Homeຂ່າວຕ່າງປະເທດອາຊຽນ ຈະເພີ່ມການຮ່ວມມືປ້ອງກັນຄວາມສະຫງົບທາງທະເລ

ອາຊຽນ ຈະເພີ່ມການຮ່ວມມືປ້ອງກັນຄວາມສະຫງົບທາງທະເລ

Published on

400.p ttg

ຂປລ.ຕາມ​ຂ່າວ​ຕ່າງປະ​ເທດ,​ໃນ​ວັນ​ທີ 11 ສິງຫາ 2015, ທ່ານ ຈູ ຊັຟ ຄາລລາ, ຮອງ​ປະທານາທິບໍ​ດີ​ ອິນ​ໂດ​ເນ​ເຊຍ ​ໄດ້​ຮຽກຮ້ອງ ​ໃຫ້ບັນດາ​ປະ​ເທດ​ ສະມາຊິກ ​ອາ​ຊຽນ ​ເພີ່ມ​ທະວີ​ ກາ​ນຮ່ວມ​ມື​ ດ້ານ​ປ້ອງ​ກັນ ຄວາມ​ສະຫງົບ ທາງ​ທະ​ເລ ​ ເພື່ອ​ສະກັດ​ກັ້ນ ກຸ່ມ​​ໂຈນ​ສະ​ລັກ ທີ່ພວມ​ເຄື່ອນ​ໄຫວ​ຢູ່ ​ຊ່ອງ​ທະ​ເລ ມາລາ​ກາ ທີ່​ເປັນ​ໜຶ່ງ​ໃນ​ບັນດາ​ເສັ້ນທາງ ​ຂົນ​ສົ່ງ​ທາງທະ​ເລ ທີ່ຟົດຟ​ື້ນຫລາຍ ທີ່ສຸດ​ໃນ​ໂລກ.

ການຮຽກຮ້ອງຄັ້ງ​ນີ້​ ໄດ້ມີຂຶ້ນ ພາຍຫຼັງ​ກຳປັ່ນ​ສິງກະ​ໂປ ລຳ ​ໜ່ຶງ ​ຖືກ​ໂຈນ​ສະ​ລັກ ​ບຸກ​ໂຈມ​ຕີ​ ຢູ່​ເຂດທະ​ເລ​ນີ້​​, ດັ່ງນັ້ນ ການ​ລາດ​ຕາ​ເວນ​ຮ່ວມກັນ ກັບບັນດາ ປະເທດສະມາຊິກ ອາຊຽນ ຈະເປັນມາ​ດ ຕະການ ​ທີ່​ມີປະສິດທິ​ຜົນ​ດີທີ່​ສຸດ ​ເພື່ອ​ສະກັດ​ກັ້ນ ບໍ່​ໃຫ້ພວກ​ໂຈນ​ສະ​ລັກ ໜີ​ຈາກ​ປະ​ເທດ​ນີ້ ​ໄປ​ລີ້ຊ້ອນ​ຢູ່ປະ​ເທດ​ອື່ນ, ພ້ອມທັງ ​​ເພີ່ມ​ທະວີ​ ການ​ຮ່ວມ​ມື ລຽບ​ຕາມ​​ເຂດທະ​ເລ​ ເພື່ອປາບປາມກຸ່ມໂຈນສະລັກ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...