spot_img
Homeຂ່າວຕ່າງປະເທດບໍ່ໃຫ້ໃຜຊ່ວຍ! ພໍ່ແທ້ໆເລືອກໃຫ້ລູກສາວຈົມນ້ຳຕາຍ ດີກ່ວາໃຫ້ຊາຍແປກໜ້າແຕະເນື້ອຕ້ອງຕົວ!

ບໍ່ໃຫ້ໃຜຊ່ວຍ! ພໍ່ແທ້ໆເລືອກໃຫ້ລູກສາວຈົມນ້ຳຕາຍ ດີກ່ວາໃຫ້ຊາຍແປກໜ້າແຕະເນື້ອຕ້ອງຕົວ!

Published on

558000009373601
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11​ ສິງຫານີ້ວ່າ ພໍ່ຊາວອາຊີຄົນໜຶ່ງ ໂດຍບໍ່ມີການເປີດເຜີຍຊື່ ແລະ ສັນຊາດ ໄດ້ພາເມຍ ແລະ ລູກສາວຂອງຕົນ ເພື່ອໄປພັກຜ່ອນທີ່ຊາຍຫາດແຫ່ງໜຶ່ງໃນນະຄອນດູໄບ ປະເທດສະຫະລັດອາຫລັບເອມິເຣດ ຊຶ່ງໃນຂະນະທີ່ລູກສາວຂອງລາວ ອາຍຸ 20 ປີ ກຳລັງຫລິ້ນນ້ຳທະເລຢູ່ນັ້ນ ໄດ້ເກີດຈົມນ້ຳ ແລະ ຮ້ອງຂໍຄວາມຊ່ວຍເຫລືອ ໂດຍເຈົ້າໜ້າທີ່ຍາມຊາຍຫາດຂອງດູໄບ ຈຳນວນ 2 ຄົນ ພາຍຫລັງເຫັນເຫດການ ໄດ້ແລ່ນພະຍາຍາມຈະລົງໄປຊ່ວຍຊີວິດ ແຕ່ຖືກພໍ່ແທ້ໆຂອງຜູ້ເຄາະຮ້າຍຂັດຂວາງ ດ້ວຍການດຶງ ແລະ ທຳຮ້າຍເຈົ້າໜ້າທີ່ແທນ ດ້ວຍເຫດຜົນເພາະບໍ່ຢາກໃຫ້ລູກສາວຂອງຕົນ ຖືກຊາຍແປກໜ້າແຕະເນື້ອຕ້ອງຕົວ ອັນຈະເປັນການເສຍກຽດສັກສີ ໂດຍຜູ້ເປັນພໍ່ໄດ້ກ່າວກັບເຈົ້າໜ້າທີ່ວ່າ ເຂົາເລືອກທີ່ຈະໃຫ້ລູກສາວຈົມນ້ຳຕາຍ ດີກ່ວາຈະປ່ອຍໃຫ້ເກີດເລື່ອງເສຍກຽດຄືແນວນັ້ນ.

ພັນໂທ ອາເໝັດ ເບີກີບາ ເຈົ້າໜ້າທີ່ຕຳຫລວດຂອງດູໄບລະບຸວ່າ ພໍ່ຂອງຜູ້ເຄາະຮ້າຍເປັນຄົນຮ່າງສູງໃຫຍ່ ແລະ ແຂງແຮງຫລາຍ ລາວດຶງ ແລະ ຂັດຂວາງໜ່ວຍກູ້ໄພ ແລະ ໃຊ້ຄວາມຮຸນແຮງກັບພວກເຂົາ ໂດຍລາວບອກວ່າຂໍເລືອກໃຫ້ລູກສາວຕາຍ ດີກ່ວາໃຫ້ນາງຖືກແຕະເນື້ອຕ້ອງໂຕໂດຍຊາຍແປກໜ້າ ຊຶ່ງເຄາະຮ້າຍສຳລັບນາງ ທີ່ຕ້ອງມາຕາຍທັງໆທີ່ມີໂອກາດລອດຊີວິດ.

ທັງນີ້ ເຈົ້າໜ້າທີ່ດູໄບ ໄດ້ຈັບກຸມຕົວພໍ່ຄົນດັ່ງກ່າວ ແລະ ຕັ້ງຂໍ້ຫາຫລາຍກະໂທງ ຊຶ່ງຜິດຕໍ່ກົດໝາຍອາຍາຂອງດູໄບ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...