Homeຂ່າວຕ່າງປະເທດເກີດເຫດລະເບີດລົດ 2 ຄັ້ງ ໂຈມຕີກາງເມືອງໃນອີຣັກ ມີຜູ້ເສຍຊີວິດ 42 ຄົນ ບາດເຈັບເກືອບຮ້ອຍ!

ເກີດເຫດລະເບີດລົດ 2 ຄັ້ງ ໂຈມຕີກາງເມືອງໃນອີຣັກ ມີຜູ້ເສຍຊີວິດ 42 ຄົນ ບາດເຈັບເກືອບຮ້ອຍ!

Published on

EyWwB5WU57MYnKOuXuU9xQXOHRwtQSsjDYRpyDvNdXOiZCnXY0P4dD

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11​ ສິງຫານີ້ວ່າ ເກີດເຫດການໂຈມຕີດ້ວຍລະເບີດລົດໃນເຂດສູນກາງການຄ້າໃກ້ກັບເມືອງບາຄູບາ ທາງພາກຕາເວັນອອກສຽງເໜືອຂອງນະຄອນຫລວງແບັກແດດ ປະເທດອີຣັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ແລະ ບາດເຈັບອີກກ່ວາ 70 ຄົນ ຈາກນັ້ນບໍ່ດົນໄດ້ເກີດເຫດລະເບີດລົດອີກເທື່ອທີສອງ ຢູ່ດ່ານກວດຂອງເຈົ້າໜ້າທີ່ທາງເບື້ອງທິດຕາເວັນອອກຂອງເມືອງດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ບາດເຈັບອີກປະມານ 25 ຄົນ ໂດຍຍັງບໍ່ທັນມີພາກສ່ວນໃດອອກມາອ້າງເປັນຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດດັ່ງກ່າວ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...