Homeຂ່າວພາຍ​ໃນມຽນມາ ຢຶດຢາເສບຕິດໄດ້ເກືອບ 29 ລ້ານເມັດ

ມຽນມາ ຢຶດຢາເສບຕິດໄດ້ເກືອບ 29 ລ້ານເມັດ

Published on

400.58000009546901

ຂປລ.ຕາມ​ຂ່າວ​ຕ່າງປະ​ເທດ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຈົ້າໜ້າ​ທີ່​ຕຳຫລວດ​ ມຽນມາ ເປີດເຜີຍວ່າ: ການກວດລ້າງຢາເສບຕິດ ໃນ 4 ​ເມືອງ​ຢູ່​ ນະຄອນຫລວງຢ່າງກຸ້ງ ພາຍໃນ 3ຄັ້ງ ສາມາດກວດຢຶດຢາເສບ ຕິດ ປະເພດຢາບ້າ ໄດ້ 28.700.000 ເມັດ ແລະ ເຮໂຣອິນ ອີກຈຳນວນໜຶ່ງ ທີ່ຊຸກເຊື່ອງໄວ້ ຢູ່ໃນລົດໃຫຍ່ຄັນໜຶ່ງ ພວມຂົນສົ່ງໄປ ປະເທດໃກ້ຄຽງ. ຂະນະນີ້ ​ເຈົ້າໜ້າ​ທີ່​ ຕຳຫລວດ ພວມສືບສວນ ສອບ ສວນ ຫາແຫລ່ງ ທີ່ມາຂອງ ຢາເສບຕິດນີ້ ເພື່ອຂະຫຍາຍຜົນ ຫາກຸ່ມທີ່ ກ່ຽວຂ້ອງກັບ ເຄືອຂ່າຍຄ້າ-ຂາຍຢາເສບຕິດ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...