Homeຂ່າວເຫດການ ມອບ - ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ

ມອບ – ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ

Published on

hand-over

ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ, ເຈົ້າແຂວງໆສາລະວັນ ລະຫວ່າງ ທ່ານ ຄໍາບຸ່ນ ດ້ວງປັນຍາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ສາລະວັນຜູ້ເກົ່າ ແລະ ທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ, ເຈົ້າຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 10ສິງຫານີ້ ຢູ່ຫ້ອງວ່າ ການປົກຄອງແຂວງດັ່ງກ່າວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ ຜູ້​ຊີ້​ນໍາ​ວຽກງານ​ເສດຖະກິດ​ມະຫາ​ພາກ ​ແລະ ບໍລິການ.

ໂອກາດນີ້, ທ່ານ ນາງ ວິ​ໄລ​ວັນ ​ເພັງ​ສະຫວັດ ຕາງໜ້າຄະນະຈັດຕັ້ງສູນກາງໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງ​ປະທານ​ປະ​ເທດແຫ່ງ ສປປ ລາວ ສະບັບເລກທີ 053/ປປທ, ລົງວັນທີ 29 ​ເມສາ2015 ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ ທ່ານ ຄໍາ​ບຸ່ນ ດວງ​ປັນຍາ ​ອອກ​ພັກ​ການຮັບ​ເບ້ຍ​ບໍ​ານານ ແລະ ລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 108/ປປທ ລົງວັນທີ 31ກໍລະກົດ2015 ວ່າດ້ວຍການແຕ່ງຕັ້ງທ່ານ ສີ​ສຸວັນ ວົງ​ຈອມ​ສີເປັນເຈົ້າແຂວງໆສາລະ​ວັນ.

ທ່ານ ຄໍາ​ບຸ່ນ ດ້ວງ​ປັນຍາ ໄດ້ລາຍງານວ່າ: ຕະຫຼອດໄລຍະ 12 ປີຜ່ານມາ ໄດ້ຄຽງບ່າຄຽງໄຫຼ່ກັບ ບັນດາຄະນະນຳຂອງແຂວງ, ເມືອງ ແລະ ອຳນາດການປົກຄອງທຸກຂັ້ນ ​ເປັນ​ຢ່າງ​ດີ​ໃນ​ການ​ສ້າງຄວາມສາມັກຄີພາຍ ໃນການນຳ, ພາຍໃນພັກ, ພະນັກງານ ແລະ ປະຊາຊົນທົ່ວອັນເປັນສ່ວນປະກອບອັນສໍາຄັນ ເຂົ້າໃນການປົກປັກຮັກສາ ແລະພັດທະນາເສດຖະກິດ-ສັງຄົມຂອງແຂວງ ກ້າວຂຶ້ນຢ່າງໜັກແໜ້ນ, ເຮັດໃຫ້ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ສະເລ່ຍໃນລະດັບ 11,48 %ຕໍ່ປີ. ສະເລ່ຍບັນລຸໄດ້ 9 ລ້ານກວ່າ​ກີບ ຫຼື ​ເທົ່າ​ກັບ 1.170ໂດລາຕໍ່ຄົນຕໍ່ປີ.

​ໃນໂອກາດດັ່ງກ່າວ ທ່ານຮອງ​ນາຍົກລັດຖະມົນຕີ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ໄດ້ໃຫ້ກຽດໂອ້ລົມຊີ້ນຳວ່າ : ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງສາລະ​ວັນ ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງນັ້ນ ​ຈະ​ຕ້ອງ​ໄດ້​​ສືບຕໍ່ເອົາ​ໃຈ​ໃສ່ບາງ​ບັນຫາເປັນ​ຕົ້ນ ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ, ກໍາລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາ​ເຜົ່າ ​ໃຫ້​ມີ​ຄວາມໜັກ ​ແໜ້ນ​ເຂັ້ມ​ແຂງ, ຕັ້ງໜ້າຜັນ​ຂະຫຍາຍ​ແນວທາງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ; ​ເອົາ​ໃຈ​ໃສ່​ວຽກງານ​ພັດທະນາ​ຊົນນະບົດຮອບດ້ານ ​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ​ສືບຕໍ່​ປັບປຸງ ​ແລະ ຂະຫຍາ​ຍການ​ສຶກສາ, ສາທາລະນະ​ສຸກ ​ແລະ ວຽກງານ​ວັດທະນະ​ທໍາສັງຄົມ ​ແນ​ໃສ່ ສ້າງ​ຄົນ​ໃຫ້​ມີ​ຄວາມ​ຮູ​້, ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ມີ​ສຸຂະພາບ​ທີ່​ແຂງ​ແຮງ ກາຍ​ເປັນ​ກໍາລັງ​ແຮງ​ສໍາຄັນ​ຂອງ​ການ​ພັດທະນາ​. ຕ້ອງ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ ຢ່າງ​ມີ​ຈຸ​ດສຸມ ​ໂດຍ​ການໝູນ​ໃຊ້​ທ່າ​ແຮງຂອງ​ແຕ່ລະ​ທ້ອງ​ຖິ່ນ. ສໍາຄັນ ຕ້ອງ​ເອົາ​ໃຈ​ໃສ່​ດຶງ​ດູດ ​ແລະ ສ້າງ​ເງື່ອນ​ໄຂ​ໃນການ​ລົງທຶນ​​ໃຫ້​ສູງ​ຂຶ້ນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃຫ້​ສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ ​ແລະ ການ​ພັດທະນາ​ທີ່​ຍືນ​ຍົງ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...