Homeຂ່າວເຫດການກະຊວງການເງິນ ທາບທາມຄັດເລືອກບຸກຄະລາກອນ ລົງສະໝັກຄະນະພັກຊຸດໃໝ່

ກະຊວງການເງິນ ທາບທາມຄັດເລືອກບຸກຄະລາກອນ ລົງສະໝັກຄະນະພັກຊຸດໃໝ່

Published on

lien

ຂປລ. ໃນ​ວັນ​ທີ 17 ສິງຫາ 2015 ນີ້, ຄະນະ​ພັກກະຊວງ​ການ​ເງິນ ​ໄດ້​ຈັດ​ກອງ​ປະຊຸມ​ທາບ​ທາມ ​ເພື່ອຄັດ​ເລືອກ​ເອົາບຸກຄະລາ​ກອນ​ ເຂົ້າສະໝັກ​ເລືອກ​ຕັ້ງ ​ເປັນ​ຄະນະ​ພັກ​ຊຸດ​ໃໝ່ ​ເຊິ່ງລາຍ​ຊື່ ຜູ້​ສະໝັກ​ທັງ​ໝົດ 23 ສະຫາຍ ​ໃນ​ນັ້ນ ​ເລືອກ​ເອົາ 19 ສະຫາຍ​ ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ສົມບູນ ໂດຍ​ມີ​ທ່ານ ດຣ. ລຽນ ​ທິ​ແກ້ວ​ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ ລັດຖະມົນຕີ​ວ່າການ​ ກະຊວງ​ການ​ເງິນ ​ເຂົ້າ​ຮ່ວມ.

​ ໂອກາດ​ດັ່ງກ່າວ, ທ່ານ ດຣ. ລຽນ ​ທິ​ແກ້ວ ​ໄດ້​ຂຶ້ນ​ຜ່ານ​ມາ​ດຖານ ​ແລະ ​ເງື່ອນ​ໄຂ ຜູ້​ທີ່​ມີ​ສິດ​ສະໝັກ​ເຂົ້າ​ເປັນ​ ຄະນະ​ພັກ​ກະຊວງ​ການ​ເງິນຊຸດ​ໃໝ່ ​ເຊິ່ງມີ​ເງື່ອນ​ໄຂ​ຕ່າງໆ​ ເປັນ​ຕົ້ນ ດ້ານ​ຄຸນ​ທາດ​ການ​ເມືອງ ຕ້ອງ​ມີ​ທັດສະນະ​ ການ​ເມືອງ​ໜັກ​ແໜ້ນ, ​ເຊື່ອ​ໝັ້ນ​ຕໍ່​ອຸດົມ​ການ​ຂອງ​ພັກ, ມີ​ຄວາມ​ບໍລິສຸດ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະຊາຊົນ, ຕໍ່ໜ້າ​ທີ່, ມີ​ນ້ຳ​ໃຈ​ເສຍສະຫລະ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ​ ດ້ວຍ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ; ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ຕ້ອງມີ​ຄວາມ​ສາມັກຄີ​ຮັກ​ແພງ, ຊື່ສັດ​ບໍລິສຸດ​ຕໍ່​ການ​ຈັດ​ຕັ້ງ, ຕໍ່​ສະມາຊິກ ​ແລະ ມີ​ຄວາມ​ຜູກ​ພັນ​ ຢ່າງ​ສະໜິດ​ແໜ້ນ​ ກັບ​ມະຫາຊົນ ​ແລະ ປະຊາຊົນ, ມີ​ແບບ​ແຜນການ​ດຳລົງ​ຊີວິດ ​ທີ​ປອດ​ໃສ​ຂາວ​ສະອາດ, ບໍ່​ຟຸມ​ເຟືອຍ, ສະ​ແຫວ​ງຫາ​ຄວາມ​ກ້າວໜ້າ ​ໃສ່​ຕົນເອງ, ກ້າ​​ເຮັດ, ກ້າ​ຮັບຜິດ​ຊອບ ​ແລະ ຕັດສິນ​ໃຈ​ປ່ຽນ​ແປງ​ແກ້​ໄຂ, ດ້ານ​ຄວາມ​ຮູູ້ຄວາ​ມສາມາດ, ຕ້ອງ​ມີ​ຄວາມ​ຮູ້​ທາງ​ດ້ານ ​ທິດ​ສະ​ດີກາ​ນ​ເມືອງ, ຮູ້​ເຮັດ​ວຽກ​ ກໍ່ສ້າງພັກ-ກໍ່ສ້າ​ງ ພະນັກງານ, ຮູ້​ຈັດ​ຕັ້ງ​ນຳພາ​ສະມາຊິກ​, ພະນັກງານ ​ແລະ ປະຊາຊົນ​ບັນດາ​ເຜົ່າ, ປະຕິບັດ​ແນວທາງ ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ ເສດຖະກິ​ດ-ສັງຄົມ ທີ່​ວາງ​ອອກ​ແຕ່ລະ​ໄລຍະ, ກຳ​ແໜ້ນ​ແນວທາງ​ ນະ​ໂຍບາຍ​ຂອງພັກ ​ແລະ ກົດໝາຍ​ຂອງ​ລັດ ​ແລະ ດ້ານ​ແບບ​ແຜນ​ວິທີ​ເຮັດ​ວຽກ ຕ້ອງ​ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ທີ່​ຖືກຕ້ອງ, ມີ​ແບບ​ແຜນ​ລວມສູນ​ ປະຊາທິປະ​ໄຕ, ​ແບບ​ຄວາມ​ຮັບຜິດຊອບ, ມີ​ການ​ກວດກາ​ສ່ອງ​ແສງ​ລາຍ​ງານ ​ໃຫ້​ໄດ້​ຮັບ​ຄວາມ​ເຊື່ອ​ຖື ​ແລະ ອື່ນໆ.

​ ​ໃນ​ວັນ​ດຽວ​ກັນ, ທ່ານ ສີ​ລາ​ ວຽງ​ແກ້ວ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ເງິນ ກໍ​ໄດ້​ໃຫ້​ກຽດ​ຂຶ້ນ​ເຜີຍ​ແຜ່​ ວັນ​ຍຶດອຳນາດ 23 ສິງຫາ ​​ໃຫ້​ກັບ​ບັນດາ ​ຄະນະ​ພັກ-ຄະນະ​ນຳ, ຫົວໜ້າກົມ-ຮອງກົມ ຕະຫລອດຮອດ ພະນັກງານວິຊາການ ພາຍໃນກະຊວງ​ການ​ເງິນ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ວັນ​ດັ່ງກ່າວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...