spot_img
Homeຂ່າວເຫດການອົງຄະນະພັກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ I ຢ່າງເປັນທາງການ

ອົງຄະນະພັກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ I ຢ່າງເປັນທາງການ

Published on

meeting.gif

ຂປລ. ກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກກະຊວງ​ໄປສະນີ, ​ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ (ປທສ) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ສິງຫາ 2015 ນີ້ ຢູ່ກະຊວງດັ່ງກ່າວ, ໂດຍສະຫາຍ ອາຊາ​ງ ລາວ​ລີ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຜູ້ແທນ ສົມບູນ 150 ສະຫາຍ, ຍິງ 26 ສະຫາຍ ທີ່ຕາງໜ້າສະມາຊິກ ພັກ​ທ່ົວ​ກະຊວງ 418  ສະຫາຍ ແລະ ຕາງໜ້າຄະນະບໍລິຫານງານພັກ​ ແຕ່​ລະ​ກະຊວງເຂົົ້າຮ່ວມ ໂດຍກອງປະຊຸມໃຫຍ່ດ່ັງກ່າວ, ຜູ້ແທນໄດ້ເປັນ ເຈົ້າຄົ້ນຄວ້າພິຈາລະນາຄືນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ​ແລະ ການຈັດຕັ້ງ​ປະຕິບັດ ​ແຜນການ​ພັດທະນາ​ ຂະ​ແໜງ ປທສ 5 ປີ ຄັ້ງ​ທີ I (2011-2015) ຜ່ານມາ ພ້ອມທັງຈະຮັບຮອງເອົາຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານ ໃນຊຸມປີຕໍ່ໜ້າ.

ສະຫາຍ ຫຽມ ພົມມະຈັ​ນ ​ເລຂາ​ພັກ​ກະຊວງໄປສະນີ,​ ໂທລະ​ຄົມມະນາ​ຄົມ ​ແລະ ການ​ສື່ສານ ຕາງ​ໜ້າ​ຄະນະ​ພັກ​ບໍລິຫານ​ງານ ​ກະຊວງ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ I ອົງຄະ​ນະ​ພັກ​ກະຊວງ​ຂອງ​ຕົນ​ວ່າ: 5 ປີ ຜ່ານ​ມາ ຄະນະ​ພັກ​ກະຊວງ​ໄປສະນີ, ​ໂທລະ​ຄົມ​ມະ​ນາ​ຄົມ ​ແລະ ການ​ສື່ສານ ​ໄດ້​ຊີ້​ນໍາ-ນໍາພາ ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ ດ້ວຍ​ຜົນ​ສໍາ​ເລັດ ​ຫລາຍ​ອັນ​ທັງ​ດ້ານ​ມະຫາ​ພາກ ​ແລະ ຈຸ​ລະ​ພາກ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ ຫັນ​ເປັນ​ອຸດ​ສະຫະ​ກໍາ ​ແລະ ທັນ​ສະ​ໄໝ ​ແລະ ​ເຮັດ​ໃຫ້​ປະ​ເທດ​ຊາດ​ ເປັນ​ຈຸດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​. ໃນ​ຂະ​ແໜງ​ການ​ເຕີບ​ໃຫຍ່ ​ແລະ ມີ​ຜົນ​ສໍາ​ເລັດ, ປັດຈຸບັນ​ຕາໜ່າງ​ໄປສະນີ​ກວມ 88% ຂອງ​ເມືອງ​ທົ່ວ​ປະ​ເທດ(ທັງ​ໝົດ 145 ​ເມືອງ)ນໍາ​ໃຊ້​ລະຫັດ​ໄປສະນີ 5 ຕົວ​ເລກ ​ໃນ​ການ​ກໍານົດ​ເຂດ​ແຈກ​ຢາຍ, ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ​ທັນ​ສະ  ​ ໄໝ​ເຂົ້າ​ໃນ​ການ​ບໍລິການ​ໄປສະນີ, ​ໃນ​ນັ້ນ​ແມ່ນ​ສ້າງ​ລະບົບ​ປ່ອງ​ບໍລິການ​ໄປສະນີ​ແບບ​ອັດຕະ​ໂນ​ມັດ, ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ທົດ​ລອງ​ຢູ່​ບັນດາ​ຫ້ອງການ​ໄປສະນີ ພາຍ​ໃນ​ນະຄອນຫລວງ​ວຽງ​ຈັນ. ​ໄດ້​ເພີ່ມ​ເລກ​ໝາຍ​ໂທລະສັບ​ມື​ຖື​ຈາກ 7 ຕົວ​ເລກ​ເປັນ 8 ຕົວ​ເລກ, ພ້ອມ​ທັງ​ໄດ້​ສຸມ​ໃສ່​ຂຶ້ນ​ທະບຽບ​ເລກ​ໝາຍ​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ, ຂະຫຍາຍ​ເຄື່ອຂ່າ​ຍ ສາຍ​ສົ່ງ​ດ້ວຍ​ລະບົບ​ສາຍ​ໄຍ​ແກ້ວ​ເພີ່ມ​ໃນ​ທົ່ວ​ປະ​ເທດ​ໄດ້ 60.813 ກິ​ໂລ​ແມັດ ກວມ 18 ​ແຂວງ ​ແລະ ນະຄອນຫລວງ, ​145 ເມືອງ​ໂທລະສັບ​ຕັ້ງ​ໂຕະ ​ແລະ ​ໂທລະສັບ​ມື​ຖື​ທີ່​ນໍາ​ໃຊ້​ໃນ​ຕົວ​ຈິງ 85% ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດ (6.500.000 ຄົນ), ລື່ນ​ແຜນການ 1.5%; ສັນຍານ​ໂທລະສັບ​ມື​ຖືກ​ວມ 90 % ຂອງ​ບ້ານ​ທັງ​ໝົດ ​ໄດ້​ສໍາ​ເລັດ​ການ​ກໍ່​ສ້າງ​ສູນ​ຄຸ້ມ​ຄອງ​ຄື້ນຄວາມ​ຖີ່​ວິທະຍຸ 1 ​ແຫ່ງ ຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ທ້າຍ​ປີ​ນີ້ ກໍ​ຈະ​ສໍາ​ເລັດ​ໂຄງການ​ສົ່ງ​ດາວ​ທຽມ​ລາວ (LaoSat 1) ລະບົບ​ວິທະຍຸ​ໂທລະພາບ ​ແລະ ​ໂທລະ​ຄົມມະນາຄົມ ​ເຊິ່ງ​ເປັນ​ໂຄງການ​ຍຸດ​ທະ​ສາດ​ຮ່ວມ​ມື​ ລາວ-ຈີນ. ​ໄດ້​ປັບປຸງ​ສູນ​ອິນ​ເຕີ​ເນັດ​​ແຫ່ງ​ຊາດ​ໃຫ້​ສາມາດ​ເປ​ັນບ່ອນ​ເກັບ​ຂໍ້​ມູນ ​ແລະ ທາງ​ຜ່ານ​ຂອງ​ການ​ໃຊ້​ໂທລະສັບ ​ແລະ ອິນ​ເຕີ​ເນັດພາຍ​ໃນ ​ແລະ ຕ່າງປະ​ເທດລວມສູນ​ຜ່ານ​ປະຕູ​ດຽວ, ​ໄດ້​ສ້າງ​ສູນ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ເຫດ​ສຸກ​ເສີນ​ທາງ​ຄອມ​ພິວ​ເຕີ, ກະກຽມ​ໃນ​ການ​ນໍາ​ເອົາລະ​ຫັດ​ຊື່​ອິນ​ເຕີ​ເນັດ​ສູງ​ສຸດ​ຂອງ ສປປ ລາວ (LA) ມາ​ຄຸ້ມ​ຄອງ​ໄວ້​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ. ນອກ​ນັ້ນ​ຍັງ​ໄດ້​ສໍາ​ເລັດ​ການ​ອອກ​ແບບ​ອັກສອນ ​ແລະ ​ແປ້ນ​ພິມ​ພາສາ​ລາວ​ແບບ​ເພັດ​ຊະລາ​ດ​ໃນ​ລະບົບ​ຄອມພິວ​ເຕີ ​, ມື​ຖື​ລຸ້ນຕ່າງ​ໆ ​ແລະ ວັດຈະນານຸກົມ​ອັງກິດ-ລາວ-ອັງກິດ ​ໃນ​ຄອມ​ພິວ​ເຕີ.

ແນວໃດກໍດີ 5 ປີຕໍ່ໜ້າຄືຮອດປີ 2020 ສູ້ຊົນການ​ພັດທະນາ​ວຽກ​ງານ​ໄປສະນີ ​ແລະ ​ໂທລະ​ຄົມມະ ນາຄົມ​ແມ່ນ​ໃຫ້​ມີ​ທ່ວງທ່າ​ກ້າວ​ຂຶ້ນ ​ໃນ​ລະດັບ​ທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ ພາຍ​ໃນ​ປະ​ເທດ​ຫລາຍ​ດ້ານ​ຄື​ການ​ເຊື່ອມ​ໂຍງ​ສາກົນ​ຂຶ້ນ​ສູ່​ລະດັບ​ສູງ​ຕື່ມ​ ອີກ​ເຊັ່ນ: ດ້ານ​ພື້ນຖານ​ໂຄ່ງ​ລ່າງ, ​ເຄື່ອຂ່າຍ​ການ​ບໍລິການ, ການ​ບໍລິການ​ຫັນ​ໄປ​ສູ່​ແບບ​ທັນ​ສະ​ໄໝ​ດ້ວຍ​ຄວາມ​ໄວ​ສູງ, ປອດ​ໄພ ​ແລະ ຄຸນະພາບ​ສູງ​ກວ່າ​ເກົ່າ, ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ດ້ວຍ​ມາດຖານ​ສາກົນ.

ກອງປະຊຸມຈະ​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ 2 ວັນ ​ແລະ ຍັງຈະໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະ ຊວງຊຸດໃໝ່ ແລະ ເລືອກເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...