spot_img
Homeຂ່າວຕ່າງປະເທດນ້ຳຖ້ວມມຽນມາ ມີຜູ້ເສຍຊີວິດຢຽບຫລັກ 100​ ແລ້ວ! ປະຊາຊົນນັບລ້ານຄົນໄດ້ຮັບຜົນກະທົບ!

ນ້ຳຖ້ວມມຽນມາ ມີຜູ້ເສຍຊີວິດຢຽບຫລັກ 100​ ແລ້ວ! ປະຊາຊົນນັບລ້ານຄົນໄດ້ຮັບຜົນກະທົບ!

Published on

NjpUs24nCQKx5e1D7ICKooRPCh5gt9WJuyzclRcdp0w

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ສິງຫາຜ່ານມານີ້ວ່າ ຈາກເຫດການນ້ຳຖ້ວມໜັກໜ່ວງຢູ່ມຽນມາຕະຫລອດຫລາຍອາທິດທີ່ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫລາຍກ່ວາ 100 ຄົນ ແລະ ມີຜູ້ໄດ້ຮັບຜົນກະທົບທົ່ວປະເທດເກືອບ 1 ລ້ານຄົນ ພື້ນທີ່ປູກເຂົ້າຖືກທຳລາຍເສຍຫາຍຈາກນ້ຳຖ້ວມຢ່າງກວ້າງຂວາງ ຈົນເຮັດໃຫ້ລັດຖະບານມຽນມາ ຈຳເປັນໄດ້ປະກາດໃຫ້ລັດຍະໄຂ່, ລັດສິ່ນ, ເຂດມາເກວ ແລະ ເຂດສະກາຍ ເປັນພື້ນທີ່ປະສົບໄພພິບັດ ຊຶ່ງໃນປັດຈຸບັນສະພາບການຍັງຄົງໜ້າເປັນຫ່ວງ ເຖິງລະດັບນ້ຳໃນແມ່ນ້ຳອີຣະວະດີໃນເຂດຕອນລຸ່ມ ເນື່ອງຈາກສຳນັກງານສະພາບອາກາດຂອງມຽນມາເຕືອນວ່າ ເຖິງແມ່ນລະດັບນ້ຳຈະຫລຸດລົງແລ້ວ ແຕ່ກໍຍັງຄົງຢູ່ໃນລະດັບອັນຕະລາຍຢູ່.

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...