Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານປະຊາຊົນນະຄອນຫລວງວຽງຈັນ ຕັດສີນລົງໂທດຜູ້ຄ້າຂາຍຢາເສບຕິດ

ສານປະຊາຊົນນະຄອນຫລວງວຽງຈັນ ຕັດສີນລົງໂທດຜູ້ຄ້າຂາຍຢາເສບຕິດ

Published on

jone

ສານ​ປະຊາຊົນ​​ນະຄອນຫລວງ​ວຽງ​ຈັນ, ໄດ້​ຕັດສິນ​ລົງ​ໂທດ​ທ້າວ ສົມ​ພາ​ສຸກ ອາຍຸ 20 ປີ ຢູ່​ບ້ານ​ສ້າງ​ເຫວີຍ, ເມືອງ​ສີ​ສັດຕະ​ນາກ ນະຄອນ​ຫລວງ​ວຽງ​ຈັນ ຈຳຄຸກເປັນເວລາ 5 ປີພ້ອມປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບໄດ້ເມື່ອທ້າຍປີ 2014 ຂະນະທີພວມເອົາຢາເສບຕິດໄປຈຳໜ່າຍໃຫ້ໄວໜຸ່ມໃນເຂດເມືອງສີສັດຕະນາກ, ພ້ອມຂອງກາງຢາບ້າ 158 ເມັດ, ຈຶ່ງຍຶດເປັນຫລັກຖານໃນການດຳເນີນຄະດີດັ່ງກ່າວ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກຜູ້​ປົກຄອງ​ສົ່ງ​ໄປ​ບຳບັດ​ຢູ່​ສູນ​ສົມ​ສະຫງ່າ​ເປັນ​ເວລາ 2 ​ເດືອນຍ້ອນເສບຢາບ້າ, ພາຍຫລັງ​ອອກ​ມາ​ກໍ​ໄປ​ພົວພັນເສບ ແລະ ​ເຄື່ອນ​ໄຫວ​ຄ້າຂາຍ​ຢາບ້າຄືນອີກ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຕາມລະບຽບກົດໝາຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...