spot_img
Homeຂ່າວເຫດການຍ່າງເພື່ອສຸຂະພາບ ສະຫລອງຄົບຮອບ 48 ປີສ້າງຕັ້ງອາ​ຊຽນ ແລະ 18 ປີ ສປປ ລາວ ​​ເຂົ້າ​ເປັນ​ສະມາຊິ​ກອາ​ຊຽນ

ຍ່າງເພື່ອສຸຂະພາບ ສະຫລອງຄົບຮອບ 48 ປີສ້າງຕັ້ງອາ​ຊຽນ ແລະ 18 ປີ ສປປ ລາວ ​​ເຂົ້າ​ເປັນ​ສະມາຊິ​ກອາ​ຊຽນ

Published on

walking

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 8 ສິງຫາ 2015, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ພິທີ​ຍ່າງ​​​ເພື່ອ​ສຸຂະ​ພາບສະ​ເຫລີ​ມສະຫລອງ​ວັນ​ຄົບຮ​ອບ 48 ປີແຫ່ງ​ການ​ສ້າງຕັ້ງອາ​ຊຽນ ແລະ ວັນ​ຄົບຮອບ 18 ປີທີ່ ສປປ ລາວ ​​ເຂົ້າ​​ເປັນ​ສະມາຊິກ​ອາ​ຊຽນ, ເຊິ່ງ​ເລີ່​ມຈາກ​ປະຕູ​ໄຊ – ຫໍຄຳ – ປະຕູ​ໄຊ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສິສຸ​ລິດ ຮອງ​ນາຍ​ົກລັ​ດຖະມົນຕີ ລັ​ດຖະມົນຕີ​ວ່າ​​ການ​ກະຊວງ​ການ​ຕ່າງ​ປະ​ເທດພ້ອມ​ດ້ວຍ​ຄະນະ​ນຳ ​ແລະ ພະນັກງານ​ກະຊວງ,ອົງການ​ທຽບ​ເທົ່າ, ທູຕານຸທູ​ດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ຕ່າ​ງໆປະຈຳລາວ ແລະ ມວນຊົນຊາວ​ນະຄອນຫລວງ​ວຽງ​ຈັນເຂົ້າ​ຮ່ວມ​ຫລາຍ​ກ່ວາພັນຄົນຄົນ.

ໃນ​ພິທີທ່ານ ທອງ​ລຸນ ​ສີ​ສຸ​ລິດ​ ​ໄດ້​ມີ​ຄຳ​ເຫັນ​ວ່າ: ​​ປີນີ້​ແມ່ນ​ປີ​ທີ່​ສຳຄັນສຳລັບ​ອາ​ຊຽນ​ ​ໂດຍ​ສະ​ເພາະ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ທີ່​ປະກອບ​ດ້ວຍປະຊາ​ຄົມ​ການ​ເມືອງ – ຄວາມ​ໝັ້ນຄົງ, ປະຊາ​ຄົມ​ເສດຖະ​ກິດ ​ແລະ ປະຊາ​ຄົມ​ວັດທະນະ ທຳ-ສັງຄົມ, ​ເຊິ່ງຈະ​ປະ​ກາດ​​ໃນ​ວັນ​ທີ 13 ທັນວາ 2015 ນິ້, ຜົນສຳ​ເລັດ​ດັ່ງກ່າວຈະ​ເຮັດ​ໃຫ້​ກາຍ​ເປັນ​ພາກພື້ນທີ່​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ,​ ເປັນ​ເຂດເສ​ດຖະກິດ​ໃຫຍ່​ອັນ​ດັບ​ທີ 7 ຂອງ​ໂລກ, ເປັນ​ສັງຄົມ​ທີ່​ກົມ​ກຽວ ​ແລະ ​ໂອບ​ເອື້ອອາລີ ໃນ​ທ່າມກາງ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ວັດທະນະທຳ, ພາສາ ​ແລະ ສາສະໜາ, ຊຶ່ງ​ທັງ​ໝົດ​ນີ້​ເກີດ​ຂຶ້ນ​ໄດ້ແມ່ນ​ຍ້ອນ​ການ​ຮ່ວມ​ມື ແລະ ຄວາມ​ສາມັກ​ຄີ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ຂອງ 10 ປະ​ເທດ​ອາ​ຊຽນບວກ​ກັບ​ການ​ຮ່ວມ​ມືອັນ​ໃກ້ຊິດ, ການ​ສະໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫລືອຂອງ​ບັນ​ດາ​ປະ​ເທດ​ຄູ່​ເຈລະຈາກໍ​ຄື​ຄູ່​ຮ່ວ​ມມື​ຕ່າງໆ. ໃນ​ຂະນະ​ດຽວ​ກັນ, ການ​ຍ່າງ​ເພື່ອ​ສຸຂະພາບ​ນີ້ກໍເປັນ​ການ​ລະດົມ​ປວງ​ຊົນ​ລາວ​ທັງ​ຊາດ​ໃຫ້​ມີ​ຄວາມ​ກຽມພ້ອມ​ທາງ​​ດ້ານ​ຮ່າງກາຍ ​ແລະ ຈິ​ດ​ໃຈ ​ເພື່ອ​ຈະ​ເປັນ​ເຈົ້າພາບ​ທີ່​ດີ ແລະ ​ເປັນ​ປະ​ທານ​ອາ​ຊຽນຢ່າງ​ມີ​ປະສິດ​ທິພາ​ບ ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ອາ​ຊຽນສຳ​ເລັດ​​ປີ 2016 ເຊິ່ງ​ເປັນ​ຄັ້ງທີ​ສອງ​ທີ່ ສປປ ລາວ ​ໄດ້​ຮັບ​ກຽ​ດ​ເປັນ​ປະທານ​ອາຊຽນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...