Homeຂ່າວຕ່າງປະເທດສະກຸນເງິນໃນອາຊີ ປັບຕົວແຂງຄ່າຂຶ້ນ!

ສະກຸນເງິນໃນອາຊີ ປັບຕົວແຂງຄ່າຂຶ້ນ!

Published on

400.e71a

ຂປລ. ຕາມຂ່າວຕ່າງປະເທດ, ໃນວັນທີ 13 ສິງຫາ 2015, ສະກຸນເງິນອາຊີ ເປັນຕົ້ນ ສະກຸນເງິນຣູເປຍ ຂອງອິນໂດເນເຊຍ, ເປໂຊຂອງຟິລິບປິນ ແລະ ສະກຸນເງິນວອນ ສ.ເກົາຫລີ ໄດ້ປັບຕົວແຂ່ງ ຄ່າຂຶ້ນບໍ່ຫລາຍ ເມື່ອທຽບ ກັບ​ໂດ​ລາ​ສະຫະລັດ ຫລັງ​ຈາກ​ ທະນາຄານ​ປະຊາຊົນ​ຈີນ ປະກາດຫລຸດຄ່າ ເງິນຢວນລົງອີກ 1,1% ເພື່ອສ້າງສະຖຽນ ລະພາບໃຫ້ເງິນຢວນ ແລະ ຊ່ວຍໃຫ້ຕະຫລາດ ໝັ້ນໃຈ ວ່າ ຈີນ ຈະບໍ່ປ່ອຍໃຫ້ຄ່າເງິນ ຫລຸດລົງອີກ. ການຫລຸດຄ່າເງິນຢວນ ເຮັດໃຫ້ສະກຸນເງິນອາຊີ ຖືກເທຂາຍຢ່າງໜັກ ຕັ້ງແຕ່ປີ 1998 ເນື່ອງຈາກຕະຫລາດ ເປັນຫ່ວງວ່າຈະກະທົບຄວາມ ສາມາດໃນການ ສົ່ງອອກຂອງປະເທດອື່ນ ໃນພາກພື້ນ ແລະ ຈຸດກະແສ ການແຂ່ງຂັນ ການຫລຸດຄ່າເງິນ ໂດຍສະເພາະ ທະນາຄານກາງ ຫວຽດນາມ ໄດ້ຂະຫຍາຍໄລຍະຫ່າງ ຂອງການຊື້-ຂາຍເງິນດົງ ຈາກ 1% ມາ ເປັນ 2% ເພື່ອໃຫ້ເງິນ ອ່ອນຄ່າລົງ ແລະ ເອື້ອຍອຳນວຍ ຕໍ່ການສົ່ງອອກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...