Homeຂ່າວພາຍ​ໃນໄຊຍະບູລີ ເສັງຄັດເລືອກນັກສຶກສາ ໄປຮຽນຕໍ່ຢູ່ ສສ ຫວຽດນາມ

ໄຊຍະບູລີ ເສັງຄັດເລືອກນັກສຶກສາ ໄປຮຽນຕໍ່ຢູ່ ສສ ຫວຽດນາມ

Published on

114

ຂປລ. ນັກຮຽນຈົບຊັ້ນ ມ.7 ທົ່ວແຂວງໄຊຍະບູລີ 130 ກວ່າຄົນໄດ້ເຂົ້າຮ່ວມ ສອບເສັງຄັດເລືອກ ເອົາທຶນການສຶກສາ ຮຽນຕໍ່ສະຖາບັນ ການສຶກສາຢູ່ ແຂວງ ອຽນບາຍ, ກວາງນິງ ແລະ ແຂວງ ເຊີນລາ ສສ ຫວຽດນາມ ຕາມນະໂຍບາຍ ການຮ່ວມມືພັດທະນາ ຊັບພະຍາກອນ ມະນຸດຂອງ 3 ແຂວງດັ່ງກ່າວ ແລະ ແຂວງໄຊຍະບູລີ ສປປລາວ ໃນວັນທີ 11-12 ເດືອນສິງຫານີ້ ຢູ່ພະແນກສຶກສາທິການ ແລະ ກີລາແຂວງ.

ທ່ານ ບຸນເພັງ ມາຖາ ຫົວໜ້າຂະແໜງ ອາຊີວະສຶກສາ ແລະ ການສຶກສາພາກເອກະຊົນ ພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ ກ່າວວ່າ: ຜູ້ເຂົ້າຮ່ວມ ໄດ້ສອບເສັງ ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາວິທະຍາສາດ ທໍາມະຊາດ ແລະ ວິຊາວິທະຍາສາດສັງຄົມ ໂດຍຈະຄັດ ເລືອກເອົາ 35 ຄົນໄປສຶກສາ ລະດັບຊັ້ນກາງ ແລະ ຊັ້ນສູງຢູ່ສະຖາບັນ ການສຶກສາແຂວງອຽນບາຍ, ແຂວງກວາງນິງ ແລະ ແຂວງເຊີນລາ ສສ ຫວຽດນາມ ຕາມນະໂຍບາຍ ທຶນການສຶກສາທີ່ 3 ແຂວງໄດ້ແບ່ງປັນ ໃຫ້ແນໃສ່ຍົກລະດັບ ຄວາມຮູ້ ແລະ ສ້າງພະນັກງານ ວິຊາການ ທີ່ມີປະສົບການ, ຊໍານິຊໍານານ ແລະ ສາມາດ ນໍາເອົາບົດຮຽນ ມາພັດທະນາ ຄຸນນະພາບ ຊີວິດກໍຄືພັດທະນາ ແຂວງໄຊຍະບູລີ ໃນອະນາຄົດ.

ຜ່ານມາ,ແຂວງໄຊຍະບູລີ ແລະ 3 ແຂວງຂອງ ສສ ຫວຽດນາມ ໄດ້ຮ່ວມມືແລກປ່ຽນບົດຮຽນ ແລະ ພັດທະນາ ການສຶກສາ ໂດຍແຂວງໄຊຍະບູລີ ໄດ້ສົ່ງ ນັກຮຽນ ໄປສຶກສາວິຊາສະເພາະຊັ້ນກາງ ແລະ ຊັ້ນສູງ 130 ຄົນ,ຍິງ 47 ຄົນ. ຂະນະດຽວກັນ ກໍໄດ້ໃຫ້ທຶນສຶກສານັກຮຽນ ແຂວງອຽນບາຍສສ ຫວຽດນາມ ຮຽນຄູພາສາລາວ-ວັນນະຄະດີ ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ 2 ທຶນ.
ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...