Homeຂ່າວຕ່າງປະເທດອິນໂດເນເຊຍຍຶດເຮືອປະມົງໄທ ລັກລອບຫາປາໃນນ່ານນ້ຳຂອງປະເທດ ພ້ອມສົງໃສໃຊ້ແຮງງານທາດ!

ອິນໂດເນເຊຍຍຶດເຮືອປະມົງໄທ ລັກລອບຫາປາໃນນ່ານນ້ຳຂອງປະເທດ ພ້ອມສົງໃສໃຊ້ແຮງງານທາດ!

Published on

EyWwB5WU57MYnKOuXuecPeJRVfs5D33XuWbkbjLxMCOQ20zr1xcCWj

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ສິງຫານີ້ວ່າ ກອງທັບເຮືອອິນໂດເນເຊຍ ໄດ້ເຂົ້າຍຶດເຮືອບັນທຸກສິນຄ້າປະມົງຂອງໄທລຳໜຶ່ງ ໃນມື້ວານນີ້ (13 ສິງຫາ) ຫລັງຈາກລ່ວງລ້ຳເຂົ້າໄປຫາປາໃນເຂດນ່ານນ້ຳຂອງອິນໂດເນເຊຍ ແລະ ປາປົວນິວກີນີ ໂດຍທ່ານນາງ ຊູຊີ ປຸດຈຶອາສະຕູຕຶ ລັດຖະມົນຕີວ່າການກະຊວງກິດຈະການທາງທະເລ ແລະ ການປະປົງອິນໂດເນເຊຍໄດ້ຖະແຫລງວ່າ ເຮືອລຳດັ່ງກ່າວແມ່ນຖືກຕ້ອງສົງໄສໃຊ້ແຮງງານປະມົງເຖື່ອນ ຊຶ່ງກ່ຽວຂ້ອງກັບການຄ້າມະນຸດ ໂດຍອາດເປັນໜຶ່ງໃນເຮືອ 34​ ລຳ ທີ່ກຳລັງຫລົບໜີຈາກການກວາດລ້າງຂອງລັດຖະບານອິໂດເນເຊຍ ທີ່ໄດ້ນຳກຳລັງບຸກຈັບກຸມເຄືອຂ່າຍຄ້າແຮງງານມະນຸດ ເມື່ອຕົ້ນປີ 2015 ທີ່ຜ່ານມາ ໂດຍຄັ້ງນັ້ນແມ່ນສາມາດຊ່ວຍເຫລືອແຮງງານຊາວໄທ, ລາວ, ກຳປູເຈຍ ແລະ ມຽນມາ ທີ່ຖືກບັງຄັບໃຊ້ແຮງງານຄ້າຍຄືກັບຂ້າທາດ.

 

 

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...