Homeຂ່າວເຫດການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 65 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 65 ປີ

Published on

neolao

ວັນທີ 10ສິ່ງຫານີ້ສູນກາງແນວລາວສ້າງຊາດໄດ້ຈັດງານໂຮມຊຸມນຸມໃຫຍ່ສະ ເຫຼີມສະຫຼອງ ວັນສ້າງຕັ້ງສູນກາງ ແນວ ລາວສ້າງຊາດຄົບຮອບ 65ປີ (13ສິງຫາ 1950 – 13ສິງຫາ 2015)ຂຶ້ນຢູ່ຫໍປະຊຸມ ແຫ່ງຊາດ ໃນນະຄອນ ຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຮອງປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍອະດີດການນຳ,ນັກຮົບເກົ່າ,ພະເທລະນຸເທລະ ແລະ ປັນຍາຊົນຄົນຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍໃນພິທີທ່ານ ສຈ ດຣ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດໄດ້ກ່າວຄຳ ປາໄສຕໍ່ງານສະເຫຼີມສະ ຫຼອງວັປະຫວັດສາດສຳຄັນດັ່ງກ່າວວ່າ:ກ່ອນໜ້ານີ້ 65ປີ ເຫດ ການທີ່ສຳຄັນໃນປະຫວັດສາດຂອງການປະຕິວັດ ລາວ ໄດ້ເກີດຂຶ້ນນັ້ນແມ່ນການສ້າງຕັ້ງແນວລາວສ້າງຊາດໃນວັນທີ 13ສິງຫາ 1950ຢູ່ເຂດທີ່ໝັ້ນປະຕິວັດຂອງລາວ,ໂດຍ ສົມເດັດເຈົ້າ ສຸພານຸວົງ ເປັນປະທານ,ໃນເບື້ອງຕົ້ນມີຊື່ວ່າແນວໂຮມອິດສະລະ ແລະ ໄດ້ປະກອບ ສ່ວນຢ່າງໃຫຍ່ຫຼວງ ເຂົ້າໃພາລະກິດຕູ້ສູ້ປົດປ່ອຍຊາດເຄື່ອນໄຫວປະຕິວັດຍຸດທະສາດ,ຍຸດໂທບາຍ ແລະ ບາງໄລຍະຕໍ່ສູ້ດ້ວຍອາວຸດ,ບາງໄລຍະຕໍ່ສູ້ດ້ວຍການເມືອງ,ດ້ວຍກົດໝາຍ,ດ້ວຍການເຈລະຈາຄື ໃນຊຸມປີ 1957ແນວລາວສ້າງຊາດໄດ້ ຮ່ວມກັບກອງພົນທີ 2ຜ່າວົງປິດລ້ອມ ແລະ ບັນດາຜູ້ນຳແນວລາວສ້າງຊາດຈຳນວນ 16ທ່ານທີຖືກຂັງຢູ່ຄຸກໂພນເຄັງ ສາມາດໂຕນໜີໄປສູ່ເຂດທີ່ໝັ້ນຢ່າງປອດໄພ,ຈາກການຕໍ່ສູ້ຄຽງບ່າຄຽງໄຫຼ່ກັບພັກປະຊາຊົນ ປະຕິວັດລາວ ໃນທີ່ສຸດ ໄດ້ມີການຍຶດອຳນາດຢູ່ ນະຄອນຫຼວງວຽງຈັນໃນວັນທີ 23ສິງຫາ 1975ແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ”ໄດ້ຮັບໄຊຊະ ນະຢ່າງຈົບງາມ ແລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ,ອົງການແນວລາວສ້າງຊາດຍັງ ສືບຕໍ່ເປັນຄັນທຸງ,ເຕົ້າ ໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ,ປະຕິບັດ 2ໜ້າທີ່ຍຸດທະສາດ,ປົກປັກຮັກສາ ແລະ ສ້າງສາປະເທດຊາດ,ປະຕິບັດແນວທາງປ່ຽນແປງໃໝ່,ປັດຈຸບັນແນວລາວສ້າງຊາດ ທຸກຂັ້ນທຸກລະດັບໄດ້ສຸມໃສ່,ປຸກລະດົມແຂ່ງຂັນຮັກຊາດ,ພັດທະນາ,ຍູ້ແຮງການຜະລິດເປັນສິນຄ້າ,ແກ້ໄຂຄວາມທຸກຍາກ,ປະຕິບັດວຽກງານ 3ສ້າງ ແລະ ວຽກງານອື່ນໆຢ່າງຕໍ່ເນື່ອງ.

ໃນໂອກາດອັນສະຫງ່າລາສີນີ້ ຮອງປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດໂອ ລົມຕໍ່ງານໂຮມຊຸມນຸມ ໃຫຍ່ດັ່ງກ່າວ, ໂດຍທ່ານໄດ້ເນັ້ນບາງບັນຫສຳຄັນຄື ຕະຫຼອດ 65 ປີ ຜ່ານມາພັກ-ລັດ ແລະ ປະຊາຊົນ ໄດ້ຮັບຮູ້ເຖິງຜົນງານ ອັນໃຫຍ່ຫຼວງຂອງສູນກາງແນວລາວສ້າງຊາດ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ, ການປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ ແລະ ເຖິງວ່າມີຂໍ້ສະດວກຫຼາຍ ປະການ ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ບຸກບືນກວ່າເກົ່າ, ສະນັ້ນ ໜ້າທີ່ອັນຮີບດ່ວນໃນຕໍ່ ໜ້າແມ່ນຈະໄດ້ເພີ່ມທະວີການນຳພາຂອງພັກທຸກຂັ້ນ, ທຸກແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃຫ້ສົມ ຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອພ້ອມກັນເຮັດສຳເລັດພາລະກິດຂອງພັກຄື: ເຮັດໃຫ້ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄືປອງດອງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມ ທິດສັງຄົມນິຍົມ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ທ່ານຮອງປະທານປະເທດຢ້ຳວ່າ: ໃນຍຸກໂລການພິວັດມັນມີຄວາມຈຳເປັນທີ່ຈະຕ້ອງປັບປຸງ ຄຸນນະພາບຂອງວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນໃຫ້ສອດຄ່ອງເພື່ອສາ ມາດຮອງຮັບກອງປະຊຸມໃຫຍ່ຄັ້ງ ທີ່ 10 ຂອງພັກທີ່ຈະົໄຂຂຶ້ນໃນຕໍ່ໜ້ານີ້, ພ້ອມຍົກສູງແນວ ທາງຂອງແນວໂຮມໃຫ້ຖືກຕ້ອງສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ມູນເຊື້ອອັນດີງາມຂອງຊາດ ແລະ ປັບປຸງກົນໄກໂຄງປະກອບ, ລະບອບແບບແຜນວິທີນຳພາຂອງແນວໂຮມໃຫ້ແທດເໝາະ ກັບໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອໃຫ້ແນວໂຮມເຮັດຫລ້ອນພາ ລະກຳປະຫວັດສາດຂອງຕົນໃນການເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜນຂອງຊາດ, ປຸກລະດົມມະຫາຊົນ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກວດການປະກອບຄຳຄິດເຫັນ ຕໍ່ຮ່າງແນວທາງການເມືອງ ແລະ ການຈັດຕັ້ງຂອງພັກແຕ່ລະຂັ້ນເພື່ອເຮັດໃຫ້ລະບົບການເມືອງປະຊາທິປະໄຕ ປະຊາຊົນມີຄວາມປອດໃສເຂັ້ມແຂງ, ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງທົ່ວພັກ-ລັດ, ແນວລາວສ້າງຊາດ, ອົງກນຈັດຕັ້ງມະຫາຊົນ ແລະ ປະຊາຊົນທຸກຊັ້ນຄົນໃນຂອບ ເຂດທົ່ວປະເທດຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວ ລາວອິດສະລະ, ແນວລາວຮັກຊາດ, ແນວລາວສ້າງຊາດ, ສືບຕໍ່ບຸກບືນປະຕິບັດໜ້າທີ່ອັນມີກຽດສະຫງ່າທີ່ປະຊາຊົນມອບໝາຍໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ .

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...