Homeຂ່າວພາຍ​ໃນແຂວງຊຽງຂວາງສົ່ງເສີມວຽກເຮັດງານທຳ ແລະ ກີລາໃຫ້ຄົນພິການ

ແຂວງຊຽງຂວາງສົ່ງເສີມວຽກເຮັດງານທຳ ແລະ ກີລາໃຫ້ຄົນພິການ

Published on

thu5sep3

ອົງການພັດທະນາຄົນພິ ການອາຊີ ( Asian Development With Disable Persons. ADDP) ຈາກປະ ເທດຍີປຸ່ນຮ່ວມກັບສະມາຄົມ ຄົນພິການແຫ່ງຊາດລາວໄດ້ ຈັດຕັ້ງສໍາມະນາກ່ຽວກັບການ ສົ່ງເສີມການມີວຽກເຮັດງານ ທຳ ແລະ ກິລາສຳລັບຄົນພິ ການຂຶ້ນທ່ີແຂວງຊຽງຂວາງ ໃນວັນທີ 21 ແລະ 22 ສິງຫາ 2013 ນີ້ ໂດຍມີທ່ານ ສົມບຸນ ນັນທະວົງ,      ຮອງຫົວໜ້າພະ
ແນກແຮງງານ ແລະ ສະຫວັດ ດີການ-ສັງຄົມແຂວງຊຽງ ຂວາງເປັນປະທານ, ເຊິ່ງມີ ທ່ານ ບຸນວຽນ ຫຼວງຍອດ ປະ ທານສະມາຄົມຄົນພິການ ແຫ່ງຊາດລາວ, ທ່ານນາງ ຢາ ຊິໂຣ (yashiro) ປະທານອົງ ການພັດທະນາຄົນພິການ ອາ
ຊີປະຈຳປະເທດຍີ່ປຸ່ນ ພ້ອມ ສາມີ  ແລະ  ທິມງານຈາກທັງ
ສອງຝ່າຍ. ບັນດາພະນັກ ງານຂັ້ນນຳຂອງພະແນກການ ຂັ້ນແຂວງ, ເມືອງແປກ ແລະ ຄົນພິການໃນເມືອງແປກເຂົ້າ ຮ່ວມ.
ການສຳມະນານີ້ໄດ້ຊົມ ການສາຍສະໄລ້  ແລະ  ອະທິ
ບາຍ     ກິດຈະກຳຕ່າງໆຂອງໂຄງການສ້າງວຽກເຮັດງານ ທຳໃຫ້ແກ່ຄົນພິການໃນແຕ່ ລະຂະແໜງການທີ່ເໝາະສົມ  ແລະໄດ້ສອນກົດລະບຽບ ການຫຼີ້ນກີລາແກວ່ງຈານ, ເປ ຕັງອື່ນໆ, ໄດ້ຈັດກຸ່ມສົນທະ ນາເປັນກຸ່ມ ແລະ ຫຼີ້ນກີລາ ໃນຮົ່ມຂອງຜູ້ເຂົ້າຮ່ວມ.
ທ່ານ ບຸນວຽນ ຫຼວງຍອດ ປະທານສະມາຄົມຄົນພິການ ແຫ່ງຊາດລາວໄດ້ກ່າວວ່າ: ຢູ່ທົ່ວປະເທດເຮົາຍັງມີຄົນພິ ການຫຼາຍແຕ່ພວກເຂົາເຈົ້າ ຍັງບໍ່ໄດ້ຮັບການພັດທະນາ ເທົ່າທີ່ຄວນໂດຍສະເພາະຄົນ ພິການທີ່ຢູ່ບ້ານນອກເຂົາເຈົ້າ ໄດ້ບຸກບືນເພື່ອຢູ່ລອດ ແລະ ຫຼຸດຜ່ອນພາລະຂອງຄອບຄົວ ດ້ວຍຕົນເອງ, ການເອົາໃຈໃສ່ ຂອງການຈັດຕັ້ງ ແລະ ສັງຄົມ ບໍ່ທັນເຮັດໄດ້ດີອັນເຮັດໃຫ້ ເຂົາເຈົ້າດ້ອຍໂອກາດພັດທະ ນາຕົນເອງ ແລະ ສັງຄົມ. ການພັດທະນາແກ້ໄຂຄວາມ ທຸກຍາກຂອງປະເທດຊາດໃຫ້ຫລຸດພົ້ນຈາກປະເທດດ້ອຍ ພັດທະນາຕາມຄາດໝາຍ ຂອງພັກໃນປີ 2020 ນີ້, ຖ້າ ຄົນພິການຍັງບໍ່ທັນໄດ້ຮັບ ການພັດທະນາກໍ່ຖືວ່າບໍ່ທັນ ຫລຸດພົ້ນໄດ້ເພາະເຂົາເຈົ້າກໍ່ ແມ່ນພົນລະເມືອງລາວຍັງ ເປັນພາລະຂອງສັງຄົມລາວ. ສະນັ້ນ,ທາງສະມາຄົມຄົນພິ ການແຫ່ງຊາດຈຶ່ງໄດ້ສືບຕໍ່ຂົນ ຂວາຍຊອກແຫຼ່ງທຶນທັງພາຍ ໃນ ແລະ ຕ່າງປະເທດເຂົ້າມາ ຈັດຕັ້ງການພັດທະນາຄົນພິ ການເວົ້າສະເພາະດ້ານການ ກິລາປະຈຸບັນນີ້ຍັງບໍ່ທັນມີສະ ໜາມກິລາສະເພາະຄົນພິ ການ ແລະ ອຸປະກອນກີລາ ຄົນພິການກໍ່ຍັງຂາດເຂີນ ຫຼາຍ. ສະນັ້ນ ຂໍຮຽກຮ້ອງມາ ຍັງທົ່ວສັງຄົມໃຫ້ເອົາໃຈໃສ່ ຊ່ວຍກັນປະກອບທຶນຮອນ, ຫົວຄິດປະດິດສ້າງເລັ່ງໃສພັດ ທະນາຄົນພິການໃຫ້ເຂົາເຈົ້າ ໄດ້ມີສ່ວນຮ່ວມໃນການສ້າງ ສາພັດທະນາປະເທດຊາດ ເພາະວ່າເຂົາເຈົ້າຍັງມີສະຕິ ປັນຍາກໍ່ຄືຫົວຄິດປະດິດສ້າງ ທີ່ດີສາມາດເຮັດໄດ້ຫຼາຍຢ່າງ ຖ້າເຮົາໃຫ້ໂອກາດ, ໃຫ້ ຄວາມສຳຄັນແກ່ເຂົາເຈົ້າ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...