູ່ 4 ແຍກຣາຊະປະສົງຢ່າງລະອຽດ ກວມພື້ນທີ່ໃນວົງລັດສະໝີ 200 – 300​ ແມັດ ເພື່ອປ້ອງກັນບໍ່ໃຫ້ມີການວາງລະເບີດຊ້ຳຊ້ອນໃນບໍລິເວນດັ່ງກ່າວ ໃນຂະນະທີ່ທົ່ວນະຄອນຫລວງບາງກອກ ປະເທດໄທ ເຈົ້າໜ້າທີ່ທະຫານ ແລະ ຕຳຫລວດ ໄດ້ວາງກຳລັງຮັກສາຄວາມສະຫງົບປອດໄພຢ່າງເຂັ້ມງວດກ່ວາເກົ່າ ພາຍຫລັງທີ່ເກີດເຫດລະເບີດຢູ່ 4 ແຍກຣາຊະປະສົງ ໃນເວລາ 18:55 ໂມງ ຂອງມື້ວານນີ້ (17 ສິງຫາ) ສົ່ງຜົນເຮັດໃຫ້ມີຍອດຜູ້ເສຍຊີວິດເຖິງປັດຈຸບັນ ລວມ 22 ຄົນ ແລະ ບາດເຈັບ 123 ຄົນ ຊຶ່ງໃນນັ້ນແມ່ນມີຄົນຈີນເສຍຊີວິດລວມຢູ່ນຳ 3 ຄົນ ແລະ ບາດເຈັບ 15 ຄົນ.

ພົນໂທ ປຣະວຸດ ຖາວອນສິຣິ ຜູ້ຊ່ວຍຜູ້ບັນຊາການຕຳຫລວດແຫ່ງຊາດໄທ ແລະ ທັງເປັນໂຄສົກປະຈຳສຳນັກງານຕຳຫລວດແຫ່ງຊາດ ໄດ້ເປີດເຜີຍວ່າ ລະເບີດທີ່ຄົນຮ້າຍໃຊ້ໃນການກໍ່ເຫດ ແມ່ນມີນ້ຳໜັກ 3 ກິໂລກຣາມ ແຕ່ກໍຕ້ອງໄດ້ລໍຖ້າຜົນການກວດສອບອີກເທື່ອໜຶ່ງກ່ອນວ່າ ລະເບີດດັ່ງກ່າວແມ່ນເປັນລະເບີດຊະນິດໃດ.

ທັງນີ້ ແມ່ນຍັງບໍ່ທັນມີພາກສ່ວນໃດອອກມາສະແດງຄວາມຮັບຜິດຊອບໃນການກໍ່ເຫດດັ່ງກ່າວ ແລະ ເຈົ້າໜ້າທີ່ໄທ ກໍຍັງບໍ່ທັນສາມາດສະຫລຸບໄດ້ວ່າ ເຫດລະເບີດໃຈກາງນະຄອນຫລວງບາງກອກຄັ້ງນີ້ ແມ່ນເກີດຈາກການກໍ່ການຮ້າຍ ຫລື ບໍ່.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...