Homeຂ່າວເຫດການກະຊວງປ້ອງກັນຄວາມສະຫງົບ ໄຂກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄັ້ງທີ IV

ກະຊວງປ້ອງກັນຄວາມສະຫງົບ ໄຂກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄັ້ງທີ IV

Published on

bounyung

ຂປລ. ກອງປະຊຸມໃຫຍ່ ຜູ້ແທນກະຊວງ ປ້ອງກັນຄວາມສະຫງົບ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 11 ສິງຫາ 2015, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມແກ້ວ ສີລາວົງ ກຳມະການສູນກາງພັກ, ຮັກສາການເລຂາຄະນະພັກ, ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມ ໂດຍສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາ ພະນັກງານ ປະຕິວັດອາວຸໂສ, ແຂກຮັບເຊີນ ແລະ ຜູ້ແທນສົມບູນ 200 ສະຫາຍ.

ກອງປະຊຸມ ໄດ້ມີການຜ່ານບົດລາຍງານການເມືອງ ໃນການຊີ້ນຳ-ນຳພາ ຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງສະເໜີໂດຍ ສະຫາຍ ພົນຈັດຕະວາ ສົມແກ້ວ ສີລາວົງ ທີ່ຍົກໃຫ້ເຫັນວ່າ: ຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ໄດ້ນຳພາ-ປັບປຸງກໍ່ສ້າງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ໜຸ່ມແໜ້ນ, ເຂັ້ມແຂງມີທັງປະລິມານ ແລະ ຄຸນນະພາບ, ເປັນກຳລັງທີ່ຈົ່ງຮັກ ພັກດີຕໍ່ພັກ-ລັດ ແລະ ປະຊາຊົນຢ່າງແທ້ຈິງ, ສາມາດຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງຂອງພັກ ແລະ ຂອງກຳລັງ ປ້ອງກັນຄວາມສະຫງົບ ໃນເງື່ອນໄຂສະພາບການໃໝ່ ເຊິ່ງສະແດງອອກ ຄື: ອົງຄະນະພັກກະຊວງ ປ້ອງກັນຄວາມສະຫງົບ ໄດ້ນຳພາກຳລັງປ້ອງກັນ ຄວາມ ສະຫງົບທົ່ວປະເທດ ຈັດຕັ້ງປະຕິບັດສຳເລັດໜ້າທີ່ ປົກປັກຮັກສາຄວາມສະຫງົບ ທາງດ້ານການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ປ້ອງກັນການ ນຳພັກ-ລັດ ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມທີ່ສຳຄັນ ຂອງພັກຂອງຊາດ ແລະ ສາກົນ ຢ່າງມີຄວາມສະຫງົບປອດໄພ; ສາມາດສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ໃນສັງຄົມໄດ້ໂດຍພື້ນຖານ, ບັນຫາທີ່ພົ້ນເດັ່ນ ແມ່ນສາມາດດຳເນີນ ຄະດີສຳເລັດໄດ້ທັງໝົດ 10.902 ລາຍ, ຄະດີລາຍໃຫຍ່ ແມ່ນສາມາດຈັບຕົວ ທ້າວ ໜໍ່ຄຳ, ສາມາດມ້າງໄດ້ຄະດີລາຍໃຫຍ່ ທີ່ມີການເຊື່ອມໂຍງກັບ ກຸ່ມຄົນບໍ່ດີຢູ່ຕ່າງປະເທດ ເຊັ່ນ: ກຸ່ມລັກງັດຕູ້ເຊບ, ລັກລົດໃຫຍ່, ການຊື້-ຂາຍຢາເສບຕິດ, ກຸ່ມເຄື່ອນໄຫວອາດ ສະຍາກຳຜ່ານສື່ອອນລາຍ ແລະ ອື່ນໆ. ພ້ອມນີ້ ຍັງໄດ້ເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງ ບ່ອນທີ່ມີຄວາມຈຳເປັນ ເພື່ອໃຫ້ມີປະສິດທິພາບ ແລະ ສອດຄ່ອງທາງດ້ານ ວຽກງານວິຊາສະເພາະ, ປັບປຸງລະບົບສື່ມວນຊົນ, ກິລາກາຍະກຳ, ສິລະປະວັນນະຄະດີ ຂອງກຳລັງປ້ອງກັນ ຄວາມສະຫງົບ ໃຫ້ສາມາດເຄື່ອນໄຫວ ຢ່າງແຂງແຮງກາຍເປັນ ຄ່ານິຍົມ ຊົມຊອບຂອງທົ່ວສັງຄົມ.

ກອງປະຊຸມດັ່ງກ່າວ ຈະດຳເນີນເປັນເວລາ 2 ວັນ ເຊິ່ງໃນນັ້ນຜູ້ແທນທີ່ ເຂົ້າຮ່ວມກອງປະຊຸມ ຈະໄດ້ປະກອບຄຳຄິດຄຳເຫັນ ໃນບົດລາຍງານການເມືອງ, ປ່ອນບັດເລືອກຕັ້ງ ເອົາຄະນະພັກຊຸດໃໝ່, ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ພ້ອມທັງຮັບຟັງການໂອ້ລົມຈາກ ສະຫາຍ ບຸນຍັງ ວໍລະຈິດ ກຳມະການ ກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...