spot_img
Home​ຂ່າວບັນເທິງງານເດີນແບບສອງມືນາງປະຍຸກຜ້າໄໝລາວ 2015

ງານເດີນແບບສອງມືນາງປະຍຸກຜ້າໄໝລາວ 2015

Published on

11892153_10205937738856964_7083719774407993235_n

ວັນທີ 15 ສິງຫານີ້, ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ ໂຄງການສອງມືນາງ ໄດ້ຈັດງານເດີນແບບສອງມືນາງປະຍຸກຜ້າໄໝລາວ 2015 ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ການປະຍຸກຜ້າຝ້າຍ ແລະ ຜ້າໄໝລາວ. ໂດຍການເປັນປະທານຂອງທ່ານ ນາງ ສາຍສຸດາ ໄຊຍະສອນ ຫົວໜ້າໂຄງການງານເດີນແບບສອງມືນາງປະຍຸກຜ້າໄໝລາວ 2015, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ, ທ່ານ ນາງ ດຣ. ແກ້ວສາຍໃຈ ໄຊຍະສອນ ປະທານສອງມືນາງ, ບັດດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈໍາລາວ, ແຂກທີ່ເຊີນ ນາຍແບບ ນາງແບບ ເຂົ້າຮ່ວມ.
ທ່ານນາງ ສາຍສຸດາ ໄຊຍະສອນກ່າວ່າ: ການຈັດງານເດີນແບບສອງມືນາງປະຍຸກຜ້າໄໝ 2015 ຄັ້ງນີ້, ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ການປະຍຸກຜ້າຝ້າຍ ແລະ ຜ້າໄໝ ທີ່ຕໍ່າດ້ວຍສີມືຂອງແມ່ຍິງລາວບັນດາເຜົ່າ ທີ່ສອງມືນາງໄດ້ມີການສົ່ງເສີມ ເພື່ອອອກແບບຜະລິດຕະພັນດັ່ງກ່າວໃຫ້ເທດເໝາະກັບການນຸ່ງຖືຕາມກາລະໂອກາດຕາມຍຸກສະໄໝ. ທັງເປັນການເຜີຍແຜ່ພູມປັນຍາສິລະປະການນຸ່ງຖື ທີ່ມີເອກະລັກຂອງຊາດ. ດັ່ງຄໍາເວົ້າທີ່ວ່າ: ສອງມືນາງຂວໍ້າມືສ້າງໃຫ້ເກີດເປັນລາຍ ສອງມືນາງຫງາຍມືສ້າງໃຫ້ກາຍເປັນດອກ. ໄດ້ບົ່ງບອກເຖິງສືມືຂອງແມ່ຍິງລາວກ້າວສູ່ສາກົນໄດ້. ນອກຈາກນັ້ນ, ຍັງເປັນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນຫັດຖະກໍາຂອງລາວ ໃຫ້ເປັນທີ່ຮູ້ຈັກຢ່າງກ້ວາງຂວາງຫຼາຍຂື້ນ ເພື່ອໃຫ້ສາມາດແລກປ່ຽນ ແລະ ສ້າງລາຍຮັບນໍາກັບຄືນສູ່ປະຊາຊົນບັນດາເຜົ່າ, ປະສອບສ່ວນເຂົ້າໃນການສ້າງເສດຖະກິດຄອບຄົວ ຍົກສູງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ ຕາມທິດທາງນະໂຍບາຍຂອງພັກ ແລະ ລັດຖະບານ.
ຫຼັງຈາກນັ້ນ, ໄດ້ມີການເດີນແບບຊຸດລາວເດີມ, ຊຸດຊົນເຜົ່າຕ່າງໆທີ່ດໍາລົງຊີວິດຢູ່ໃນລາວ ແລະ ຊຸດໄໝປະຍຸກ ຈາກບັນດານາຍແບບ ແລະ ນາງແບບທີ່ມີຊື່ສຽງຂອງລາວ.

11916086_874362545987963_6325027560721060219_n

 

11914918_874363152654569_7052620444883676407_n

 

11908439_874363222654562_767536481022537335_n

 

11907151_1704686523093439_2224565057382259554_n

 

11905385_874362782654606_1624070559986917049_n

 

11902475_874362709321280_2755716073122879347_n

 

11902390_874363019321249_1926710721458251569_n

 

11899771_1704686439760114_5015096611795446215_n

 

11898939_874363182654566_7219927088463934529_n

 

11896056_1704686569760101_7409685115003087623_n

 

11891066_1649423568639406_6250811912004958956_n

 

11892063_874362945987923_6288240895394533994_n

 

11889691_1704686496426775_3034691118812213251_n

 

11889404_874362825987935_7371121010102382772_n

 

11866483_874362122654672_7463374240595974559_n

 

11229964_874362585987959_3537047670023981396_n

 

11222573_874363435987874_8259714425569194529_n

 

11039869_874363359321215_1787901473265426919_n

 

 

ຂອບໃຈພາບ ຈາກ Ro Botstep ແລະ CRI – FM 93

ບົດຄວາມຫຼ້າສຸດ

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ...

ສູນການສຶກສາແອວແອສ ລົງນາມເຊັນສັນຍາ ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ ໃນຊຸມປີມໍ່ໆມານີ້, ປະເທດລາວເຫັນໄດ້ວ່າມີຄວາມຕ້ອງການການສຶກສາທີ່ມີຄຸນນະພາບໄດ້ຕາມມາດຕະຖານສາກົນນັບມື້ນັບເພີ່ມຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ...

ກົມອຸຕຸອອກແຈ້ງການສະພາບອາກາດ ປະຈຳວັນທີ 26 ກຸມພາ 2025 ເວລາ 06:00 ໂມງ

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 26/02/2025 ຫາ ເວລາ 07 ໂມງ ຂອງວັນທີ 27/02/2025 ມວນອາກາດຫນາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເຫນືອພັດປົກຄຸມ....

ເສຍຫາຍໜັກ! ມູນຄ່າຄວາມເສຍຫາຍຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

ເສຍຫາຍມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານກວ່າຢວນ ຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ ອິງຕາມບົດລາຍງານ ຂອງພະແນກ ແຮງງານ ແລະ...